ການຊື້ເອງໃຊ້ເອງ
  
Translated

ຄຳຄຸນນາມ. ສາມາດຊື້ ຫລືຂາຍສິ່ງຕ່າງໆໄດ້ໂດຍບໍ່ມີການດູແລ

 

“ການຊື້ຢາໃຊ້ເອງ ແມ່ນການຊື້ຢາໂດຍບໍ່ມີໃບສັ່ງຢາຈາກແພດ, ເຊິ່ງໝາຍຄວາມວ່າທ່ານສາມາດຊື້ຢາມາຊົມໃຊ້ເອງໄດ້ຕາມຮ້ານຄ້າທົ່ວໄປ ໂດຍບໍ່ມີໃບສັ່ງຢາ ”ຈາກເເພດ.”

 

“ໃນປະເທດທີ່ພັດທະນາແລ້ວປະຊາຊົນບໍ່ສາມາດຊື້ຢາຕ້ານເຊື້ອເອງໄດ້ໂດຍບໍ່ມີໃບສັ່ງແພດ. ແຕ່ວ່າ ໃນປະເທດກຳລັງພັດທະນາສ່ວນໃຫຍ່ສາມາດຊື້ຢາຕ້ານເຊື້ອເອງໄດ້ຕາມຮ້ານຂາຍຢາ ແລະ ຮ້ານຂາຍເຄື່ອງທົ່ວໄປ.”

 

“ການຊື້ຢາຕ້ານເຊື້ອເອງໂດຍບໍ່ມີໃບສັ່ງແພດນັ້ນທີ່ເປັນກົນໄກສຳຄັນທີ່ເຮັດໃຫ້ປະຊາຊົົນຜູ້ທີ່ມີຄວາມຕ້ອງການນຳໃຊ້ຢາຕ້ານ ເຊື້ອສາມາດເຂົ້າເຖິງມັນໄດ້. ແຕ່ໃນຂະນະດຽວກັນ ການເຂົ້າເຖິງຢາຕ້ານເຊື້ອທີ່ງ່າຍ ແລະ ຫລາຍເກີນໄປ ໂດຍທີ່ອາດຈະບໍ່ມີ ຄວາມຈໍາເປັນໃນການນໍາໃຊ້ນັ້ນເປັນສິ່ງທີ່ຄວນຄຳນຶງເຖິງ ແລະ ເປັນສິ່ງທີ່ໜ້າເປັນຫ່ວງຢ່າງຍິ່ງ”

 

Learning point

ອັນຕະລາຍຈາກການຊື້ຢາຕ້ານເຊື້ອໂດຍບໍ່ມີໃບສັ່ງຢາ

 

 

ການປິ່ນປົວດ້ວຍໂຕເອງສາມາດກໍ່ໃຫ້ເກີດອັນຕະລາຍໄດ້ຢ່າງໃຫຍ່ຫລວງຕໍ່ຜູ້ທີ່ບໍ່ເຂົ້າໃຈເຖິງຜົນຂ້າງຄຽງຂອງຢາ ແລະ ຜົນຂອງການນຳໃຊ້ຢາ ຕ້ານເຊື້ອຫຼາຍເກີນໄປ. ໃນຫຼາຍປະເທດທີ່ສາມາດຊື້ຢາກິນເອງໂດຍບໍ່ມີໃບສັ່ງແພດແມ່ນຈະໄດ້ຮັບການຄັດເລືອກຈາກໜ່ວຍງານຜູ້ກຳກັບດູແລ ເພື່ອໃຫ້ແນ່ໃຈວ່າຢາທີ່ໃຊ້ມີຄວາມປອດໄພ ແລະ ມີປະສິດທິພາບ ເມື່ອຖືກນຳໃຊ້ໂດຍປາດສະຈາກການດູເເລຂອງແພດ, ເຊັ່ນ paracetamol ທີ່ສາມາດຊື້ໄດ້ທົ່ວໄປໃນທົ່ວໂລກ. ແຕ່ເຖິງຢ່າງໃດກໍ່ຕາມການກິນຢາ paracetamol ຫລາຍຈົນເກີນຂະໜາດກໍ່ສາມາດເຮັດໃຫ້ເສຍຊີວິດໄດ້ ແລະ ໃນບາງປະເທດກໍ່ມີຂີດຈໍາກັດຂອງຈຳນວນຢາທີ່ສາມາດຂາຍໄດ້.

 

ສ່ວນໃຫຍ່ ຢາຕ້ານເຊື້ອແມ່ນຖືກມີຂາຍໄດ້ທົ່ວໄປໃນໂລກ ໂດຍທີ່ບໍ່ຕ້ອງມີໃບສັ່ງຈາກແພດ, ແລະ ມັນກໍ່ເປັນປັດໃຈສໍາຄັນທີ່ເຮັດໃຫ້ບັນຫາ ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ. ການຊື້ຢາຕ້ານເຊື້ອຈຸລິນຊີ ມາໃຊ້ເອງ ສ່ວນຫລາຍແລ້ວແມ່ນເຮັດແບບບໍ່ຖືກຕ້ອງ, ເພາະມັນໄດ້ຖືກນຳໃຊ້ ໃນພະຍາດທີ່ບໍ່ແມ່ນສາເຫດມາຈາກເຊືຶ້ອຈຸລິນຊີ [1]. ຢາຖືກຂາຍໄປໂດຍບໍ່ຮູ້ປະຫວັດການແພ້ຢາຂອງຄົນເຈັບ. ໄລຍະເວລາການນໍາໃຊ້ຢາ ຕ້ານເຊື້ອຈຸລິນຊີສ່ວນຫລາຍເປັນໄລຍະເວລາສັ້ນໆກວ່າການປີ່ນປົວທີ່ຖືກຕ້ອງ.  ປະລິມານຢາຕ້ານເຊື້ອຈຸລິນຊີທີ່ນໍາໃຊ້ໂດຍສ່ວນໃຫຍ່ເເລ້ວ ກໍ່ຕໍ່າກວ່າປະລິມານຢາມາດຕະຖານທີ່ເເນະນໍາໃນການປິ່ນປົວ.

 

ການທີ່ສາມາດຊື້ຢາຕ້ານເຊື້ອຈຸລິນຊີໄດ້ງ່າຍ ລວມທັງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງກ່ຽວກັບຢາຕ້ານເຊື້ອຈຸລິນຊີ ເຮັດໃຫ້ເກີດວົງຈອນທີ່ຮ້າຍແຮງ ໃນການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ຫລາຍເກີນໄປ. ໂດຍການຊົມໃຊ້ທີ່ຫລາຍເກີນໄປນີ້ເຮັດໃຫ້ເກີດມີການຕ້ານຕໍ່ຢາຕ້ານເຊື້ອ. ນອກຈາກນີ້ ຍັງເປັນການສະໜັບສະໜຸນຄວາມຈິງທີ່ວ່າ ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອນັ້ນສາມາດພົບໃດ້ທົ່ວໄປໃນຊຸມຊົນ ທີ່ມີການນຳໃຊ້ຢາຕ້ານເຊື້ອ ຈຸລິນຊີໂດຍບໍ່ມີໃບສັ່ງແພດ [1]

 

ການຊື້ຢາຕ້ານເຊື້ອຈຸລິນຊີໂດຍບໍ່ໃຊ້ໃບສັ່ງຢານັ້ນຍັງພົບໄດ້ໃນປະເທດກຳລັງພັດທະນາສ່ວນໃຫຍ່, ເພາະວ່າມັນມີຄວາມສຳຄັນໃນການເຂົ້າເຖິງ ຢາຂອງຜູ້ເຈັບທີ່ຈຳເປັນຕ້ອງໃຊ້ຢາຕ້ານເຊື້ອ [2]. ຖ້າຢາຕ້ານເຊື້ອຈຸລິນຊີບໍ່ສາມາດຫາຊື້ໄດ້ທົ່ວໄປຕາມຮ້ານຂາຍຢາ, ມັນກໍ່ຍັງຄົງເປັນສິ່ງທີ່ບໍ່ ຊັດເຈນຕໍ່ຜູ້ສ້າງຕັ້ງນະໂຍບາຍວ່າການສ້າງລະບົບໃບສັ່ງຢາຈາກເເພດ,  ແລະ ປັບປຸງການເຂົ້າເຖິງການດູແລຮັກສາສຸຂະພາບ ອາດຈະມີຄ່າໃຊ້  ຈ່າຍທີ່ຕໍ່າກວ່າເມື່ອທຽບໃສ່ການສູນເສຍທີ່ເປັນສາເຫດມາຈາກການເພີ່ມຂື້ນຂອງການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໃນປະເທດນັ້ນໆ. ພ້ອມດຽວ ກັນນີ້, ທັກສະນະຄະຕິຂອງປະຊາຊົນ, ແລະ ຄວາມເຂົ້າໃຈກ່ຽວກັບຢາຕ້ານເຊື້ອຈຸລິນຊີທີ່ບໍ່ຖືກຕ້ອງນັ້ນຍັງເປັນອຸປະສັກຕໍ່ການປ່ຽນແປງພຶດ ຕິກຳການນຳໃຊ້ຢາຕ້ານເຊື້ອຈຸລິນຊີ.

 

ປະເທດມາເລເຊຍເປັນປະເທດໜຶ່ງທີ່ກຳລັງພັດທະນາ ແລະ ບໍ່ອະນຸຍາດໃຫ້ມີການຈຳໜ່າຍຢາຕ້ານເຊື້ອຈຸລິນຊີໂດຍບໍ່ມີໃບສັ່ງແພດ [2]. ພາຍໄຕ້ Malaysian Poisons Act  ການຂາຍຢາຕ້ານເຊື້ອຈຸລິນຊີແມ່ນຕ້ອງມີໃບສັ່ງເເພດ. ແຕ່ວ່າ, ຫລາຍໆປະເທດທີ່ມີກົດໝາຍປົກປ້ອງ ບໍ່ໃຫ້ມີການຈຳໜ່າຍຢາຕ້ານເຊື້ອຈຸລິນຊີໂດຍບໍ່ມີໃບສັ່ງແພດ, ໃນລະດັບຊຸມຊົນກໍ່ຍັງຄົງມີການຊື້ຢາຕ້ານເຊື້ອຈຸລິນຊີໂດຍທີ່ບໍ່ມີໃບສັ່ງຢາຈາກເເພດ.

 

ໃນປະເທດມາເລເຊຍ ເຖິງແມ່ນວ່າຈະມີການຄວບຄຸມການຊື້ຢາຕ້ານເຊື້ອຈຸລິນຊີໂດຍບໍ່ໃຊ້ໃບສັ່ງຢາແພດ, ແຕ່ອັດຕາການນໍາໃຊ້ຢາຕ້ານເຊື້ອ ຈຸລິນຊີກໍຍັງສູງໃນສະຖານທີ່ໃຫ້ບໍລິການທາງດ້ານສາທາລະນະສຸກຂອງລັດຖະບານ ແລະ ເອກະຊົນ [2]. ເຊິ່ງສະແດງໃຫ້ເຫັນວ່າການຫຼຸດຜ່ອນ ການນຳໃຊ້ຢາຕ້ານເຊື້ອຈຸລິນຊີນັ້ນບໍ່ພຽງຄວບຄຸມການຈຳໜ່າຍຢາເທົ່ານັ້ນ ແຕ່່ຍັງລວມໄປເຖິງການຂຽນໃບສັ່ງຢາຕ້ານເຊື້ອຈຸລິນຊີຂອງແພດໝໍ.

 

References: 

1 Morgan D.J., Okeke. I.N. et al. (2011). “Non-prescription antimicrobial use worldwide: a systematic review.” The Lancet Infectious Disease. 11(9); 682-701. doi: 10.1016/S1473-3099(11)70054-8 

2 Rahman N.A.B., Teng C.L., and Sivasampu A. (2016). “Antibiotic prescribing in public and private practices: a cross-sectional study in primary care clinics in Malaysia.” BMC infectious Disease. 16(208). doi: 10.1186/s12879-016-1530-2

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້