ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີເຮັດໃຫ້ຄົນເຈັບເສຍຊີວິດ ເພີ່ມຂື້ນປະມານ 19,000 ຄົນໃນປະເທດໄທ ໃນປີ 2010 [1]. ໃນປະເທດໄທ, ສາມາດຊື້ຢາຕ້ານເຊື້ອຈຸລິນຊີໂດຍບໍ່ຕ້ອງມີໃບສັ່ງຢາຈາກເເພດ ແລະ ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ເມາະສົມ ສາມາດພົບເຫັນໄດ້ຈາກບຸກ ຂະລາກອນການເເພດ ແລະ ໃນປະຊາຊົນທົ່ວໄປ [2]. ມີການຄາດຄະເນວ່າ ຕໍ່າກວ່າ 10% ຂອງຄົນເຈັບທີ່ເປັນໄຂ້ຫວັດ ທີ່ມີການຕິດເຊື້ອຈຸ ລິນຊີສົມທົບ. ແຕ່ໃນປະເທດໄທ ຢາຕ້ານເຊື້ອຈຸລິນຊີມັກໃຊ້ໃນຄົນເຈັບທີ່ເປັນໄຂ້ຫວັດໂດຍການໃຫ້ຢາຈາກແພດໃນໂຮງໝໍ, ໃນຄລີນິກ ແລະ ຮ້ານຂາຍຢາ ເຊິ່ງສ່ວນໃຫຍ່ກໍ່ແມ່ນຄວາມຮຽກຮ້ອງຂອງຄົນເຈັບເອງ. ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ເມາະສົມ ບໍ່ພຽງແຕ່ກໍ່ໃຫ້ເກີດອັນ ຕະລາຍຕໍ່ສຸຂະພາບຂອງຄົນເຈັບເທົ່ານັ້ນແຕ່ຍັງສົ່ງຜົນກະທົບເຖິງທຸກຄົນໃນປະເທດ.
ປະເທດໄທເປີດໂຕໂຄງການ “ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງສະຫລາດ” ເພື່ອເປັນແບບຢ່າງໃນການສົ່ງເສີມການນໍາ ໃຊ້ຢາຢ່າງສົມເຫດສົມຜົນ, ໂດຍເລີ່ມຕົ້ນຈາກຢາຕ້ານເຊື້ອຈຸລິນຊີ [2]. ສາມພະຍາດເປົ້າໝາຍຫຼັກຂອງໂຄງການນີ້ປະກອບດ້ວຍ (1) ໄຂ້ຫວັດທຳມະດາ ທີ່ມີອາການເຈັບຄໍ (2) ຖອກທ້ອງກະທັນຫັນ ແລະ (3) ບາດແຜທົ່ວໄປ, ເນື່ອງຈາກຄົນສ່ວນໃຫຍ່ທີ່ມີພາວະເຫຼົ່ານີ້ບໍ່ຈໍາເປັນຕ້ອງໃຊ້ຢາຕ້ານ ເຊື້ອຈຸລິນຊີ. ໂຄງການນີ້ປະກອບດ້ວຍ 3 ໄລຍະຄື: ໄລຍະທໍາອິດແມ່ນການປະເມີນເເນວທາງການແແກ້ໄຂບັນຫາທີ່ມີຈຸດປະສົງເພື່ອປ່ຽນພຶດຕິກຳການສັ່ງຢາຂອງທ່ານໝໍ, ໄລຍະທີສອງແມ່ນການກວດສອບຄວາມເປັນໄປໄດ້ເພື່ອຂະຫຍາຍໂຄງການ ແລະ ໄລຍະທີສາມແມ່ນການເນັ້ນໜັກໃນສົ່ງເສີມຄວາມຍືນຍົງຂອງໂຄງການ [3]
ນອກຈາກໂຄງການນີ້, ຍັງມີຫລາຍໆໂຄງການປຸກລະດົມໃນຫລາຍໆປະເທດ ແລະ ທົ່ວໂລກເພື່ອສົ່ງເສີມຄວາມຕື່ນຕົວ ແລະ ການເເກ້ໄຂບັນ ຫາການຕ້ານຕໍ່ຢາຕ້ານເຊື້ອ ເຊັ່ນ: Antibiotic Guardian ແລະ Antibiotic Awareness Week

ຮູບທີ 1: ສັນຍາລັກໂຄງການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງສະຫຼາດ
References:
1 Sumpradit N., Chongtrakul P., Anuwong K., et al (2012). “Antibiotic Smart Use: a workable model for promoting the rational use of medicine in Thailand”. Bulletin of the World Health Organization. 90 (12): 905-913. doi: 10.2471/BLT.12.105445
2 Lim C., Takahashi E., Hongs wan M., et al (2016). “Epidemiology and burden of multidrug-resistant bacterial infection in a developing country”. eLife. 5 (e18082). doi: 10.7554/eLife.18082
3 “Antibiotics Smart Use in Thailand”. reactgroup.org.