ພວກເຮົາໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງໜ້ອຍໜຶ່ງຄັ້ງໃນຊີວິດ. ແຕ່ວ່າບັນຫາການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ຍັງຄົງມີໃຫ້ພົບເຫັນໃນທົ່ວໂລກ, ພ້ອມນັ້ນ ພວກເຮົາຍັງຄົງມີຄວາມເຂົ້າໃຈ ແບບບໍ່ຖືກຕ້ອງກ່ຽວກັບເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ.
 
ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ແລະ ແນວທາງໃນການປ້ອງກັນບັນຫາດັ່ງກ່າວນີ້ ຍັງຄົງເປັນເລື່ອງທີ່ຍັງເຂົ້າໃຈຍາກຢູ່. ອົງການອະນາໄມໂລກໄດ້ເຮັດ ແບບຟອມສອບຖາມປະຊາກອນຈຳນວນ 10,000 ຄົນໃນ 12 ປະເທດ ແລະ ພົບວ່າ 2 ໃນ 3 ຂອງຜູ້ຕອບແບບສອບຖາມດັ່ງກ່າວມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບຢາຕ້ານເຊື້ອຈຸລິນຊີຢູ່ໃນລະດັບທີ່ຍັງຕໍ່າ [1], ໜຶ່ງ ໃນ 3 ຂອງຜູ້ຕອບແບບສອບຖາມ ມີຄວາມເຂົ້າໃຈແບບຜິດໆ ວ່າພວກເຂົາ ສາມາດຢຸດໃຊ້ຢາຕ້ານເຊື້ອຈຸລິນຊີເມື່ອມີອາການດີຂື້ນຈາກການເຈັບປ່ວຍ ໂດຍບໍ່ຕ້ອງໃຫ້ຄົບຕາມກໍານົດ ແລະ ຄຳແນະນຳຂອງທ່ານໝໍ. 3 ໃນ 4 ຜູ້ຕອບແບບສອບຖາມມີຄວາມເຊື່ອຢ່າງຜິດໆ ວ່າການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີນັ້ນແມ່ນການທີ່ຮ່າງກາຍຂອງເຮົາເອງຕໍ່ຕ້ານກັບຢາຕ້ານເຊື້ອຈຸລິນຊີ [1].
 
ຜູ້ຄົນມັກຈະຖືເບົາຕໍ່ບັນຫາການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ແລະ ຍັງມີຄວາມເຂົ້າໃຈຜິດໆອີກວ່າຮ່າງກາຍເຮົາສາມາດຕ້ານຕໍ່ຢາຕ້ານເຊື້ອ ແລະ ການຕ້ານຕໍ່ຢາເກີດຂື້ນສະເພາະກັບຄົນທີ່ໃຊ້ຢາຕ້ານເຊື້ອເປັນປະຈຳ [2]. ໃນຄວາມຈິງແລ້ວ ແມ່ນເຊື້ອຈຸລິນຊີໃນຮ່າງກາຍເຮົາມີການພັດທະນາກາຍເປັນເຊື້ອຕ້ານຢາ ແລະ ເຊື້ອຕ້ານຕໍ່ຢານັ້ນສາມາດແຜ່ກະຈາຍຈາກຄົນສູ່ຄົນອື່ນໆໄດ້. ເຊິ່ງໝາຍຄວາມວ່າ ເຖິງວ່າທ່ານຈະບໍ່ໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີ ທ່ານກໍມີໂອກາດຕິດເຊື້ອພະຍາດທີ່ຕ້ານຕໍ່ຢາໄດ້.
 
ແບບສອບຖາມ 1: ທ່ານມີຄວາມຮູ້ກ່ຽວກັບການໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງເມາະສົມ ແລະ ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫຼາຍປານໃດ?
	
		
			| 
			   
			1. ຢາຕ້ານເຊື້ອຈຸລິນຊີສາມາດປິ່ນປົວໄຂ້ຫວັດທໍາມະດາໄດ້   (ຖືກ ຫຼື ຜິດ) 
			  
			2. ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີແມ່ນການທີ່ຮ່າງກາຍເຮົາຕໍ່ຕ້ານຢາຕ້ານເຊື້ອຈຸລິນຊີ (ຖືກ ຫຼື ຜິດ) 
			  
			3. ການໃຊ້ຢາຕ້ານເຊື້ອຈຸລິນຊີໃນຄົນ ສາມາດເຮັດໃຫ້ເກີດເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໄດ້ (ຖືກ ຫຼື ຜິດ) 
			  
			4. ການໃຊ້ຢາຕ້ານເຊື້ອຈຸລິນຊີໃນສັດ ສາມາດເຮັດໃຫ້ເກີດເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໄດ້ (ຖືກ ຫຼື ຜິດ)  
			  
			5. ເຮົາສາມາດຕິດເຊື້ອຕ້ານຕໍ່ຢາໄດ້ຈາກການສຳຜັດ ຫຼື ຢູ່ໃກ້ຊິດກັບຜູ້ທີ່ຮ່າງກາຍມີການເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ (ຖືກ ຫຼື ຜິດ) 
			  
			6. ເຮົາສາມາດຕິດເຊື້ອພະຍາດຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໄດ້ຈາກການສຳຜັດ ຫຼື ຢູ່ໃກ້ຊິດກັບສັດທີ່ມີຊີດທີ່ມີເຊື້ອພະຍາດທີ່ ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໃນຮ່າງກາຍ, ຈາກການບໍລິໂພກອາຫານ ຫລື ນ້ຳທີ່ມີການປົນເປື້ອນເຊື້ອດັ່ງກ່າວ (ຖືກ ຫຼື ຜິດ) 
			  
			7. ການສັກຢາປ້ອງກັນພະຍາດ (vaccines) ຄົບຕາມກໍານົດເວລາ  ແລະ ການຮັກສາສຸຂະອະນາໄມສາມາດຊ່ວຍຢັບຢັ້ງ ການແຜ່ກະຈາຍຂອງການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໄດ້ ( ຖືກ ຫຼື ຜິດ) 
			  
			  
			ຄຳຕອບທີ່ຖືກຕ້ອງ: 
			1.  ຜິດ: ໄຂ້ຫວັດທໍາມະດາ ເກີດຈາກເຊື້ອຈຸລະໂລກ ແລະ ການໃຊ້ຢາຕ້ານເຊື້ອຈຸລິນຊີບໍ່ເຮັດໃຫ້ອາການເຈັບປ່ວຍດີຂື້ນ ຫລືເຊົາຈາກການເຈັບປ່ວຍໄວຂື້ນ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ here.  
			2. ຜິດ: ການໃຊ້ຢາຕ້ານເຊື້ອຈຸລິນຊີຫລາຍເກີນໄປ ບໍ່ແມ່ນສາເຫດໃຫ້ຮ່າງກາຍຂອງຄົນເຮົາຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ແຕ່ວ່າມັນສາເຫດ ໃຫ້ເຊື້ອຈຸລິນຊີ ໃນຮ່າງກາຍເຮົາພັດທະນາໂຕເອງກາຍເປັນເຊື້ອຕ້ານຕໍ່ຢາຕ້ານເຊື້ອ ແລະ ເຊື້ອຈຸລິນຊີນັ້ນກໍ່ສາມາດແຜ່ກະຈາຍຈາກຄົນ ໜຶ່ງສູ່ຄົນອື່ນໆໄດ້ 
			3. ຖືກ: ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ here.   
			4. ຖືກ: ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ here.   
			5. ຖືກ: ເຊື້ອຕ້ານຕໍ່ຢາສາມາດແຜ່ກະຈາຍຈາກຄົນນຶ່ງສູ່ຄົນອື່ນໆໄດ້ໂດຍການສຳຜັດກັບຄົນທີ່ມີເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອໃນຮ່າງ ກາຍຂອງພວກເຂົາ, ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ click here. 
			6. ຖືກ: ອ່ານຂໍ້ມູນເພີ່ມເຕີມກ່ຽວກັບຄວາມປອດໄພຂອງອາຫານ ແລະ ການປ້ອງກັນ, ໄດ້ທີ່ click here.  
			7. ຖືກ: ທ່ານສາມາດອ່າເພີ່ມເຕີມ ໄດ້ທີ່ here ເພື່ອໃຫ້ເຂົ້າໃຈກ່ຽວກັບຄວາມສຳຄັນຂອງການແກ້ໄຂບັນຫາເລື່ອງເຊື້ອຕ້ານຕໍ່ຢາຕ້ານເຊື້ອ ຈຸລິນຊີ 
			 | 
		
	
 
 
ໃຫ້ຄວາມຮູ້ກ່ຽວກັບຢາຕ້ານເຊື້ອຢ່າງພຽງພໍ ເພື່ອໃຫ້ທ່ານໄດ້ເຂົ້າໃຈເຖິງຜົນຂ້າງຄຽງຂອງຢາ ແລະ ລວມທັງຜົນກະທົບທີ່ອາດເກີດຂື້ນຕໍ່ສັງຄົມ. ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີບໍ່ໄດ້ສົ່ງຜົນກະທົບພຽງແຕ່ໂຕທ່ານ, ໝູ່ເພື່ອນ ແລະ ຄອບຄົວຂອງທ່ານເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບເຖິງສິ່ງ ແວດລ້ອມ ແລະ ທຸກຄົນໃນໂລກນີ້.
 
ທ່ານຄວນຊອກຮູ້ກ່ຽວກັບຢາຕ້ານເຊື້ອຈຸລິນຊີທີ່ທ່ານກຳລັງໃຊ້ຢູ່ ເພື່ອໃຫ້ທ່ານໄດ້ເຂົ້າໃຈເຖິງຜົນຂ້າງຄຽງຂອງຢາ ແລະ ລວມທັງຜົນກະທົບທີ່ ອາດເກີດຂື້ນຕໍ່ສັງຄົມ, ໝູ່ເພື່ອນ ແລະ ຄອບຄົວຂອງທ່ານ ລວມທັງສົ່ງຜົນກະທົບເຖິງສິ່ງແວດລ້ອມ ແລະ ທຸກຄົນໃນໂລກນີ້.
 
References: 
1 WHO (2015).“Antibiotic Resistance: Multi-country public awareness survey” (online ed.).  WHO. ISBN 978 92 4 150981 7
2 Ramsey L (2017). “A growing threat could kill 10 million people a year by 2050.”  Businessinder.com