ຢາຕ້ານຈຸລະໂລກ
  
Translated

ຄຳຄຸນນາມ. ຢາທີ່ມີຄວາມສາມາດໃນການກຳຈັດ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອຈຸລະໂລກ

 

"ຖ້າທ່ານເປັນໄຂ້ຫວັດທຳມະດາ ທ່ານບໍ່ຈຳເປັນຕ້ອງກິນຢາຕ້ານເຊື້ອ ທ່ານຄວນນອນພັກຜ່ອນ ແລະ ດື່ມນ້ຳຫຼາຍໆເທົ່ານັ້ນກໍພໍ. ສໍາລັບ ໄຂ້ຫວັດໃຫຍ່ ແພດອາດພິຈາລະນາໃນການປິ່ນປົວດ້ວຍຢາຕ້ານຈຸລະໂລກເຊັ່ນ: ຢາ Tamiflu ໃນກໍລະນີທີ່ຈຳເປັນ”

 

"ຕົວຢ່າງຢາຕ້ານຈຸລະໂລກ: ຢາຕ້ານເຊື້ອຈຸລະໂລກທີ່ໃຊ້ສໍາລັບປິ່ນປົວພະຍາດ HIV/AIDS, ຕັບອັກເສບຈາກເຊື້ອຈຸລະໂລກຕັບອັກເສບບີ ແລະ ພະຍາດຕານເຕັ້ນ"

 

Learning point

ຢາຕ້ານຈຸລະໂລກ ແລະ ຢາຕ້ານເຊື້ອຈຸລິນຊີຕ່າງກັນຄືແນວໃດ?

 

ຢາຕ້ານເຊື້ອຈູລິນຊີບໍ່ມີຜົນຕໍ່ການຕິດເຊື້ອຈຸລະໂລກ ແລະ ຢາຕ້ານຈຸລະໂລກກໍ່ບໍ່ມີຜົນຕໍ່ການຕິດເຊື້ອຈູລິນຊີ. ຢາຕ້ານເຊື້ອ ຈຸລະໂລກ ແມ່ນ ແຕກຕ່າງຈາກຢາຕ້ານເຊື້ອຈຸລິນຊີ ຍ້ອນວ່າ ຢາດັ່ງກ່າວບໍ່ທຳລາຍເຊື້ອຈຸລະໂລກໂດຍກົງ ແຕ່ຈະຢັບຢັ້ງການ ຈະເລີນເຕີບ ແລະ ການແຜ່ຂະ ຫຍາຍຂອງເຊື້ອ, ການຕິດເຊື້ອຈຸລະໂລກທີ່ພົບເລື້ອຍໆຄືຫວັດທຳມະດາ ເຊິ່ງມັກຈະເຊົາເອງໂດຍບໍ່ຕ້ອງການປີ່ນປົວໃດໆ [1]

 

ນອກຈາກນີ້, ການປິ່ນປົວໄຂ້ຫວັດທຳມະດາ ໂດຍທົ່ວໄປແມ່ນເພື່ອຫຼຸດຜ່ອນອາການຕ່າງໆເຊັ່ນ: ອາການປວດ, ໄຂ້ ແລະ ໄອ. ການເຈັບ ເປັນຈາກເຊື້ອ ຈຸລະໂລກ ແລະ ເຊື້ອຈຸລິນຊີບາງຊະນິດ ມີອາການຄ້າຍຄືກັນເຊັ່ນ: ພະຍາດອັກເສບປອດ ແລະ ພະຍາດຖອກທ້ອງ ເຊິ່ງເປັນເລື່ອງຍາກທີ່ຈະ ຊອກຫາສາເຫດທີ່ຊັດເຈນ.

 

ແພດໄດ້ຈຳແນກພະຍາດທີ່ເກີດຈາກເຊື້ອຈຸລະໂລກ ແລະ ເຊື້ອຈຸລິນຊີີ ໂດຍການສອບຖາມປະຫວັດ, ການກວດກາຮ່າງກາຍ ແລະ ການກວດ ເພີ່ມຕື່ມເຊັ່ນ: ການກວດເລືອດ ຫຼື ການກວດສອບໄຂ້ຫວັດໃຫຍ່ດ້ວຍຊຸດກວດແບບໄວ. ການກວດໄຂ້ຫວັດໃຫຍ່ ໂດຍທົ່ວໄປຈະປະຕິບັດ ໂດຍການເກັບຕົວຢ່າງ ດ້ວຍການຕ້ອຍຕົວຢ່າງຈາກໃນຄໍ ຫຼື ດັງ ແລ້ວກວດຫາເຊື້ອຈຸລະໂລກໄຂ້ຫວັດໃຫຍ່.

 

ຄ້າຍຄືກັບເຊື້ອຈຸລິນຊີີ, ເຊື້ອຈຸລະໂລກ ສາມາດປຽ່ນແປງ ແລະ ປັບໂຕໄດ້ຕະຫຼອດເວລາ ຈົນສາມາດຕ້ານຕໍ່ຢາຕ້ານຈຸລະໂລກ ໄດ້ ເຊິ່ງການ ຕ້ານຕໍ່ຢາຕ້ານຈຸລະໂລກເປັນບັນຫາທີ່ພົບເພີ່ມຂື້ນຫຼາຍໂດຍສະເພາະໃນຄົນເຈັບ HIV/AIDS.

 

References

1 HealthyMePA. (2018, October 25). Do I Need An Antibiotic? Know the Difference Between Viral and Bacterial Infections. Retrieved from https://www.healthymepa.com/2017/02/21/do-you-need-antibiotics/

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້