ຢາຕ້ານມາລາເຣຍ
  
Translated

ຄຳນາມ. ແມ່ນຢາທີ່ມີຄວາມສາມາດໃນການຂ້າ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອມາລາເຣຍ.

 

“ສຳລັບນັກເດີນທາງ, ຍັງບໍ່ມີຢາຕ້ານມາລາເຣຍໂຕໃດທີ່ມີປະສິດທິພາບໃນການປ້ອງກັນມາລາເຣຍໄດ້ 100% ຜູ້ທີ່ມີຄວາມສ່ຽງກັບການຕິດເຊື້ອມາລາເຣຍ ຕ້ອງປ້ອງກັນບໍ່ໃຫ້ຍຸງກັດເຊັ່ນ: ທາຢາກັນຍຸງ, ນຸ່ງເສື້ອແຂນຍາວ, ໂສ້ງຂາຍາວ ແລະ ນອນໃນບ່ອນທີ່ປາສະຈາກຍຸງ ຫຼື ໃຊ້ມຸ້ງທີ່ຍ້ອມຢາຂ້າຍຸງ” [1]

 

“ການໃຊ້ຢາຕ້ານມາລາເຣຍຢ່າງບໍ່ຖືກຕ້ອງ ເປັນສາເຫດທີ່ເຮັດໃຫ້ເກີດເຊື້ອມາລາເຣຍທີ່ຕ້ານຕໍ່ຢາໃນທົ່ວໂລກ”

 

ຢາຕ້ານເຊື້ອມາລາເຣຍປອມ ພົບເຫັນໄດ້ທົ່ວໄປໃນປະເທດທີ່ກຳລັງພັດທະນາ. ຄົນເຈັບຄວນຕື່ນຕົວຕໍ່ບັນຫາດັ່ງກ່າວ ແລະ ຕ້ອງໄດ້ຮັບການປິ່ນປົວ ແລະ ປະຕິບັດຕາມຄຳແນະນຳຈາກພະນັກງານສາທາລະນະສຸກທີ່ໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກ ເທົ່ານັ້ນ”

Learning point

ການແຜ່ລະບາດຂອງພະຍາດມາລາເຣຍທີ່ຕ້ານຕໍ່ຢາ

 

ໃນສະໄໝ 400 ປີກ່ອນ ຄ.ສ. ທ່ານ Hippocrates ເຊື່ອວ່າ ພະຍາດມາລາເຣຍເກີດຈາກອາກາດທີ່ບໍ່ດີ ໂດຍສະເພາະໃນເຂດ ທີ່ຕິດກັບ ໜອງນ້ຳ ແລະ ທະເລສາບ. ຄໍາວ່າ “ມາລາເຣຍ” ມາຈາກຄໍາວ່າ “ອາກາດບໍ່ດີ” ໃນພາສາອີຕາລີ [1]. ເຖິງຢ່າງໃດກໍ ຕາມ, ພະຍາດມາລາເຣຍ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບອາກາດບໍ່ດີ ແຕ່ການຢູ່ໃກ້ກັບໜອງນໍ້າ ຫຼື ທະເລສາບເຊິ່ງເປັນແຫຼ່ງອາໄສຂອງຍຸງ ແລະ ແມ່ກາຝາກທີ່ຢູ່ໃນຍຸງ ເຊິ່ງວ່າຍຸງໂຕແມ່ທີ່ມີເຊື້ອມາລາເຣຍຈະແຜ່ເຊື້ອມາລາເຣຍມາສູ່ຄົນໃນຂະນະທີ່ມັນດູດເລືອດຄົນເຮົາ.

 

ການແຜ່ລະບາດຢ່າງໄວວາຂອງເຊື້ອມາລາເຣຍທີ່ຕ້ານຕໍ່ຢາໃນພາກພື້ນອາຊີຕາເວັນອອກສຽງໃຕ້ ກໍ່ໃຫ້ເກີດຄວາມກົງວົນໄປທົ່ວໂລກ. ມາລາ ເຣຍ ເປັນພະຍາດແມ່ກາຝາກທີ່ຮຸນແຮງ ແລະ ສຳຄັນທີ່ສຸດຊະນິດໜຶ່ງໃນມະນຸດ. ເຖິງວ່າການເສຍຊີວິດຈາກພະຍາດດັ່ງກ່າວສ່ວນໃຫຍ່ຈະພົບໃນທະວີບອາຟິຣກາ, ແຕ່ການຕ້ານຕໍ່ຢາກໍ່ພົບໃນອາຊີຕາເວັນອອກສຽງໃຕ້ເຊັ່ນກັນ. ຢາ Artemisinin ເປັນສານສະກັດຈາກພືດເຊີ່ງມີຕົ້ນກຳເນີດຈາກປະ ເທດຈີນ ແລະ ຍັງຄົງເປັນຢາທີ່ໃຊ້ເພື່ອປິ່ນປົວມາລາເຣຍທີ່ດີທີ່ສຸດໃນປະຈຸບັນ. ເຖິງຢ່າງໃດກໍຕາມ, ໃນປີ 2008 ນັກວິໃຈດ້ານການແພດ ໄດ້ພົບວ່າສາຍພັນຂອງມາລາເຣຍທີ່ຕ້ານຕໍ່ຢາ Artemisinin ຢ່າງເດັ່ນຊັດໃນ ພາກພື້ນອາຊີຕາເວັນອອກສຽງໃຕ້ [2]

 

ໃນແຕ່ລະປີ, ມີຜູ້ຕິດເຊື້ອພະຍາດມາລາເຣຍປະມານ 212 ລ້ານຄົນ. ຖ້າຫາກເຊື້ອມາລາເຣຍສາຍພັນທີ່ຕ້ານຕໍ່ຢາແຜ່ກະຈາຍ ໄປສູ່ທະວີບອາ ຟິຣກາ (92% ຂອງສາເຫດກການຜູ້ເສຍຊີວິດສາເຫດມາຈາກພະຍາດມາຣາເລຍ)   ກໍຈະສົ່ງຜົນໃຫ້ສະຖານະການນີ້ຮຸນແຮງຍິ່ງຂຶ້ນໄດ້.

 

ການຄວບຄຸມການຂະຫຍາຍໂຕຂອງຍຸງ ແລະ ການຢຸດການນຳໃຊ້ຢາຕ້ານມາລາເຣຍຢ່າງບໍ່ຖືກຕ້ອງນັ້ນເປັນຫົວໃຈສຳຄັນໃນການຄວບຄຸມພະຍາດ ມາລາເຣຍ ແລະ ເຊື້ອມາລາເຣຍຕ້ານຕໍ່ຢາ. ບຸກຄົນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອມາລາເຣຍຄວນໃຊ້ມຸ້ງທີ່ຍ້ອມນ້ຳຢາຂ້າຍຸງ ແລະ ການສິດພົ່ນຢາຂ້າຍຸງ ພາຍໃນຄົວເຮຶອນ. ຄົນເຈັບທີ່ສົງໄສວ່າເປັນພະຍາດມາລາເຣຍຄວນໄດ້ຮັບການບົ່ງມະຕິຢັ້ງຢືນ ດ້ວຍຊຸດກວດແບບໄວ ຫຼື ກ້ອງຈຸລະທັດ ກ່ອນທີ່ຈະ ເລີ່ມກິນຢາຕ້ານມາລາເຣຍສະເໝີ [3]. ບໍ່ເຊັ່ນນັ້ນ ການໃຊ້ຢາຕ້ານມາລາ ເຣຍຢ່າງບໍ່ຖືກຕ້ອງຈະກະຕຸ້ນໃຫ້ມີການແຜ່ກະຈາຍ ຂອງເຊື້ອມາ ລາເຣຍຕ້ານຕໍ່ຢາຫຼາຍຂຶ້ນ.

 

Reference: 

1 Bierhoff, M. (2018, June 29). Malaria? I don't smell anything. Retrieved from https://bierhoffgoesviral.com/2017/12/01/malaria-i-dont-smell-anything/

2 White, N. J. (n.d.). Nick White: Artemisinin therapy for malaria. Retrieved from http://www.tropmedres.ac/nick-white-artemisinin-therapy-for-malaria

3 WHO. (2019, March 27). Fact sheet about Malaria. Retrieved from http://www.who.int/news-room/fact-sheets/detail/malaria

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້