ຄຳນາມ. ແມ່ນສິ່ງທີ່ບໍ່ມີຊີວິດຂະນາດນ້ອຍ, ບໍ່ຊັບຊ້ອນ ສາມາດພົບເຫັນໄດ້ທົ່ວທຸກບ່ອນ ແລະ ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້. ຈຸລະໂລກບໍ່ມີໂຄງສ້າງຂອງຈຸລັງ ແລະ ຖືວ່າແມ່ນສີ່ງທີ່ບໍ່ມີຊີວິດ.  ຈຸລະໂລກອາໃສຈຸລັງຂອງສີ່ງທີ່ມີຊີວິດອື່ນເພື່ອໃຊ້ໃນການແບ່ງໂຕ ແລະ ດຳລົງຊີວິດ
 
“ຢາຕ້ານເຊື້ອຈູລິນຊີບໍ່ມີຜົນຕໍ່ເຊື້ອຈຸລະໂລກ. ຢາຕ້ານເຊື້ອຈຸລະໂລກບາງຊະນິດທີ່ສາມາດໃຊ້ໃນການປີ່ນປົວການຕິດ ເຊື້ອຈຸລະໂລກທີ່ຮຸນແຮງໄດ້, ແຕ່ເຊື້ອຈຸລະໂລກກໍ່ສາມາດຕ້ານຕໍ່ຢາຕ້ານເຊື້ອຈຸລະໂລກເຫຼົ່ານັ້ນໄດ້ເຊັ່ນກັນ” 
 
“ຕົວຢ່າງ: ພະຍາດທີ່ມີສາເຫດມາຈາກການຕິດເຊື້ອຈຸລະໂລກເຊັ່ນ: ໄຂ້ຫວັດທຳມະດາ, ໄຂ້ຫວັດໃຫຍ່, ໝາກສຸກໝາກໃສ ແລະ ພະຍາດໝາກແດງໃຫຍ່”
 
ຄຳສັບທີ່ມີຄວາມໝາຍກ່ຽວຂ້ອງ
 
Viral 
ຄຳຄຸນນາມ.  ທີ່ມີສາເຫດມາຈາກເຊື້ອຈຸລະໂລກ