ການໃຊ້ຢາຕ້ານເຊື້ອຈຸລິນຊີໃນສັດ
  
Translated

ຄຳຄຸນນາມ. ບົ່ງບອກວ່າສັດ ຫຼືຊີ້ນສັດທີ່ໄດ້ມາຈາກສັດໄດ້ຮັບຢາຕ້ານເຊື້ອຈຸລິນຊີຜ່ານທາງການໃຫ້ອາຫານ ຫລື ນໍ້າ ໃນເວລາໃດໜຶ່ງໃນຊ່ວງ ຊີວິດຂອງມັນ. ຄຳນີ້ມັກຖືກໃຊ້ເລື້ອຍໆເພື່ອບົ່ງບອກວ່າມີການນຳໃຊ້ຢາຕ້ານເຊື້ຶອຈຸລິນຊີໃນສັດທີ່ແຂງແຮງດີ ຢ່າງສະໝໍ່າສະເໝີ ເພື່ອຈຸດປະສົງ ໃດໆກໍ່ຕາມ.

 

“ຊີ້ນສັດ ສ່ວນໃຫຍ່ທີ່ເຮົາບໍລິໂພກຢູ່ໃນປະຈຸບັນແມ່ນມາຈາກສັດທີ່ໄດ້ຮັບຢາຕ້ານເຊື້ອຈຸລິນຊີໃນເວລາລ້ຽງດູ. ຢາຕ້ານເຊື້ອຈຸ ລິນຊີໂດຍທົ່ວໄປເເມ່ນຖືກໃຊ້ເພື່ອໃຫ້ສັດຈະເລີນເຕີບໃຫຍ່ໄດ້ໄວຂື້ນ, ມີຂະໜາດໃຫຍ່ຂື້ນ ຫຼື ເພື່ອປ້ອງກັນການຕິດເຊື້ອ” [1]

 

“ປຸ໋ຍທີ່ໄດ້ມາຈາກສັດທີ່ຖືກລ້ຽງດ້ວຍອາຫານທີ່ມີຢາຕ້ານເຊື້ອຈຸລິນຊີ ອາດຈະມີການປົນເປື້ອນໄປດ້ວຍຢາຕ້ານເຊື້ອຈຸລິນຊີ ແລະ ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອ”

 

Learning point

ເຮົາຄວນກັງວົນກ່ຽວກັບການໃຊ້ຢາຕ້ານເຊື້ອຈຸລິນຊີໃນສັດລ້ຽງ ຫຼື ບໍ່?

 

ທຸກມື້ໃນທົ່ວໂລກ, ຢາຕ້ານເຊື້ອຈຸລິນຊີຖືກປະສົມໃນອາຫານໃຫ້ເເກ່ສັດຕ່າງໆເຊັ່ນ ງົວ, ໄກ່, ໝູ, ປາ ແລະ ກຸ້ງ [2]   ຊາວກະສິກອນໃຊ້ຢາ ຕ້ານເຊື້ອຈຸລິນຊີເພື່ອໃຫ້ສັດລ້ຽງຂອງພວກເຂົາຈະເລີນເຕີບໃຫຍ່ໄດ້ໄວ, ເພື່ຶອປ້ອງກັນ ຫຼື ການປິ່ນປົວພະຍາດ. ການໃຊ້ຢາຕ້ານເຊື້ອຈຸລິນຊີ ເພື່ອໃຫ້ສັດຈະເລີນເຕີບໃຫຍ່ໄດ້ໄວນັ້ນ ກາຍເປັນສິ່ງຕ້ອງຫ້າມໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ ຢາຕ້ານເຊື້້ອຈຸລິນຊີທີ່ໃຊ້ໃນສັດທັງໝົດ ແມ່ນບໍ່ໄດ້ເປັນທີ່ຮັບຮູ້ຢ່າງຊັດເຈນ ແລະ ອາດຈະມີການນຳໃຊ້ທີ່ເພີ່ມຂື້ນ ເນື່ອງມາຈາກຄວາມຕ້ອງການທາງດ້ານອາຫານທີ່ມາຈາກສັດເພີ່ມຂື້ນ.

 

ຄາດຄະເນວ່າຈະມີຢາຕ້ານເຊື້ອຈຸລິນຊີປະມານ 200,000 ເຖິງ 250,000 ໂຕນ ທີ່ຖືກຜະລິດ ແລະ ນໍາໃຊ້ທົ່ວໂລກໃນແຕ່ລະປີ [3]. ໃນນັ້ນ, ປະມານ 70% ຂອງຢາຕ້ານເຊື້ອຈຸລິນຊີທີ່ຖືກນໍາໃຊ້ໃນສັດ ແລະ 30% ແມ່ນຖືກນຳໃຊ້ໃນສັດໃນຄົນ. ສ່ວນໃຫຍ່ແລ້ວ ຢາຕ້ານ ເຊື້ອຈຸລິນຊີທີ່ໃຊ້ໃນຄົນ ແລະ ສັດ ຈະຖືກຄັບອອກມາທາງນ້ຳຍ່ຽວ ແລະ ອາຈົມ, ຫຼັງຈາກນັ້ນຈະເຂົ້າສູ່ລະບົບບໍາບັດນໍ້າເສຍ ແລະ ປົນເປື້ອນລົງໃນສິ່ງແວດລ້ອມ. ການສຳພັດກັບຢາຕ້ານເຊື້ອຂອງເຊື້ອຈຸລິນຊີທີ່ອາໃສຢູ່ໃນຄົນ ແລະ ສັດ, ເຊື້ອເລົ່ານີ້ກໍ່ສາມາດພັດທະນາໄປເປັນເຊື້ອຕ້ານຕໍ່ຢາໄດ້ເຊັ່ນກັນ, ເເລະ ກໍ່ສາມາດແຜ່ກະຈາຍໄປສູ່ຄົນອື່ນ ແລະ ສິ່ງແວດລ້ອມ ແລະ ຍັງເຮັດໃຫ້ເກີດການຕິດເຊື້ອ ແລະ ເສຍຊີວິດໄດ້ອີກດ້ວຍ. (ຮູບ 1)

 

ຮູບທີ່1: ການຕ້ານຕໍ່ຢາຕ້ານເຊື້ອ: ຈາກໂຮງລ້ຽງສັດ ໄປຫາ ໂຕະອາຫານ [4]

 

ສັງເກດໄດ້ວ່າມັນມີຄວາມປອດໄພທີ່ຈະບໍລິໂພກຊີ້ນສັດ ຈາກໂຮງລ້ຽງສັດເຖິງວ່າຈະມີການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນການລ້ຽງກໍ່ຕາມ ຖ້າຫາກວ່າມີມາດຕະຖານທີ່ດີ. ເນື່ອງຈາກໃນໂຮງລ້ຽງສັດທີ່ມີມາດຕະຖານເຫຼົ່ານັ້ນ ຈະບໍ່ໃຫ້ຢາຕ້ານເຊື້ອຈຸລິນຊີເເກ່ສັດລ້ຽງຂອງພວກເຂົາ ໃນຊ່ວງ 10 ຫາ 20 ວັນ ສຸດທ້າຍກ່ອນຈະສົ່ງໄປໂຮງຂ້າສັດ ເພື່ອໃຫ້ແນ່ໃຈວ່າຈະບໍ່ມີຢາຕ້ານເຊື້ອຈຸລິນຊີຄົງຄ້າງຢູ່ໃນຊີ້ນສັດ. ນອກຈາກນີ້ ຂັ້ນຕອນຕ່າງໆ ທີ່ນໍາໃຊ້ກໍ່ຕ້ອງມີຄວາມສະອາດເພື່ອບໍ່ໃຫ້ມີເຊື້ອຈຸລິນຊີ ຫຼົງເຫຼືອຢູ່ໃນຊີ້ນສັດ.

 

ການບັນລຸເປົ້າໝາຍນີ້ສາມາດເປັນໄປໄດ້ພາຍໄຕ້ຮູບແບບລະບົບນິເວດທາງການກະເສດ. ນິເວດວິທະຍາຂອງສັດປີກ  ແລະ ການລ້ຽງສັດເເບບ ປະສົມປະສານແມ່ນອົງປະກອບທີ່ສໍາຄັນໃນລະບົບການກະເສດ, ມັນຍັງລວມໄປເຖິງລະບົບການບໍລິຫານຈັດການຄວາມຫລາກຫລາຍຂອງພືດ ແລະ ສັດໃຫຍ່ ເພື່ອເປັນການເພີ່ມຜົນຜະລິດ, ລາຍຮັບ, ເພີ່ມການຍືນຍົງຄົງຕົວຂອງການນໍາໃຊ້ຊັບພະຍາກອນໃນຂັ້ນທ້ອງຖິ່ນ ແລະ ຫຼຸດຜ່ອນ ການນຳເຂົ້າສິນຄ້າ ແລະ ເນື້ອທີ່ດິນເພື່ອການຕອບສະໜອງອາຫານໂດຍກົງໃຫ້ກັບມະນຸດ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.

 

ນອກຈາກນີ້, ການນຳໃຊ້ຢາຕ້ານເຊື້ອສາມາດຫຼຸດຜ່ອນອັດຕາການຕາຍຂອງສັດຈາກການຕິດເຊື້ອພະຍາດ ລວມເຖິງຫຼຸດຜ່ອນການແຜ່ກະຈາຍ ຂອງພະຍາດຈາກສັດໄປສູ່ຄົນ ແລະ ສັດຕົວອື່ນໆເຊັ່ນກັນ. ສັດທີ່ມີການຕິດເຊື້ອໂດຍທີ່ບໍ່ສະແດງອາການອາດເປັນສາເຫດເຮັດໃຫ້ເກີດອາການ ປ່ວຍໃນຄົນທີ່ຄົນໄດ້ບໍລິໂພກມັນເຂົ້າໄປ. ດັ່ງນັ້ນ ອົງການອະນາໄມໂລກ ໄດ້ແນະນຳໃຫ້ຊາວກະສິກອນ ຢຸດການໃຊ້ຢາຕ້ານເຊື້ອຈຸລິນຊີ ຢ່າງເປັນປະຈຳ ເພື່ອສົ່ງເສີມການຈະເລີນເຕີບໂຕ ແລະ ປ້ອງກັນການເກີດພະຍາດໃນສັດທີ່ມີສຸຂະພາບດີຢູ່ແລ້ວ [5]. ສັດລ້ຽງທີ່ສຸຂະພາບເເຂງແຮງ ດີຄວນໄດ້ຮັບຢາຕານເຊື້ອໃນກໍລະນີທີ່ມີສັດໃນຝູງ ຫລືຄອກດຽວກັນໄດ້ຮັບການບົ່ງມະຕິຢືນຢັນວ່າມີການຕິດເຊື້ອເທົ່ານັ້ນ.  ດັ່ງນັ້ນ ການນຳໃຊ້ຢາ ຕ້ານເຊື້ອຈຸລິນຊີເຂົ້າໃນອຸສະຫະກຳການລ້ຽງສັດເປັນອາຫານແມ່ນຍັງຄົງມີຄວາມສຳຄັນ ແລະ ການທີ່ໃຫ້ມີຢຸດເຊົາການໃຊ້ຢາຕ້ານເຊື້ອຈຸລິນຊີ ໃນສັດຢ່າງຖາວອນ ອາດກໍ່ເຮັດໃຫ້ເກີດບັນຫາເພີ່ມຂື້ນໄດ້.

 

ສະຫຼຸບໄດ້ວ່າ ເຮົາຄວນໃຫ້ຄວາມສຳຄັນໃນການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນສັດ ແລະ ຄວນຫຼຸດຜ່ອນການນຳໃຊ້ຢາຕ້ານຈຸລິນຊີເຊື້ອທັງໃນຄົນ ແລະ ສັດໃຫ້ເຫຼືອໃນປະລິມານໜ້ອຍທີ່ສຸດ.

 

References: 

1 Arsenault C. (2015). “A huge spike in antibiotics-fed livestock is bringing the superbug epidemic even faster than feared”. Businessinsider.com

2 Grace Communication Foundation (2018). “Antibiotics”. Sustainabletable.org

3O’Neill J. (2015). “Antimicrobials in agriculture and the environment: reducing unnecessary use and waste.” Amr-review.org.

4 CDC (2013).  “From farm to table”. Cdc.gov

5 WHO (2017). “Stop using antibiotics in healthy animals to prevent the spread of antibiotic resistance”. Who.in

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້