ຮ່ອງຮອຍຢາຕ້ານເຊື້ອຈຸລິນຊີ ໄດ້ຮັບການນຳສະເໜີເພື່ອເປັນເຄື່ອງມືໃນການສື່ສານລະດັບໂລກ ທີ່ບົ່ງບອກເຖິງຄວາມສຳຄັນຂອງການນຳ ໃຊ້ຢາຕ້ານເຊື້ອຈຸລິນຊີໃນຄົນ ແລະ ສັດ ທີ່ມີຜົນກະທົບຕໍ່ລະບົບນະເວດວິທະຍາ [1]. ມັນມີຄວາມຄ້າຍຄືກັນລະຫວ່າງ “ Carbon footprint” ແລະ ‘antibiotic footprint’ (ຮູບທີ 1). ໃນຂະນະທີ່ເຮົາຕ້ອງໃຊ້ພະລັງງານເພື່ອການດໍາລົງຊີວິດ, ແຕ່ການໃຊ້ພະລັງງານຈາກ ຖ່ານຫີນທີ່ຫລາຍເກີນໄປກໍ່ໃຫ້ເກີດສະພາບອາກາດປ່ຽນແປງທົ່ວໂລກ. ເຊັ່ນດຽວກັນກັບເວລາທີ່ເຮົາຕິດເຊື້ອຈຸລິນຊີ, ພວກເຮົາຕ້ອງການຢາຕ້ານເຊື້ອຈຸລິນຊີເພື່ອກຳຈັດພວກມັນ. ການໃຊ້ຢາຕ້ານເຊື້ອຈຸລິນຊີເກີນຄວາມຈໍາເປັນ ແລະ ບໍ່ຖືກຕ້ອງແມ່ນກໍ່ໃຫ້ເກີດກໍລະນີການຕ້ານຕໍ່ ຢາຕ້ານເຊື້ອຈຸລິນຊີຫລາຍຂື້ນເລື້ອຍໆ ເຊິ່ງເຊື້ອເຫຼົ່ານີ້ວ່າ “ຊຸບເປີບັກ (superbug)”- ຫລືເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດ.

ຮູບທີ 1: The Carbon Footprint (ຊ້າຍ) ແລະ Antibiotic Footprint (ຂວາ).
ປາສະຈາກການແກ້ໄຂເພື່ອຫຼຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນທົ່ວໂລກ, ຄົນຈໍານວນຫລວງຫລາຍອາດເສຍຊີວິດຍ້ອນເຊື້ອຕ້ານ ຕໍ່ຢາຕ້ານເຊື້ອຫຼາຍຊະນິດ “superbugs”. ຮ່ອງຮອຍຂອງຢາຕ້ານເຊື້ອຈຸລິນຊີຍັງສາມາດວັດແທກປະລິມານການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນທຸກໆກິດຈະກໍາຂອງຄົນ, ລວມທັງການນຳໃຊ້ຢາຕ້ານເຊື້ອຈຸລິນຊີທາງກົງໃນຊຸມຊົນ, ໃນໂຮງໝໍ ແລະ ການການນຳໂດຍທາງອ້ອມ ໃນຜະລິດຕະພັນທາງການກະເສດ.
ຮ່ອງຮອຍຂອງຢາຕ້ານເຊື້ອຈຸລິນຊີໃນປະເທດໃດໜຶ່ງ ສາມາດປະເມີນໄດ້ເຖິງປະລິມານການນຳໃຊ້ຢາຕ້ານເຊື້ອຈຸລິນຊີທັງໃນຄົນ ແລະ ສັດ ຂອງປະເທດນັ້ນໆໄດ້ (ຮູບພາບທີ 2). ການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນວຽກງານການກະເສດຖືວ່າແມ່ນພາກສ່ວນສຳຄັນຂອງຮ່ອງຮອຍ ຢາຕ້ານເຊື້ອຈຸລິນຊີ ເນື່ອງຈາກຢາຕ້ານເຊື້ອຈຸລິນຊີທີ່ໃຫ້ອາຫານແກ່ສັດສ່ວນໃຫຍ່ຈະຖືກຂັບອອກໄປສູ່ລະບົບບຳບັດນໍ້າເປື້ອນ ແລະ ແຫຼ່ງນໍ້າ ຕ່າງໆ ເຊິ່ງເຮັດໃຫ້ເຊື້ອຈຸລິນຊີມີການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໃນສະພາບແວດລ້ອມຂອງແຕ່ລະທ້ອງຖິ່ນ.

ຮູບທີ 2: ຮ່ອງຮອຍຢາຕ້ານເຊື້ອໃນເເຕ່ລະປະເທດ ໃນປີ 2015[2]
ທ່ານສາມາດອ່ານເພີ່ມຕື່ມກ່ຽວກັບຮ່ອງຮອຍຢາຕ້ານເຊື້ອໄດ້ທີ່ www.antibioticfootprint.net
References
1 Limmathurotsakul, D., Sandoe, J. A., Barrett, D. C., Corley, M., Hsu, L. Y., Mendelson, M., . . . Howard, P. (2019). ‘Antibiotic footprint’ as a communication tool to aid reduction of antibiotic consumption. Journal of Antimicrobial Chemotherapy. doi:10.1093/jac/dkz185
2 AntibioticFootprint. (n.d.). Retrieved from http://www.antibioticfootprint.net/