ການໃຊ້ຢາຕ້ານເຊື້ອຈຸລິນຊີເພື່ອການປ້ອງກັນ
  
Translated

ຄຳນາມ.  ການນໍາໃຊ້ຢາຕ້ານເຊື້ອເພື່ອປ້ອງກັນພະຍາດ ຫລື ການຕິດເຊື້ອ

 

"ການນຳໃຊ້ຢາຕ້ານເຊື້ອເພື່ອປ້ອງກັນການຕິດເຊື້ອໂດຍທົ່ວໄປແມ່ນຈະຖືກນຳໃຊ້ກ່ອນກສນເຮັດຫັດຖະການຜ່າຕັດໃຫຍ່, ໃນກໍລະນີທີ່ມີຄວາມສ່ຽງວ່າເຊື້ອຈຸລິນຊີຈະເຂົ້າສູ່ຮ່າງກາຍໃນເວລາຜ່າຕັດ ແລະ ເຮັດໃຫ້ມີການຕິດເຊື້ອໄດ້ ໂດຍສະເພາະບາດແຜເປີດ"

 

ຄຳສັບທີ່ກ່ຽວຂ້ອງ

 

ຢາຕ້ານເຊື້ອຈຸລິນຊີເພື່ອການປ້ອງກັນ

ຄຳນາມ.  ການນຳໃຊ້ຢາຕ້ານເຊື້ອເພື່ອປ້ອງກັນພະຍາດ ຫລື ການຕິດເຊື້ອ

 

Learning point

ຍ້ອນຫຍັງຈິ່ງຕ້ອງມີການນຳໃຊ້ຢາຕ້ານເຊື້ອຈຸລິນຊີເພື່ອການປ້ອງກັນການຕິດເຊື້ອໃນຄົນ ແລະ ສັດ?

 

ກ່ອນໜ້ານີ້ໄດ້ມີການນຳໃຊ້ຢາຕ້ານເຊື້ອເພື່ອປ້ອງກັນການຕິດເຊື້ອຢ່າງແຜ່ຫຼາຍທັງໃນຄົນ ແລະ ສັດ. ພາຍຫລັງການຄົ້ນພົບ penicillin ໃນປີ 1928, ຢາ penicillin ໄດ້ກາຍເປັນຢາທີ່ສາມາດຫຼຸດຜ່ອນການເກີດບາດແຜຊຶມເຊື້ອຈາກການຜ່າຕັດໄດ້ເປັນຢ່າງດີ [1]. ໃນເບື້ອງຕົ້ນ ໄດ້ມີການໃຫ້ຢາຕ້ານເຊື້ອເພື່ອປ້ອງກັນການຕິດເຊື້ອແບບບໍ່ມີການວາງແຜນ, ການນຳໃຊ້ຢາຕ້ານເຊື້ອທີ່ເພີ່ມຂື້ນເຮັດໃຫ້ການຕ້ານຕໍ່ຢາຕ້ານເຊື້ອ ແລະ ການຕິດເຊື້ອໃນໂຮງໝໍທີ່ມີສາເຫດມາຈາກເຊື້ອຈຸລິນຊີເພີ່ມຂື້ນ. ໃນວຽກງານການລ້ຽງສັດ, ກໍ່ໄດ້ມີການນຳໃຊ້ຢາຕ້ານເຊື້ອເພື່ອປ້ອງກັນ ພະຍາດ ແລະ ການເສຍຊີວິດຂອງສັດ,  ແລະ ໃນບາງປະເທດໃຊ້ຢາຕ້ານເຊື້ອເພື່ອເປັນການກະຕຸ້ນໃຫ້ສັດມີການຈະເລີນເຕີບໂຕໄດ້ດີ.

 

ປະຈຸບັນຢາຕ້ານເຊື້ອບໍ່ໄດ້ຖືກນຳໃຊ້ເພື່ອການປ້ອງກັນການພະຍາດຫລາຍຄືກັບໃນເມື່ອ 10 ປີ ກ່ອນ. ເນື່ອງຈາກການເພີ່ມຂື້ນຂອງການຕ້ານຕໍ່ຢາຕ້ານເຊື້ອ, ການປ່ຽນແປງຂອງເຊື້ອຈຸລິນຊີ ທີ່ເປັນສາເຫດຂອງການຕິດເຊື້ອ ແລະ ຄວາມກ້າວໜ້າຂອງເຄື່ອງມືທາງການແພດທີ່ທັນສະໄໝ ທີ່ເຮັດໃຫ້ສາມາດກວດພົບການຊຶມເຊື້ອຈາກເຊື້ອຈຸລິນຊີໄດ້.

 

ຍັງມີຄຳແນະນຳທາງວິຊາການໄດ້ໃຫ້ຄໍາາແນະນຳໃນການໃຫ້ໃຊ້ຢາຕ້ານເຊື້ອກ່ອນການຜ່າຕັດໃຫຍ່ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອຈຸລິນຊີ. ເຖິງຢ່າງໃດກໍ່ຕາມ ໄລຍະເວລາຂອງການໃຫ້ຢາຕ້ານເຊື້ອແມ່ນຫຼຸດຜ່ອນລົງຫຼາຍ ແລະ ບໍ່ມີການແນະນຳໃຫ້ໃຊ້ຢາຕ້ານເຊື້ອເປັນເວລາດົນຫຼັງ ຈາກຜ່າຕັດສຳເລັດ. ພ້ອມນີ້, ກໍ່ບໍ່ມີການແນະນຳໃຫ້ໃຊ້ຢາຕ້ານເຊື້ອໃນວຽກງານທັນຕະກຳ, ນອກຈາກວ່າຄົນເຈັບນັ້ນມີບັນຫາວ້ານຫົວໃຈທຽມ ຫຼື ການຊຶມເຊື້ອລີ້ນຫົວໃຈເປັນຕົ້ນ.

 

ໃນປີ 2017 ອົງການອະນາໄມໂລກໄດ້ແນະນຳຢ່າງເດັດຂາດ ໃຫ້ລຸດຜ່ອນການໃຊ້ຢາຕ້ານເຊື້ອທຸກຊະນິດທີ່ມີຄວາທສຳຄັນທາງການແພດ, ໃນ ການລ້ຽງສັດເພື່ອເປັນອາຫານ, ລວມເຖິງການຢຸດການນໍາໃຊ້ຢາຕ້ານເຊື້ອເພື່ອເປັນການກະຕຸ້ນໃຫ້ສັດມີການຈະເລີນເຕີບໂຕ ແລະ ປ້ອງກັນ ການຕິດເຊື້ອພະຍາດອື່ນ ໂດຍທີ່ບໍ່ມີການບົ່ງມະຕິ  [2]. ສັດລ້ຽງທີ່ສຸຂະພາບແຂງແຮງຄວນໄດ້ຮັບຢາຕ້ານເຊື້ອເພື່ອປ້ອງກັນການຕິດເຊື້ອ ສະເພາະກໍລະນີທີ່ມີການບົ່ງມະຕິວ່າມີການຕິດເຊື້ອຈາກສັດໃນຝູງດຽວກັນ.

 

ເປັນທີ່ໜ້າສັງເກດວ່າໃນປະເທດທີ່ສົ່ງເສີມໃຫ້ມີການຢຸດໃຊ້ຢາຕ້ານເຊື້ອເພື່ອເລັ່ງການເຕີບໂຕຂອງສັດ, ອາດພົບວ່າຊາວກະສິກອນໄດ້ມີການນຳໃຊ້ຢາຕ້ານເຊື້ອເພື່ອການປ້ອງກັນພະຍາດເພີ່ມຂື້ນແທນ. ດັ່ງນັ້ນ ປະລິມານທັງໝົດຂອງຢາຕ້ານເຊື້ອທີ່ນໍາໃຊ້ເຂົ້າໃນວຽກງານກະສິກຳ ແມ່ນຍັງຄົງທີ່ ຫຼື ເພີ່ມຂື້ນ [3]. ສະນັ້ນ, ມັນເປັນສິ່ງສຳຄັນທີ່ສຸດທີ່ຈະປະຕິບັດຕາມຄຳແນະນຳຂອງອົງການອະນາໄມໂລກ ເພື່ອຄວບຄຸມການໃຊ້ຢາຕ້ານເຊື້ອເຂົ້າໃນການປ້ອງກັນ ຖ້າບໍ່ໄດ້ຮັບການບົ່ງມະຕິ.

 

ທາງເລືອກອື່ນນອກຈາກການໃຊ້ຢາຕ້ານເຊື້ອເພື່ອປ້ອງກັນພະຍາດໃນສັດ, ໄດ້ແກ່ການປັບປຸງສຸຂະອະນາໄມ, ການນໍາໃຊ້ຢາປ້ອງກັນພະຍາດ, ການປັບປ່ຽນທີ່ຢູ່ອາໃສ ແລະ ພຶດຕິກໍາການລ້ຽງສັດ.

 

References: 

1 Westerman E.L. (1984). “Antibiotic prophylaxis in surgery: Historical background, rationale, and relationship to prospective payment.” AJIC. 12(6); 339-343. doi: 10.1016/0196-6553(84)90007-5

2 WHO (2017). “Stop using antibiotics in heathy animals to prevent the spread of antibiotic resistance”. WHO.

3 Mevius D., Heederik D. (2014). “Reduction of antibiotic use in animals “let’s go Dutch.” J. Verbr.Lebensm. 2014(9); 177-181. doi: 10.1007/s00003-014-0874-z

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້