ຢາຕ້ານເຊື້ອຈຸລິນຊີ
  
Translated

ຄຳ​ນາມ. ແມ່ນສານ ຫລື ຢາ (ຕົວ​ຢ່າງ penicillin) ​ທີ່​ອອກ​ລິດທຳລາຍ  ແລະ ຢັ​ບຢັ້ງ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເຊື້ອຈຸລິນຊີ.

 

“ທ່ານ​ໝໍ​ບອກ​ຂ້ອຍ​ວ່າເວລາທີ່ຂ້ອຍ​ເປັນ​ໄຂ້ຫວັດໃຫຍ່ ຂ້ອຍບໍ່​ຈຳ​ເປັນ​ຕ້ອງ​ກິນ​ຢາ​ຕ້ານ​ເຊື້ອຈຸລິນຊີ ເພາະ​ຢາ​ຕ້ານ​ເຊື້ອຈຸລິນຊີ​ສາ​ມາດ​ປິ່ນ​ປົວ​ໄດ້​ສະ​ເພາະ​ການ​ຕິດເຊື້ອຈຸລິນຊີເທົ່າ​ນັ້ນ.”

 

“ຢາ​ຕ້ານ​ເຊື້ອຈຸລິນຊີ​ບໍ່​ສາ​ມາດ​ປິ່ນ​ປົວ​ພະ​ຍາດ​ທີ່​ເກີ​ດ​ຈາກ​ເຊື້ອ​ຈຸລະໂລກໄດ້ ເຊັ່ນໄຂ້ຫວັດທຳມະດາ ແລະ ໄຂ້ຫວັດໃຫຍ່. ການ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ ເພື່ອປີ່ນປົວການຕິດເຊື້ອຈຸລະໂລກ ຈະບໍ່ເຮັດໃຫ້ເຈົ້າຮູ້ສຶກດີຂື້ນ ຫລືກັບໄປເຮັດວຽກໄດ້ໄວຂື້ນ.”

 

ຄຳຄຸນນາມ. ປະກອບໄປດ້ວຍສານ ຫລື ຢາທີ່​ອອກ​ລິດທຳລາຍ ແລະ ຢັ​ບຢັ້ງ​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເຊື້ອຈຸລິນຊີ. ທີ່ມີການກ່ຽວຂ້ອງກັບຢາ​ຕ້ານ​ເຊື້ອຈຸລິນຊີ.

 

“ລາວບໍ່ສະບາຍຫລາຍຈາກການຊຶມເຊື້ອຈາກເຊື້ອຈຸລິນຊີ ເເລະ ຕ້ອງການປິ່ນປົວດ້ວຍຢາຕ້ານເຊື້ອຈຸລິນຊີເປັນເວລາດົນນານ”

Learning point

ຫາຍະນະທີ່ອາດເກີດຂື້ນໃນອະນາຄົດ

 

ການຕ້ານຕໍ່ຢາຕ້ານເຊື້ອເປັນໜຶ່ງໃນບັນຫາຕົ້ນຕໍຂອງສາທາລະນະສຸກທົ່ວໂລກ. ມັນອາດສາມາດເຮັດໃຫ້ມີການເສຍຊີວິດຂອງປະຊາກອນຫລາຍລ້ານຄົນ ແລະ ສົ່ງຜົນສະທ້ອນເຖິງເສດຖະກິດຂອງໂລກ [1]. ອົງການສະຫະປະຊາຊາດ (United Nations)  ໄດ້ປະກາດນຳໃຊ້ນະໂຍບາຍຂັ້ນສູງສຸດເພື່ອແກ້ໄຂບັນຫາກ່ຽວກັບການເພີ່ມຂື້ນຂອງຂອງການຊຶມເຊື້ອຈາກເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອ [2].

 

ບັນດາຢາຕ້ານເຊື້້ອຈຸລິນຊີ (antibiotics) ທີ່ໃຊ້ປິ່ນປົວພະຍາດທີ່ເກີດຈາກເຊື້ອຈຸລິນຊີ ເຊັ່ນ: ພະຍາດອັກເສບປອດ, ຊຶມເຊື້ອລະບົບຖ່າຍເທ ແລະ ຊຶມເຊື້ອຜິວໜັງ ອາດຈະບໍ່ໄດ້ຮັບຜົນດີສຳລັບເຊື້ອຈຸລິນຊີບາງຊະນິດ. ຜູ້ອຳນວຍການ ຂອງອົງການອະນາໄມໂລກໄດ້ກ່າວໄວ້ວ່າໃນອະນາ ຄົດທີ່ໃກ້ເຂົ້າມາເຖິງນີ້ ຜູ້ບໍລິໂພກ ແລະ ບຸກຂະລາກອນທາງການເເພດ ຈະມີຄວາມເຊື່ອໝັ້ນທີ່ໜ້ອຍລົງຕໍ່ການປິ່ນປົວພະຍາດໂດຍການໃຊ້ຢາຕ້ານເຊື້ອຈຸລິນຊີ ແລະ ທ່ານ​ກໍ່ໄດ້​ກ່າວ​ວ່າ “ອີງຕາມ​ແນວ​ໂນ້ມ​ໃນ​ປະ​ຈຸ​ບັນ​, ພະ​ຍາດທີ່ພົບເຫັນ​ທົ່ວ​ໄປເຊັ່ນ​ພະ​ຍາດ​ໜອງ​ໃນ​ເເທ້ (gonorrhea) ອາດຈະກາຍເປັນພະຍາດທີ່ປິ່ນປົວບໍ່ໄດ້” ແລະ “ທ່ານ​ໝໍ​ອາດ​ຈະ​ໄດ້ເວົ້າກັບຄົນເຈັບຂອງ​ຕົນ​​ວ່າ  “ຂໍ​ໂທດ​ເດີ້ ພວກ​ເຮົາ​ບໍ່​ສາມາດເຮັດຫຍັງ ໄດ້ອີກເເລ້ວ”.

 

ນີ້​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ທີ່​ພວກ​ເຮົາ​ຕ້ອງ​ກັງ​ວົນ​ເປັນຢ່າງ​ຍິ່ງ ເພາະ​ເຊື້ອຕ້ານຢາ​ມີ​ຜົນ​ກະ​ທົບ​ກັບ​ທຸກໆຄົນ ແລະ ຄອບຄົວຂອງພວກເຮົາ. ຕົວ​ຢ່າງ​ສຳ​ຄັນ​ກໍ່ຄື​ການ​ເກີດ​ລູກ​ໃນ​ຍຸກ​ຂອງ​ເຊື້ອຕ້ານຕໍ່​ຢາ​ ຈະ​ເຮັດ​ໃຫ້​ແມ່  ແລະ ເດັກ ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເສຍ​ຊີ​ວິດ​ຈາ​ກ​ການ​ຕິດ​ເຊື້ອຈຸລິນຊີ​ຢ່າງ​ສູງ.

 

References: 

1 O’Niell J. (2016). “Tackling Drug-Resistant Infections Globally: Final Report and Recommendations.- The review on Antimicrobial Resistance.” amr-review.org

2 The Guardian, UK, 2016 Sep 21, and WHO ‘Birth in a time of antibiotic-resistant bacteria’, 2016 Aug 29

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້