ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີບາງຊະນິດເກີດຂື້ນໄດ້ເອງ. ເນື່ອງຈາກຢາບາງຊະນິດ ເຊັ່ນ: penicillin ເຊິ່ງມີຕົ້ນກຳເນີດມາຈາກເຊື້ອເຫັດ ຫຼື ເຊື້ອຈຸລິນຊີຊະນິດອື່ນໆ ທີ່ສາມາດພົບໄດ້ທົ່ວໄປໃນດິນ. ເພື່ອຄວາມຢູ່ລອດຂອງເຊື້ອຈຸລະຊີບເລົ່ານີ້ (ລວມທັງເຊື້ອຈຸລິນຊີ, ຈຸລະໂລກ, ເຊື້ອ ເຫັດ ແລະ ແມ່ກາຝາກ) ຈະປັບຕົວຕາມກາລະເວລາ ແລະ ພັດທະນາເປັນເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອ. ແຕ່ວ່າ, ໂດຍປົກກະຕິແລ້ວລະ ດັບຂອງຢາຕ້ານເຊື້ອຈຸລິນຊີໃນສິ່ງແວດລ້ອມມີປະລິມານໜ້ອຍຫຼາຍ. ໃນຊ່ວງທົດສະວັດທີ່ 1930 (ຫຼັງຈາກການຄົ້ນພົບ penicillin) ການ ຊຶມເຊື້ອທີ່ມີສາເຫດມາຈາກເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອແມ່ນພົບໄດ້ໜ້ອຍຫຼາຍ.
ການນຳໃຊ້ຢາຕ້ານເຊື້ອຫຼາຍເກີນໄປ ແລະ ໃຊ້ຢ່າງບໍ່ຖືກຕ້ອງເຮັດໃຫ້ມີການຕ້ານຕໍ່ຢາທີ່ເພີ່ມຂື້ນ ແລະ ແຜ່ກະຈາຍເຊື້ອໄປທົ່ວໂລກ. ມີການ ຄາດຄະເນໄວ້ວ່າ ໃນແຕ່ລະປີຈະມີການຜະລິດ ແລະ ໃຊ້ຢາຕ້ານເຊື້ອໃນທົ່ວໂລກຫຼາຍເຖິງ 200,000 ເຖິງ 250,000 ໂຕນ. [1] [2] ໃນຈຳ ນວນນີ້ຢາຕ້ານເຊື້ອ 70% ແມ່ນຖືກນໍາໃຊ້ໃນສັດ ແລະ 30% ແມ່ນໃຊ້ໃນຄົນ.
ຢາຕ້ານເຊື້ອຈຸລິນຊີສ່ວນຫລາຍທີ່ໃຊ້ໃນຄົນ ແລະ ສັດ ຈະຖືກຂັບບອອກທາງນ້ຳປັດສະວະ ແລະ ອາຈົມ, ຫຼັງຈາກນັ້ນກໍ່ຈະເຂົ້າສູ່ລະບົບການ ບຳບັດນ້ຳເປື້ອນ ແລະ ເຂົ້າໄປປົນເປື້ອນກັບສິ່ງແວດລ້ອມ. ເມື່ອມະນຸດ, ສັດ ແລະ ສິ່ງແວດລ້ອມໄດ້ສໍາພັດກັບຢາຕ້ານເຊື້ອຈຸລິນຊີ, ເຊື້ອຈຸລິນ ຊີທີ່ອາໄສຢູ່ໃນຮ່າງກາຍຂອງສີ່ງທີ່ມີຊີວິດ ແລະ ສິ່ງແວດລ້ອມເລົ່ານັ້ນ ກໍ່ສາມາດພັດທະນາໂຕເອງໃຫ້ການເປັນເຊື້ອຕ້ານຕໍ່ຢາໄດ້, ແລະ ເຊື້ອ ຕ້ານຕໍ່ຢາເຫຼົ່ານີ້ກໍ່ສາມາດແຜ່ກະຈາຍໄປສູ່ຄົນອື່ນ ແລະ ສິ່ງແວດລ້ອມອື່ນໄດ້ [2] [3]
ຜູ້ທີ່ມີການຊຶມເຊື້ອຈາກເຊື້ອຈຸລິນຊີ ຄວນໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອຈຸລິນຊີ. ເຖິງຢ່າງໃດກໍ່ຕາມ ຜູ້ທີ່ບໍ່ໄດ້ມີການຕິດເຊື້ອຈຸລິນຊີ ແມ່ນບໍ່ມີຄວາມຈຳເປັນຕ້ອງໃຊ້ຢາຕ້ານເຊື້ອຈຸລິນຊີ. ທ່ານ ອາເລັກຊານເດີ ເຟລມມິ່ງ ຜູ້ທີ່ຄົ້ນພົບ penicillin ໄດ້ຄຳນວນເຖິງການຕ້ານຕໍ່ຢາຕ້ານເຊື້ອຕັ້ງແຕ່ທຳອິດທີ່ຄິດຄົ້ນ penicillin, ເພີ່ນໄດ້ກ່າວວ່າ:
“ຜູ້ທີ່ໃຊ້ penicillin ໃນການປິ່ນປົວແບບບໍ່ຮອບຄອບ ຈະຕ້ອງເປັນຜູ້ຮັບຜິດຊອບຕໍ່ການເສຍຊີວິດຂອງຄົນເຈັບ ທີ່ເກີດຈາກການຕິດເຊື້ອພະຍາດທີ່ຕ້ານຕໍ່ຢາ penicillin”
ໃນປະຈຸບັນ penicillin ບໍ່ຄ່ອຍໄດ້ຖືກນຳມາໃຊ້ໃນການປິ່ນປົວພະຍາດຊຶມເຊື້ອທົ່ວໄປທັງໃນຄົນ ແລະ ສັດ ເນື່ອງຈາກເຊື້ອພະຍາດດັ່ງກວ່າ ນັ້ນຕ້ານຕໍ່ penicillin. ໃນຂະນະນີ້ ມີຢາຕ້ານເຊື້ອຫຼາກຫຼາຍຊະນິດຖືກນຳມາໃຊ້ແທນ penicillin. ໄດ້ມີການຄາດຄະເນໄວ້ວ່າ ໃນທຸກໆປີ ຈະມີຄົນທີ່ເສຍຊີວິດຈາກການຕິດເຊື້ອຕ້ານຕໍ່ຢາຫຼາຍກວ່າ 700,000 ຄົນ ແລະ ຈໍານວນຜູ້ເສຍຊີວິດຈາກການຕິດເຊື້ອຈະເພີ່ມສູງຂື້ນເຖິງ 10,000,000 ຄົນຕໍ່ປີໃນປີ 2050 [2]. ພວກເຮົາບໍ່ມີຢາຕ້ານເຊື້ອກຸ່ມໃໝ່ທີ່ອອກມານໍາໃຊ້ເປັນເວລາຫຼາຍທົດສະວັດແລ້ວ.
“ພວກເຮົາຈຳເປັນຕ້ອງປຸກລະດົມ ແລະ ຊຸກຍູ້ໃຫ້ທຸກຄົນຮູ້ເຖິງບັນຫາຂອງເຊື້ອຕ້ານຕໍ່ຢາ ເພາະມັນເປັນບັນຫາທີ່ຮີບດ່ວນ”.[1]
ທ່ານເປັນອີກຄົນໜຶ່ງທີ່ໃຊ້ຢາຕ້ານເຊື້ອແບບບໍ່ຖືກຕ້ອງ ຫຼືບໍ່? ທ່ານສາມາດຫາຄຳຕອບໄດ້ຈາກຄຳວ່າ “ການໃຊ້ຢາຕ້ານເຊື້ອຢ່າງບໍ່ຖືກຕ້ອງ””.
References:
1 O’Niell J. (2016). “Tackling Drug-Resistant Infections Globally: Final Report and Recommendations.- The review on Antimicrobial Resistance.” amr-review.org
2 Sarmah A.K., Meyer M.T., and Boxall A.B.A. (2006). “A global perspective on the use, sales, exposure pathways, occurrence, fate and effects of veterinary antibiotics (VAs) in the environment.” Science direct Chemosphere. 65(5); 725-759. doi: 10.1016/j.chemophere.2006.03.026
3 Van Boeckel T.P., Brower C., Gilbert A., Grenfell B.T., et al. (2015). “Global trends in antimicrobial use in food animals.” PNAS. 112(18); 5649-5654. doi: 10.1073/pnas.1503141112