ການໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ຖືກຕ້ອງ
  
Translated

ຄຳນາມ. ການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ບໍ່ຖືກວິທີ ແລະ ບໍ່ສົມເຫດສົມຜົນ

 

“ການ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ທີ່​ອອກ​ລິດ​ກ້​ວາງເມື່ອບໍ່ມີຂໍ້​ບົ່ງ​ໃຊ້​, ແມ່ນຕົວຢ່າງຂອງການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງ ບໍ່ຖືກຕ້ອງ.”

 

“ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ຖືກຕ້ອງເຊັ່ນ​: ການ​ໃຊ້​ຢາ​ຕ້ານ​ເຊື້ອ​ຈຸລິນຊີໃນ​ກໍ​ລະ​ນີ​ທີ່​ເປັນໄຂ້​ຫວັດ ເຊິ່ງ​ມັນສົ່ງ​ຜົນ​ຮ້າຍແຮງຕໍ່​ສັງ​ຄົມ”

 

ຄຳສັບທີ່ກ່ຽວຂ້ອງ:

 

Antibiotic abuse ການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ບໍ່ຖືກວິທີ ແລະ ບໍ່ສົມເຫດສົມຜົນ

 

Antibiotic overuse ການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ຫລາຍເກີນໄປ ຫລື ໃຊ້ເປັນປະຈໍາ

 

“ການໃຊ້ຢາຕ້ານເຊື້ອຈຸລິນຊີບໍ່ຖືກຕ້ອງ ແລະ ເກີນຂະໜາດ ບໍ່ແມ່ນເລື່ອງງ່າຍໆທີ່ຈະຄວບຄຸມໄດ້"

 

“ເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີສາມາດເພີ່ມຂື້ນໄດ້ຢ່າງໄວວາຖ້າຫາກຍັງມີການນຳໃຊ້ຢາຕ້ານເຊື້ອຈຸລິນຊີເກີນຂະໜາດ ແລະ ໃຊ້ຢ່າງບໍ່ຖືກຕ້ອງ ລວມໄປເຖິງການໃຊ້ເພື່ອການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອທີ່ບໍ່ມີປະສິທິພາບ.”

 

Learning point

ທ່ານກຳ​ລັງ​ທຳ​ຮ້າຍ​ຕົວ​ທ່ານ​ເອງ ແລະ ຄົນ​ອ້ອມຂ້າງທ່ານໂດຍການ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ຢ່າງບໍ່​ຖືກ​ຕ້ອງ​ຢູ່ຫຼືບໍ່?

 

ການ​ທີ່​ເຮົາ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີຢ່າງບໍ່​ຖືກ​ຕ້ອງ ຫຼື ໃຊ້ຫຼາຍເກີນໄປສາມາດກໍ່ໃຫ້ເກີດອັນຕະລາຍໄດ້. ການໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ເພື່ອ​ປິ່ນ​ປົວ​ໄຂ້ຫວັດ ຫລືການຊຶມເຊື້ອຈາກເຊື້ອຈຸລະໂລກ, ບໍ່​ພຽງ​ແຕ່​ຈະ​ບໍ່​ຊ່ວຍ​ປິ່ນ​ປົວ​ໃຫ້​ດີ​ຂື້ນ​ ມັນ​ຍັງ​ມີຜົນຂ້າງຄຽງທີ່ອັນຕະລາຍຕາມມາ.  ນອກຈາກນີ້, ຕໍ່ໄປຂ້າງໜ້າການກະທຳດັ່ງກ່າວນີ້ ມັນຈະສົ່ງຜົນໃຫ້ຫຍຸ້ງຍາກໃນການທຳລາຍເຊື້ອຈຸລິນຊີ. ໂຕທ່ານເອງ, ຄອບ​ຄົວຂອງທ່ານ ແລະ ຄົນ​ອື່ນໆໃນ​ສັງ​ຄົມອາດຈະຕິດເຊື້ອຈຸລິນຊີ ເລົ່ານີ້ໃນອະນາຄົດ.

 

ສິ່ງ​ໃດທີ່ບົ່ງບອກວ່າ​ທ່ານ​ກຳ​ລັງ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ຢ່າງບໍ່​ຖືກ​ຕ້ອງ​ຢູ່?

[1] ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີເມື່ອທ່ານ​ເປັນໄຂ້​ຫວັດທຳມະດາ ຫລື ໄຂ້ຫວັດໃຫຍ່

[2] ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີໂດຍທີ່ບໍ່ໄດ້ຮັບຄຳແນະນຳຈາກ​ແພດ ຫຼື ບຸກ​ຄະ​ລາ​ກອນ​ທາງ​ການ​ແພດ​

[3] ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີບໍ່​ຄົບ​ຕາມ​ກຳ​ນົດ​ທີ່​ລະ​ບຸ​ໄວ້​ໃນ​ໃບ​ສັ່ງ​ຢາ​ຂອງ​ແພດ ຫຼື ບຸ​ຄະ​ລາ​ກອນ​ທາງ​ການ​ແພດ

[4] ແບ່ງປັນ​ຢາ​ຕ້ານ​ເຊື້ອຈຸລິນຊີກັບ​ຄົນ​ອື່ນ

[5] ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ທີ່​ເຫຼືອ​ຈາກການປິ່ນປົວ​ເທື່ອ​ກ່ອນ

 

ທ່ານ​ຄວນ​ເຮັດ​ແນວ​ໃດ?

[1] ບໍ່​ຄວນ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ເມື່ອ​ເປັນໄຂ້​ຫວັດທຳມະດາ ຫລື ໄຂ້ຫວັດໃຫຍ່

[2] ໃຊ້ຢາ​ຕ້ານ​ເຊື້ອຈຸລິນຊີ​ ທີ່ໄດ້ຮັບຄຳແນະນຳຈາກ​ແພດ ຫຼື ບຸກ​ຄະ​ລາ​ກອນ​ທາງ​ການ​ແພດ​. ເພື່ອຄວາມແນ່ໃຈ, ທ່ານຄວນຖາມ “ມີຄວາມຈໍາເປັນ ຫລືບໍ່ ທີ່ຂ້ອຍຄວນໄດ້ຮັບຢາຕ້ານເຊື້ອຈຸລິນຊີ?”

[3] ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີໃຫ້​ຄົບ​ຕາມ​ກຳ​ນົດ​ທີ່​ລະ​ບຸ​ໄວ້​ໃນ​ໃບ​ສັ່ງ​ຢາ​ຂອງ​ແພດ ຫຼື ບຸ​ຄະ​ລາ​ກອນ​ທາງ​ການ​ແພດ, ເຖິງແມ່ນວ່າທ່ານຈະຮູ້ສຶກ ດີຂື້ນເເລ້ວກໍ່ຕາມ

[4] ບໍ່ແບ່ງປັນ​ຢາ​ຕ້ານ​ເຊື້ອຈຸລິນຊີຂອງທ່ານກັບ​ຄົນ​ອື່ນ

[5] ບໍ່ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ​ທີ່​ເຫຼືອ​ຈາກ​ການປິ່ນປົວ​ເທື່ອ​ກ່ອນ 

 

ຄວາມເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຢາ​ຕ້ານ​ເຊື້​ອທີ່ພົບເຫັນເລື້ອຍໆ

[1] ຕ້ອງ​ການ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິນຊີ “ເພື່ອກັນ​ໄວ້​ກ່ອນ”

ຄຳ​ຕອບ: ຜິດ.  ການເປັນ​ໄຂ້ຫວັດ​ ຫລືໄຂ້ຫວັດໃຫຍ່ນັ້ນ​ເກີດ​ຈາກ​ເຊື້ອຈຸລະໂລກ, ແລະ ການຖອກທ້ອງກະທັນຫັນສ່ວນໃຫຍ່ ບໍ່​ໄດ້​ເກີ​ດ​ຈາກການຕິດ​ເຊື້ອຈຸລິນຊີ. ການ​ໃຊ້​ຢາ​ຕ້ານ​ເຊື້ອ​ຈຸລິນຊີໂດຍບໍ່​ໄດ້ຮັບຄຳແນະນຳຈາກ​ແພດໝໍ ຫຼື ບຸ​ຄະ​ລາ​ກອນ​ທາງ​ການ​ແພດ ເຮັດໃຫ້ທ່ານ​​ມີ​ຄວາມ​ສ່ຽງ​ຈາກ​ຜົນ​ຂ້າງ​ຄຽງ​ຂອງ​ຢາ ແລະ ເຮັດໃຫ້ຜູ້ອື່ນມີ​ຄວາມ​ສ່ຽງ​ຕໍ່ການຕິດ​ເຊື້ອ​ຈຸລິນຊີທີ່ຕ້ານ​ຕໍ່​ຢາ​ຕ້ານ​ເຊື້ອ​ຈຸລິນຊີ​ໂດຍບໍ່​ຈຳ​ເປັນ.

 

[2] ຂ້ອຍ​ເຄີ​ຍ​ໃຊ້​ຢາ​ຕ້ານເຊື້ອຈຸລິນຊີ​ເພື່ອ​ປິ່ນ​ປົວໄຂ້​ຫວັດໃນ​ຄັ້ງ​ກ່ອນ ແລະ ຂ້ອຍ​ຮູ້​ສຶກດີ​ຂື້​ນ​ຢ່າງໄວ​, ດັ່ງນັ້ນ ຂ້ອຍ​ຈິ່ງ​ຢາກ​ໃຊ້​ຢາ​ຕ້ານ​ເຊື້ອ​ຈຸລິນຊີສຳລັບໄຂ້ຫວັດອີກຄັ້ງ

ຄຳ​ຕອບ: ຜິດ.  ໄຂ້ຫວັດທໍາມະດາເກີດຈາກເຊື້ອຈຸລະໂລກ, ເຊິ່ງຄົນສ່ວນໃຫຍ່ຈະມີອາການດີຂື້ນພາຍໃນ 7 ຫາ 10 ມື້. ທ່ານຈະຮູ້ສຶກດີຂື້ນ ເຖິງແມ່ນວ່າທ່ານຈະບໍ່ໄດັໃຊ້ຢາຕ້ານເຊື້ອຈຸລິນຊີ​. ຢາຕ້ານເຊື້ອຈຸລິນຊີບໍ່ໄດ້ຊ່ວຍໃນການປິ່ນປົວພະຍາດທີ່ເກີດຈາກການຕິດເຊື້ອຈຸລະໂລກ, ບໍ່ໄດ້ເຮັດໃຫ້ທ່ານຮູ້ສຶກດີຂື້ນ ຫຼື ກັບໄປເຮັດວຽກງານໄດ້ໄວຂື້ນ.

 

[3] ຂ້ອຍເຄີຍໃຊ້ຢາຕ້ານເຊື້ອຈຸລິນຊີຊະນິດນີ້ ແລະ ມັນກໍ່ບໍ່ມີຜົນຂ້າງຄຽງຫຍັງກັບຂ້ອຍ, ດັ່ງນັ້ນໃນຄັ້ງນີ້ກໍ່ບໍ່ໜ້າຈະມີຜົນຂ້າງຄຽງເຊັ່ນກັນ

ຄຳຕອບ: ຜິດ.  ການທີ່ບໍ່ມີຜົນຂ້າງຄຽງຈາກການໃຊ້ຢາຕ້ານເຊື້ອໃນເທື່ອຜ່ານມາບໍ່ໄດ້ໝາຍຄວາມວ່າທ່ານຈະບໍ່ໄດ້ຮັບຜົນຂ້າງຄຽງໃນອະນາຄົດ ການໃຊ້ຢາຕ້ານເຊື້ອທຸກຄັ້ງມັນເພີ່ມຄວາມສ່ຽງທີ່ຈະເກີດຜົນຂ້າງຄຽງໄດ້ເຊັ່ນ: ຖ້ອກທ້ອງ ຫຼື ການຊຶມເຊື້ອຈາກເຊື້ອເຫັດ.

 

[4] ເຖິງແມ່ນວ່າເຊື້ອຈຸລິນຊີໃນຮ່າງກາຍຂ້ອຍຈະກາຍເປັນເຊື້ອທີ່ຕ້ານຕໍ່ຢາຕ້ານເຊື້ອ ແລະ ຂ້ອຍບໍ່ສະບາຍຈາກເຊື້ອພະຍາດດັ່ງກ່າວ, ຂ້ອຍຍັງ ສາມາດຫາຊື້ຢາຕ້ານເຊື້ອຈຸລິນຊີທີ່ແຮງຂື້ນອີກໄດ້

ຄຳຕອບ: ຜິດ.  ເຊື້ອຈຸລິນຊີສາມາດຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີໄດ້ຫຼາຍຊະນິດ. ເຊື້ອຕ້ານຕໍ່ຢາບາງໂຕບໍ່ສາມາດທີ່ຈະປິ່ນປົວດ້ວຍຢາຕ້ານເຊື້ອ ທີ່ມີໃນປະຈຸບັນ. ການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນທາງທີ່ຜິດສາມາດເພີ່ມໂອກາດໃນການຊຶມເຊື້ອຈາກເຊື້ອຈູລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ທຸກໆຊະນິດໄດ້

 

[5] ເຖິງແມ່ນວ່າເຊື້ອຈຸລິນຊີໃນຮ່າງກາຍຂອງຂ້ອຍຈະຕ້ານຕໍ່ຢາຕ້ານເຊື້ອ ມັນກໍ່ເປັນເລື່ອງຂອງຂ້ອຍ, ຂ້ອຍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ໃຜ.

ຄຳຕອບ: ຜິດ.  ເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີທີ່ພັດທະນາພາຍໃນຮ່າງກາຍຂອງທ່ານອາດຈະບໍ່ສົ່ງຜົນອັນຕະລາຍຕໍ່ຕົວທ່ານຄົນດຽວ, ແຕ່ມັນສາມາດ ແຜ່ກະຈາຍໃຫ້ແກ່ຄົນໃນຄອບຄົວຂອງທ່ານ, ສິ່ງແວດລ້ອມ ແລະ ຄົນອື່ນໆໃນສັງຄົມໄດ້. ການໃຊ້ຢາຕ້ານເຊື້ອຈຸລິນຊີແບບບໍ່ຖືກຕ້ອງຂອງ ທ່ານສາມາດເປັນອັນຕະລາຍໃຫ້ແກ່ຄົນໃນສັງຄົມລວມທັງຕົວທ່ານເອງໄດ້.

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້