ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງເມາະສົມ
  
Translated

ຄຳນາມ. ການດຳເນີນງານທີ່ມີການປະສານສົມທົບກັນຂອງບັນດາກິດຈະກຳຕ່າງໆເພື່ອໃຫ້ເກີດການນໍາໃຊ້ຢາຕ້ານເຊື້ອຈຸລິນຊີ ຢ່າງເມາະສົມ ໂດຍມີເປົ້າໝາຍເພື່ອສະໜັບສະໜຸນການປີ່ນປົວຄົນເຈັບໃຫ້ຫາຍຂາດຈາກພະຍາດ, ຫຼຸດຜ່ອນໂອກາດການເກີດ ເຊື້ອຕ້ານຕໍ່ ຢາ ແລະ ຫຼຸດຜ່ອນການແພ່ກະຈາຍຂອງເຊື້ອທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດ [1]

 

“ການວາງແຜນປະຕິບັດການກໍາກັບດູເເລການນໍາໃຊ້ຢາຕ້ານເຊື້ອຈຸລິນຊີ ທັງໃນໂຮງໝໍ ແລະ ໃນຊຸມຊົນ ຈະສາມາດຊ່ວຍຮັກ ສາຊີວິດຂອງຄົນເປັນຈຳນວນຫຼາຍໄດ້”

 

“ໂຄງການການກໍາກັບດູເເລການນໍາໃຊ້ຢາຕ້ານເຊື້ອຈຸລິນຊີຄວນຖືກນຳມາໃຊ້ທັງໃນໂຮງໝໍ, ຮ້ານຂາຍຢາ ແລະ ໃນຊຸມຊົນ”

 

Learning point

ການກໍາກັບດູເເລການນໍາໃຊ້ຢາຕ້ານເຊື້ອຈຸລິນຊີ ຕ້ອງເຮັດແນວໃດ?

 

ເປົ້າໝາຍຂອງ  Antibiotic stewardship ແມ່ນ ເພື່ອຫຼຸດຜ່ອນການນໍາໃຊ້ຢາຕ້ານເຊື້ອຈຸລິນຊີທີ່ບໍ່ຖືກຕ້ອງ ແລະ ການນຳໃຊ້ຫຼາຍເກີນຄວາມຈຳເປັນ. ການນໍາໃຊ້ຢາຕ້ານເຊື້ອຈຸລິນຊີທີ່ຖືກຕ້ອງ ເຮັດໃຫ້ຢາຕ້ານເຊື້ອຈຸລິນຊີຍັງສາມາດໃຊ້ໄດ້ດົນ, ຫຼຸດຜ່ອນບັນຫາການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ແລະ ຫຼຸດຜ່ອນຜົນຂ້າງຄຽງຈາກຢາທີ່ບໍ່ຈຳເປັນ. ໃນບັນດາໂຮງໝໍ ແລະ ອົງການຕ່າງໆໄດ້ສ້າງຄູ່ມືການບົ່ງມະຕິພະຍາດເພື່ອຮັບປະກັນການປິ່ນປົວທີ່ເໝາະສົມສຳລັບພະຍາດ ທີ່ເກີດຈາກການຕິດເຊື້ອຈຸລະໂລກ ແລະ ເຊື້ອຈຸລິນຊີ

 

ເຖິງຢ່າງໃດກໍຕາມ ບໍ່ແມ່ນແຕ່ບຸກຄະລາກອນທາງການແພດເທົ່ານັ້ນທີ່ມີບົດບາດໃນການກໍາກັບດູເເລການນໍາໃຊ້ຢາຕ້ານເຊື້ອ ຈລິນຊີ ປະຊາຊົນ ທຸກຄົນກໍມີສ່ວນສຳຄັນໃນການປະຕິບັດເຊັ່ນກັນ. ທ່ານກໍ່ສາມາດຊ່ວຍສົ່ງເສີມການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ເໝາະສົມໄດ້ດັ່ງນີ້:

 

- ຮູ້ ແລະ ເຂົ້າໃຈກ່ຽວກັບສາເຫດ ຫຼື ສາເຫດທີ່ອາດເປັນໄປໄດ້ຂອງພະຍາດ ແລະ ບໍ່ໃຊ້ຢາຕ້ານເຊື້ອຈຸລິນຊີຖ້າບໍ່ຈໍາເປັນ

 

- ຮັກສາຄວາມສະອາດ ແລະ ສຸຂະອະນາໄມທີ່ດີ, ຫຼີກລ່ຽງອາຫານ ແລະ ນໍ້າທີ່ມີການປົນເປື້ອນ

 

- ຮັບປະກັນວ່າ ທ່ານ ແລະ ຄອບຄົວຂອງທ່ານໄດ້ຮັບການຮັບຢາປ້ອງກັນພະຍາດຕາມຄຳແນະນຳຂອງແພດ

 

- ປະຕິບັດຕາມຄຳແນະນຳ ແລະ ໃຊ້ຢາຕ້ານເຊື້ອຈຸລິນຊີໃຫ້ຄົບກຳນົດຕາມຄຳແນະນຳຂອງແພດ

 

- ຫ້າມບໍ່ເກັບຢາຕ້ານເຊື້ອຈຸລິນຊີທີ່ເຫຼືອ ແລະ ບໍ່ໃຊ້ຢາຕ້ານເຊື້ອຈຸລິນຊີຂອງຜູ້ອື່ນ

 

References: 

1 APIC. (n.d.). Antimicrobial stewardship. Retrieved from https://apic.org/professional-practice/practice-resources/antimicrobial-stewardship/

2 Mayo Clinic. (2018, January 18). Antibiotics: Are you misusing them? Retrieved from https://www.mayoclinic.org/healthy-lifestyle/consumer-health/in-depth/antibiotics/art-20045720

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້