ການໃຊ້ຢາຢ່າງສົມເຫດສົມຜົນ
  
Translated

 ຄຳນາມ. ການນໍາໃຊ້ຢາຢ່າງທີ່ເໝາະສົມກັບບັນຫາສຸຂະພາບຂອງຄົນເຈັບ ເຊັ່ນ ການນໍາໃຊ້ໃນປະລິມານຢາທີ່ຕ້ອງການກັບຄົນເຈັບ, ໄລຍະເວລາການປິ່ນປົວທີ່ເໝາະສົມ, ແລະ ລາຄາທີ່ບໍ່ສູງຕໍ່ຄົນເຈັບ ແລະ ສັງຄົມ.

 

“ການໃຊ້ຢາຢ່າງສົມເຫດສົມຜົນສາມາດຊ່ວຍລຸດຜ່ອນຄ່າໃຊ້ຈ່າຍຂອງຄົນເຈັບໂດຍບໍ່ຈຳເປັນເຫຼືອຄົນເຈັບ, ແລະ ໄດ້ຮັບປະລິ ມານຢາທີ່ເໝາະສົມກັບການປິ່ນປົວ ເຊິ່ງຊ່ວຍໃນການເຮັດໃຫ້ຢາຕ້ານເຊື້ອຈຸລິນຊີຄົງຄວາມມີປະສິດທິພາບໃນການປິ່ນປົວ”

 

Learning point

ເປັນຫຍັງເຮົາໃຊ້ຢາຢ່າງບໍ່ສົມເຫດສົມຜົນ?

 

ຈາກການລາຍງານຂອງອົງການອານາໄມໂລກ, ພົບວ່າປະມານ 50% ຂອງການໃຊ້ຢາທັງໝົດນັ້ນເປັນການໃຊ້ຢາຂອງບຸກຂະລາກອນທາງການ ແພດ, ການແຈກຢາຍ ແລະ ການຂາຍຢ່າງບໍ່ສົມເຫດສົມຜົນ [1]  ຊຶ່ງລວມເຖິງການນໍາໃຊ້ຢາທີ່ບໍ່ຖືກຕ້ອງຂອງຄົນເຈັບເອງ. ນອກຈາກນີ້ໜຶ່ງ ໃນສາມຂອງປະຊາກອນບໍ່ສາມາດເຂົ້າເຖິງຢາພື້ນຖານຢ່າງເໝາະສົມ. ອີງຕາມຄູ່ມືຂອງອົງການອານາໄມໂລກ, ໄດ້ແບ່ງຊະນິດຂອງການໃຊ້ຢາ ຢ່າງບໍ່ສົມເຫດສົມຜົນດັ່ງນີ້:

 

- ການນໍາໃຊ້ຫລາຍໆຕົວຢາໃນຄົນເຈັບຄົນໜຶ່ງ

- ການໃຊ້ຢາຕ້ານເຊື້ອຢ່າງບໍ່ຖືກຕ້ອງ, ໂດຍສະເພາະໃນຄົນເຈັບທີ່ບໍ່ໄດ້ຕິດເຊື້ອຈຸລິນຊີ ແລະ ການໃຊ້ຢາທີ່ປະລິມານບໍ່ພຽງພໍ

- ມີການໃຊ້ຢາຊະນິດສັກຫຼາຍເກີນໄປ ໃນກໍລະນີທີ່ຢາຊະນິດກິນນັ້ນມີຄວາມເໝາະສົມຫລາຍກວ່າ

- ການປິ່ນປົວດ້ວຍຕົວເອງຢ່າງບໍ່ເໝາະສົມ

- ແພດສັ່ງຢາໃຫ້ຄົນເຈັບໂດຍບໍ່ປະຕິບັດຕາມຄຳແນະນຳໃນຄູ່ມືການປິ່ນປົວ

 

ການໃຊ້ຢາຢ່າງບໍ່ສົມເຫດສົມຜົນສາມາດນຳໄປສູ່ບັນຫາຮ້າຍແຮງເຖິງຂັ້ນເສຍຊີວິດໄດ້, ໂດຍສະເພາະໃນຄົນເຈັບເດັກນ້ອຍ ແລະ ຄົນເຈັບທີ່ ເປັນພະຍາດຊໍາເຮື້ອ. ພະຍາດຊໍ້າເຮື້ອບາງຊະນິດອາດເກີດມາຈາກການນໍາໃຊ້ຢາຢ່າງບໍ່ສົມເຫດສົມຜົນ ເຊັ່ນ ພະຍາດຄວາມດັນເລືອດສູງ, ພະ ຍາດເບົາຫວານ ພະຍາດບ້າໝູ ແລະ ບັນຫາສຸຂະພາບຈິດ.  ການນໍາໃຊ້ຢາທີ່ບໍ່ເໝາະສົມ ແລະ ຫຼາຍເກີນໄປນັ້ນເຮັດໃຫ້ຄົນເຈັບເສຍຄ່າໃຊ້ຈ່າຍ ທີ່ສູງໂດຍບໍ່ຈຳເປັນ, ນອກນັ້ນຍັງສົ່ງຜົນກະທົບທີ່ອັນຕະລາຍຢ່າງຊັດເຈນຕໍ່ການເຈັບປ່ວຍຂອງຄົນເຈັບ ແລະ ເຮັດໃຫ້ຄົນເຈັບໄດ້ຮັບຜົນຄ້າງຄຽງ ຂອງຢາ.

 

ການນຳໃຊ້ຢາທີ່ບໍ່ສົມເຫດສົມຜົນ ຫຼື ນຳໃຊ້ຫຼາຍເກີນໄປນັ້ນຈະນຳໄປສູ່ການຕ້ານທີ່ເພີ່ມຂື້ນຕໍ່ຢາຕ້ານເຊື້ອ.  ການນໍາໃຊ້ຢາຕ້ານເຊື້ອທີ່ບໍ່ສົມ ເຫດສົມຜົນສາມາດກະຕຸ້ນເຮັດໃຫ້ຄົນເຈັບມີຄວາມຕ້ອງກສນນຳໃຊ້ຢາຕ້ານເຊື້ອຢ່າງບໍ່ເໝາະສົມ ແລະ ນໍາໄປສູ່ການເຂົ້າເຖິງສະຖານທີ່ດູແລສຸ ຂະພາບຫຼຸດລົງຂອງຄົນເຈັບ ແລະ ສູນ ເສຍຄວາມເຊື່ອໝັັ້ນຂອງຄົນເຈັບທີ່ມີຕໍ່ລະບົບສາທາລະນະສຸກ. ຈາກນັ້ນກໍ່ຈະເປັນການນໍາພາຄົນເຈັບເຂົ້າສູ່ວົງຈອນການຊື້ຢາມາໃຊ້ເອງ ແລະ ເຮັດໃຫ້ມີຄວາມຕ້ອງການຢາຕ້ານເຊື້ອທີ່ຫລາຍຫລາຍຂື້ນ ແລະ ຫລາຍທີ່ສຸດຈາກຮ້ານຂາຍຢາ ແລະ ສະຖານທີ່ໃຫ້ບໍລິການທາງສຸຂະພາບ.

 

ເພື່ອເປັນການຢຸດການນຳໃຊ້ຢາທີ່ບໍ່ສົມເຫດສົມຜົນ, ນະໂຍບາຍຫຼັກທີ່ຕ້ອງເລັ່ງໃສ່ແມ່ນການສົ່ງເສີມໃຫ້ມີການນໍາໃຊ້ຢາຢ່າງເໝາະສົມ ກັບຄວາມຕ້ອງການຫຼາຍຂື້ນ. ເຊິ່ງລວມທັງການບໍ່ຈຳກັດເຖິງ ໜ່ວຍງານລະດັບຊາດເພື່ອປະສານງານນະໂຍບາຍກ່ຽວກັບການໃຊ້ຢາ, ຂໍ້ແນະນຳ ທາງການແພດ, ຂໍ້ມູນທາງການແພດທຸກເເຫລ່ງ ແລະ ການສຶກສາກ່ຽວກັບຢາທີ່ສາມາດຮຽນຮູ້ໄດ້ໃນທົ່ວໄປ.

 

Reference: 

1 WHO (2002). “Promoting Rational Use of Medicines: Core Components”. WHO

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້