ຢາເປນິຊິລິນ
  
Translated

ຄຳນາມ. ແມ່ນຢາຕ້ານເຊື້ອຈຸລິນຊີທີ່ຜະລິດມາຈາກທຳມະຊາດຈາກເຊື້ອເຫັດສີຟ້າ ເຊີ່ງໄດ້ຮັບການພັດທະນາເພື່ອນຳໃຊ້ໃນ ການປິ່ນປົວການຕິດເຊື້ອຈຸລິນຊີ.

 

"ຢາ Penicillin ຖືກຄົ້ນພົບໃນປີ 1928 ແລະ ເລີ່ມມີການນຳໃຊ້ຢ່າງແຜ່ຫຼາຍໃນໄລຍະສົງຄາມໂລກຄັ້ງທີ 2. ຢານີ້ມີຜົນກະທົບຢ່າງມະຫາສານ ແລະ ຊ່ວຍຊີວິດຄົນເຈັບຢ່າງຫຼວງຫຼາຍໃນທົ່ວໂລກ."

 

"Penicillin ເຄີຍເປັນຢາທີ່ມີປະສິຖິພາບສູງໃນການຂ້າ ເຊື້ອພະຍາດໜອງໃນແທ້, ເຊື້ອ Streptococcus pneumoniae ທີ່ພາໃຫ້ເກີດພະຍາດ ປອດອັກເສບ ແລະ ເຊື້ອ Staphylococcus aureus ທີ່ພາໃຫ້ເກີດພະຍາດຊຶມເຊື້ອໃນກະແສເລືອດ, ແຕ່ໃນປະຈຸບັນ ເຊື້ອເຫຼົ່າ ນີ້ລ້ວນແຕ່ຕ້ານຕໍ່ຢາ Penicillin.”

 

"ຢາ Penicilin ອາດສາມາດຫາຊື້ໄດ້ຕາມຮ້ານຄ້າທົ່ວໄປ, ສະນັ້ນ, ຈິ່ງເປັນອັນຕະລາຍຕໍ່ຄົນທີ່ບໍ່ມີຄວາມຮູ້ກຽ່ວກັບຢານີ້ ແລ້ວໄປຊື້ຢານີ້ມາກິນເອງ. ພວກເຂົາອາດໃຊ້ຢາໃນປະລິມານທີ່ຕໍ່າ ທີ່ຄວນເຮັດໃຫ້ເຊື້ອພະຍາດໃນຮ່າງກາຍສຳພັດກັບຢາໃນປະລິມານທີ່ບໍ່ສາມາດຂ້າເຊື້ອໄດ້ ແລະ ເປັນສາເຫດທີ່ພາໃຫ້ເກີດເຊື້ອຕ້ານຕໍ່ຢາ.” [1]

 

Learning point

ການຄົ້ນພົບຢາ Penicillin

 

ຫາກທ່ານເກີດໃນຊ່ວງປີ 1900, ທ່ານອາດພົບເຫັນການເສຍຊີວິດຈາກພະຍາດຊຶມເຊື້ອເຊັ່ນ: ພະຍາດວັນນະໂລກ ແລະ ພະຍາດອັັກເສບ ປອດ (ຫຼື ທີ່ຄົນມັກເອີ້ນວ່າ “ປອດບວມ”) ໄດ້ທົ່ວໄປ; ອີກທັງຮອຍຂູດ, ບາດແຜ, ການຫຼົກແຂ້ວ ກໍອາດມີການຕິດ ເຊື້ອແຊກຊ້ອນຈົນເສຍ ຊີວິດໄດ້ງ່າຍໆອີກເຊັ່ນກັນ. ເປັນເລື່ອງໂຊກດີ, ທີ່ໃນປີ 1928 ທ່ານ Alexander Fleming ໄດ້ຄົ້ນພົບຢາ ຕ້ານເຊື້ອຈຸລິນຊີີໂຕທຳອິດໂດຍບັງເອີນ ຈາກເຊື້ອເຫັດສີຟ້າທີ່ມີຊື່ວ່າ Penicillium notatum ທີ່ປົນເປື້ອນໃນການທົດລອງ ກ່ຽວກັບເຊື້ອຈຸລິນຊີຂອງເພິ່ນ, ເມື່ອສັງເກດຢ່າງໃກ້ຊິດ ແລ້ວຈຶ່ງພົບວ່າສານແຫຼວຈາກເຊື້ອເຫັດ ເຫຼົ່ານີ້ໄດ້ຂ້າເຊື້ອຈູລິນຊີທີ່ເພິ່ນລ້ຽງໄວ້. ຢາຕ້ານເຊື້ອທີ່ຖືກຄົ້ນພົບນີ້ຈຶ່ງມີຊື່ເອີ້ນວ່າ Penicillin.

 

ໃນໄລຍະສົງຄາມໂລກຄັ້ງທີ 2,  ຢາ Penicillin ໄດ້ປ່ຽນວິທີການປິ່ນປົວພະຍາດ ແລະ ບາດແຜໃນສົງຄາມ; ຜົນທີ່ໄດ້ຄືຈຳນວນທະ ຫານທີ່ເສຍຊີວິດຈາກການຕິດເຊື້ອຫຼຸດລົງເຫຼືອພຽງ 1% ເມື່ອທຽບກັບ 18% ໃນໄລຍະສົງຄາມໂລກຄັ້ງທີ່ 1.

 

ທ່ານ Fleming ໄດ້ຮັບລາງວັນ Nobel ໃນປີ 1984 ຈາກການຄົ້ນພົບຢາ Penicillin ຫຼື ‘ຢາມະຫັດສະຈັນ, ແຕ່ເຖິງຢ່າງໃດ ກໍຕາມ ທ່ານ Fleming ໄດ້ເຕືອນປະຊາຊົນເຖິງການນໍາໃຊ້ຢາ Penicillin ຢ່າງບໍ່ຖືກຕ້ອງຂອງກຸ່ມແພດທີ່ຈະໃຊ້ຢານີ້ໃນຄົນ ເຈັບທີ່ບໍ່ມີຄວາມຈຳເປັນຕ້ອງ ໃຊ້ຢາໂດຍກ່າວວ່າ “ຈຸລະຊີບສາມາດຮຽນຮູ້ທີ່ຈະຕ້ານຕໍ່ຢາ Penicillin ແລະ ເຊື້ອທີ່ຕ້ານຢານີ້ ສາມາດຂະຫຍາຍຈຳນວນ ແລະ ແຜ່ກະຈາຍ ຕໍ່ໄປຫາຄົນອື່ນໆ ນອກນັ້ນຍັງສົ່ງຕໍ່ໄປເລື້ອຍໆ ແລະ ໄປກໍ່ໃຫ້ເກີດພະຍາດ ເຮັດໃຫ້ຄົນອື່ນເຈັບເປັນດ້ວຍການຊຶມເຊື້ອໃນກະແສເລືອດ ຫຼື ອັກເສບປອດ ເຊິ່ງຢາ Penicillin ຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປໃນ ກໍລະນີດັ່ງກ່າວ. ຕາມຫຼັກຈັນຍາບັນແລ້ວ, ຜູ້ທີ່ຂາດຄວາມສຳນຶກໃນການໃຊ້ຢາ Penicillin ຄືຜູ້ທີ່ຕ້ອງຮັບຜິດຊອບຕໍ່ ການເສຍຊີວິດຂອງຄົນເຈັບທີ່ຕາຍຈາກເຊື້ອທີ່ຕ້ານຕໍ່ຢາ Penicillin, ຂ້ອຍຫວັງວ່າສິ່ງໂຫດຮ້າຍນີ້ຈະສາມາດຫຼີກລ້ຽງໄດ້” [1].

 

References

1 Fleming, A. (1945, June 26). PENICILLIN'S FINDER ASSAYS ITS FUTURE; Sir Alexander Fleming Says Improved Dosage Method Is Needed to Extend Use Other Scientists Praised Self-Medication Decried. Retrieved from https://www.nytimes.com/1945/06/26/archives/penicillins-finder-assays-its-future-sir-alexander-fleming-says.html

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້