ຢາຕ້ານເຊື້ອຈຸລິນຊີທີ່ສຳຄັນຢ່າງຍິ່ງ
  
Translated

ຄໍານາມ. ຢາຕ້ານເຊື້ອຈຸລິນຊີທີ່ມີຄວາມສຳຄັນຕໍ່ສຸຂະພາບຂອງມະນຸດ ສຳລັບຜົນກະທົບທາງດ້ານສາທາລະນະສຸກ ທີ່ກ່ຽວຂ້ອງກັບການນຳໃຊ້ຢາຕ້ານເຊື້ອຈຸລິນຊີເຂົ້າໃນການລ້ຽງສັດເປັນອາຫານ.  ລາຍຊື່ຢາຕ້ານເຊື້ອຈຸລິນຊີທີ່ສຳຄັນ ແມ່ນໄດ້ຖືກສ້າງຂື້ນໂດຍອົງການອະນາໄມໂລກ.

 

“ໃນປະເທດທີ່ພັດທະນາແລ້ວ, ໂຮງລ້ຽງສັດຈຳນວນຫລວງຫຼາຍໄດ້ຢຸດການໃຊ້ຢາຕ້ານເຊື້ອຈຸລິນຊີທີ່ສຳຄັນຢ່າງຍິ່ງ ຢ່າງເດັດຂາດ”

 

“ຊາວກະສິກອນໄດ້ຖືກຂໍໃຫ້ຢຸດໃຊ້ຢາຕ້ານເຊື້ອຈຸລິນຊີຕາມທີ່ອົງການອະນາໄມໂລກໄດ້ກຳນົດທີ່ເປັນຢາຕ້ານເຊື້ອຈຸລິນຊີທີ່ມີຄວາມສຳຄັນຍິ່ງໃນການລ້ຽງສັດ”

 

ຄຳສັບທີ່ກ່ຽວຂ້ອງ

 

ຢາຕ້ານເຊື້ອທີ່ມີຄວາມສຳຄັນທາງການແພດ

ຄຳນາມ. ຢາຕ້ານເຊື້ອຈຸລິນຊີທີ່ໃຊ້ໃນທາງການເເພດໃນຄົນ, ໂດຍລາຍການຢາແມ່ນ ອົງການອະນາໄມໂລກເປັນຜູ້ກຳນົດ

 

Learning point

Antibiotics critically important (ຢາຕ້ານເຊື້ອທີ່ສຳຄັນຢ່າງຍິ່ງ) ຕໍ່ມະນຸດໄດ້ມີການນໍາໃຊ້ກັນຢ່າງແຜ່ຫຼາຍ

 

ຕັ້ງແຕ່ປີ 2005 ເປັນຕົ້ນມາ ອົງການອານາໄມໂລກ ໄດ້ເລີ່ມລາຍງາຍລາຍການຢາຕ້ານເຊື້ອຈຸລິນຊີຕ່າງໆທີ່ໃຊ້ໃນມະນຸດ ແລະ ໄດ້ມີການປັບປຸງເນື້ອຫາໃຫ້ຢ່າງສະໝ່ຳສະເໝີ (ສ່ວນໃຫຍ່ກໍ່ຖືກໃຊ້ໃນທາງສັດຕະວະແພດເຊັ່ນກັນ). ເຊິ່ງໄດ້ແບ່ງອອກເປັນ 3 ກຸ່ມ ອີງຕາມຄວາມ ສຳຄັນທາງການເເພດ. ລາຍການຢາເຫຼົ່ານີ້ມີຈຸດປະສົງເພື່ອຊ່ວຍໃນການບໍລິຫານຈັດການການຕ້ານຕໍ່ຢາຕ້ານເຊື້ອ, ເພື່ອຮັບປະກັນວ່າເຊື້ອຈຸລະ ຊີບທຸກຊະນິດ ໂດຍສະເພາະຢາຕ້ານເຊື້ອຈຸລະຊີບທີ່ມີຄວາມສຳຄັນຢ່າງຍິ່ງ ໃຫ້ຖືກນໍາໃຊ້ດ້ວຍຄວາມລະມັດລະວັງທັງໃນການເເພດໃນຄົນ ແລະ ສັດ.

 

ໃນປີ 2016, “Critically Important Antimicrobials for human medicine” ສະບັບດັດແກ້ຄັ້ງທີ່ 5 ທີ່ໄດ້ຮັບການເຜີຍແຜ່ໂດຍອົງ ການອະນາໄມໂລກ [1]. ຂໍ້ສະຫຼຸບຈາກກອງປະຊຸມເຊີງປະຕິບັດການຂອງຜູ້ຊ່ຽວຊານທີ່ຈັດໂດຍ ອົງການອານາໄມໂລກມີດັ່ງນີ້:

 

1. ມີຫຼັກຖານຊັດເຈນເຖິງຜົນກະທົບຕໍ່ສຸຂະພາບຂອງຄົນຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ, ເຊິ່ງເກີດມາຈາກການໃຊ້ຢາຕ້ານເຊື້ອທີ່ນອກ ເໜືອອອກຈາກການໃຊ້ໃນຄົນ.

2. ປະລິມານ ແລະ ຮູບແບບການນຳໃຊ້ຢາຕ້ານເຊື້ອນອກເໜືອອກຈາກການໃຊ້ໃນຄົນ ມີຜົນກະທົບຕໍ່ການເກີດເຊື້ອຈຸລິນຊີທີ່ຕ້ານຕໍ່ຢາໃນສັດ ແລະ ຜະລິດຕະພັນອາຫານ, ເຊິ່ງທ້າຍທີ່ສຸດແລ້ວກໍ່ແມ່ນຄົນທີ່ໄດ້ສໍາພັດກັບເຊື້ອຈຸລິນຊີຕ້ານຕໍ່ ຢາເລົ່ານີ້.

3. ຜົນກະທົບຂອງການຕ້ານຕໍ່ຢາຕ້ານເຊື້ອມີຄວາມຮູນນແຮງຫຼາຍ ເມື່ຶອເຊື້ອພະຍາດເລົ່ານັ້ນຕ້ານຕໍ່ຢາຕ້ານເຊື້ອທີ່ສຳຄັນຢ່າງຍິ່ງ (Antibiotics critically important) ຕໍ່ມະນຸດ.

 

ເປັນທີ່ໜ້າສັງເກດໄດ້ວ່າ ຢາບາງໂຕທີ່ໃຊ້ໃນສັດເຊັ່ນ: tilmicosin ບໍ່ໄດ້ມີການນໍາໃຊ້ໃນຄົນ ແຕ່ມັນກໍ່ຖືກຈັດໃນກຸ່ມ ຢາຕ້ານເຊື້ອທີ່ສໍາຄັນຢ່າງຍິ່ງ (Antibiotics critically important)  ເນື່ອງຈາກຢາດັ່ງກ່າວເປັນຢາທີ່ຢູ່ໃນກຸ່ມດຽວກັນກັບກຸ່ມຢາ macrolides ຄືກັນກັບຢາອືື່ນໆ ທີ່ໃຊ້ໃນຄົນ. ການໃຊ້ຢາ tilmicosin ທີ່ຫລາຍເກີນໄປ ຫລື ບໍ່ຖືກຕ້ອງໃນການລ້ຽງສັດ ອາດນໍາໄປສູ່ການເກີດ ແລະ ການແຜ່ກະຈາຍຂອງ ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາກຸ່ມ macrolides.

 

ຕົວຢ່າງ: ທີ່ປະເທດສະຫະລັດອາເມລິກາ, ໄດ້ມີການກວດພົບ mcr-1 ໃນເຊື້ອ Escherichia coli  ໃນຜູ້ຍິງຈາກ Pennsylvania ທີ່ມີການ ຕິດເຊື້ອໃນລະບົບທາງຖ່າຍເທ. ເຊິ່ງວ່າເຊື້ອຈຸລິນຊີທີ່ຖືພັນທຸກໍາ mcr-1 ນັ້ນໄດ້ຕ້ານຕໍ່ຢາຕ້ານເຊື້ອທີ່ເອີ້ນວ່າ colistin. ກະຊວງກະສິກໍາ ຂອງສະຫະລັດອາເມລິກາໄດ້ລາຍງານວ່າ: ໄດ້ກວດພົບຢີນດັ່ງກ່າວໃນຕົວຢ່າງລຳໄສ້ຂອງໝູເຊັ່ນກັນ. Colistin ຖືກຈັດວ່າເປັນຢາຕ້ານເຊື້ອຊະ ນິດສຸດທ້າຍທີ່ສາມາດໃຊ້ປິ່ນປົວພະຍາດຕິດເຊື້ອຈຸລິນຊີທີ່ພັດທະນາໄປເປັນເຊື້ອຕ້ານຢາ ຫລືເຊື້ອຕ້ານຕໍ່ຢາຫຼາຍຊະນິດ [2]. Colistin ຈຶ່ງຖືກ ຈັດວ່າເປັນຢາຕ້ານເຊື້ອທີ່ມີຄວາມສຳຄັນຫຼາຍ ແລະ ບໍ່ຄວນໃຊ້ຢ່າງກວ້າງຂວາງໃນການລ້ຽງສັດ. ປະເທດຈີນໄດ້ສັ່ງຫ້າມບໍ່ໃຫ້ໃຊ້ຢາ Colistin ໃນການລ້ຽງສັດ ແລະ ອອກຄຳສັ່ງຄວບຄຸມການໃຊ້ Colistin ໃນການປິ່ນປົວພະຍາດໃນສັດ.

 

References:

1 WHO (2017). “WHO guidelines on use of medically important antimicrobials in food-producing animals.” (Online ed.). WHO. ISBN: 978 92 4 155013 0

2 Branswell H. (2016). “The world’s worst superbug has made its way to the US.” Businessinsider.com

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້