ເຊື້ອຊຸບເປີ້ບັກ
  
Translated

ຄໍານາມ. ສາຍພັນຂອງເຊື້ອຈູລິນຊີ ທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດ

 

“ການຄຸກຄາມຂອງ superbug ແມ່ນເກີດມາຈາກການນຳໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍເກີນໄປ”

 

“ການລ້າງມື ສາມາດຊ່ວຍທ່ານຈາກການຕິດ superbug ໄດ້”

 

 “Superbug ສາມາດເຮັດໃຫ້ເສຍຊີວິດໄດ້ ເຖິງແມ່ນວ່າການຕິດເຊື້ອນັ້ນບໍ່ຮຸນເເຮງ [1]

 

“ຖ້າບັນຫາການຕ້ານຕໍ່ຢາຕ້ານເຊື້ອບໍ່ໄດ້ຮັບການແກ້ໃຂດຽວນີ້, superbug ຈະສາມາດຂ້າພວກເຮົາໄດ້ໄວກ່ອນພາວະໂລກຮ້ອນ.” [2]

 

Learning point

ການເພີ່ມຂື້ນຂອງ Superbugs

 

ຄຳວ່າ “superbug” ແມ່ນຄຳທີ່ໃຊ້ໃນສື່ບັນເທີງ ແລະ ກໍ່ໄດ້ຖືກນໍາໃຊ້ຫລາຍຂື້ນໃນການສື່ສານກ່ຽວກັບການຕ້ານຕໍ່ຢາ. ຄໍາວ່າ “superbug” ເປັນຮູ້ຈັກຢ່າງຫຼວງຫຼາຍຫຼັງຈາກປີ 1970 ແລະ ຖືກບັນລະຍາຍໄວ້ວ່າເປັນເຊື້ອຈຸລິນຊີທີ່ສ້າງມົນລະພິດໃນອາກາດ [3]. ຕໍ່ມາ “superbug” ໄດ້ມີວິວັດທະນາການເພື່ອອະທິບາຍເຖິງເຊື້ອຈຸລິນຊີ ທີ່ຕ້ານຕໍ່ຢາຫຼາຍຊະນິດ ແລະ ມີຄວາມຫຍຸ້ງຍາກໃນການປິ່ນປົວ.

 

ສື່ (media) ສາມາດສະທ້ອນເຖິງ ທັດສະນະຄະຕິ ແລະ ມຸມມອງຂອງສາທາລະນະຊົນ [4]. ປະເທດອັງກິດ ໃນປີ 1996, BBC’s Panorama ໄດ້ຈັດຕັ້ງໂຄງການເພື່ອຕ້ານຕໍ່ເຊື້້ອຕ້ານຕໍ່ຢາທີ່ເອີ້ນວ່າ “superbug” ໂດຍເນັ້ນໜັກໃສ່ການຕ້ານຕໍ່ຢາ vanconmycin ໃນເຊື້ອຈຸລິນຊີທີ່ມີຊື່ວ່າ Enterococcus. ສິ່ງນີ້ນຳໄປສູ່ການທີ່ສື່ຕ່າງໆມີການຕິດຕາມຢ່າງໄກ້ຊິດໃນຫົວຂໍ້ “superbug”.

 

ຕໍ່ມາໃນປີ 2005, ໃນປະເທດອັງກິດ, ຫົວຂໍ້ ”Superbugs” ທີ່ເນັ້ນໜັກໄປຫາເຊື້ອ Methicillin-resistant Staphylococcus aureus (MRSA) ກາຍເປັນການຖົກຖຽງກັນຄັ້ງຍິ່ງໃຫຍ່ລະຫວ່າງສອງພັກການເມືອງໃນລະຫວ່າງການເລືອກຕັ້ງ. ເຖິງແມ່ນວ່າໃນເວລາ ນັ້ນຈະມີຂ່າວສານ ແລະ ສື່ຕ່າງໆອອກມາເວົ້າເຖິງ MRSA ຢ່າງຫຼວງຫຼາຍ, ແຕ່ໂດຍສະເລ່ຍແລ້ວຜູ້ທີ່ສົນໃຈກ່ຽວກັບຫົວຂໍ້ດັ່ງກ່າວອາດຍັງສັບ ສົນກ່ຽວກັບບັນຫາ ແລະ ລຳດັບຄວາມສຳຄັນສຳລັບການແກ້ໄຂບັນຫາໃນຂະນະນັ້ນ.

 

ໃນປະຈຸບັນ, “superbugs” ກາຍເປັນສິ່ງສໍາຄັນສໍາລັບຜູ້ທີ່ມີຄວາມກັງວົນກ່ຽວກັບເຊື້ອຕ້ານຕໍ່ຢາ, ເພື່ອຮູ້ເຖິງວິທີການທີ່ຈະຕໍ່ສູ້ກັບບັນຫາ ດັ່ງກ່າວ.

 

ຖ້າທ່ານມີຄວາມຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບວິທີການຕໍ່ສູ້ກັບບັນຫາ  “superbugs” ຫຼື ເຊື້ອຕ້ານຕໍ່ຢາຫຼາຍຊະນິດ, ທ່ານສາມາດອ່ານ ເພີ່ມເຕີມກ່ຽວກັບ “ການນຳໃຊ້ຢາຕ້ານເຊື້ອຢ່າງບໍ່ຖືກຕ້ອງ ຫລື misuse of antibiotics”, “ຄວາມຮອບຮູ້ກ່ຽວກັບຢາຕ້ານເຊື້ອຈຸລິນຊີ ຫລື antibiotic literacy”, “ຮ່ອງຮອຍຂອງຢາຕ້ານເຊື້ອຈຸລິນຊີ ຫລື “antibiotic footprint” ແລະ “ການກຳກັບດູແລການນຳໃຊ້ຢາຕ້ານເຊື້ອຈຸລິນຊີ” ຫລື “antibiotic stewardship”

 

References:

1 Nuki P. & Gulland A. (2018). “Superbugs could render even the most routine procedures deadly, warns chief medical officer.” The Telegraph.

2 Armstrong S. (2017). “If we don’t act now, superbugs will kill us before climate change does.” wired.co.uk.

3 Mosher D. (2012). “What is a Superbug?” livescience.com

4 Reynolds L.A. and Tansey E.M. (2006). “Superbugs and Superdrugs: A History of MRSA.” The Wellcome Trust Centre for the History of Medicine at UCL.

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້