ເຊື້ອເຫັດ
  
Translated

ຄຳນາມ. ແມ່ນສິ່ງທີ່ມີຊີວິດຂະໜາດນ້ອຍທີ່ໂດຍປົກກະຕິຈະບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ເຖິງຢ່າງໃດກໍຕາມ ເຊື້ອເຫັດແມ່ນປະກອບດ້ວຍຫຼາຍໆຈຸລັງຮ່ວມເຂົ້າກັນຈົນມີຂະໜາດໃຫຍ່ ຈົນສາມາດເຫັນໄດ້ດ້ວຍຕາເປົ່າໄດ້. ເຊື້ອເຫັດເປັນສິ່ງທີ່ມີຊີວິດ ຈຸລັງດຽວທີ່ມີແກ່ນຈຸລັງ

 

“ເຊື້ອເຫັດປະກອບໄປດ້ວຍ ເຫັດທີ່ໃຊ້ປຸງແຕ່ງອາຫານ, ກ້ອນເຊື້ອເຫັດ, ຢີສ ຄືຕົວຢ່າງຂອງເຊື້ອເຫັດ”

 

“ເຊື້ອເຫັດບາງຊະນິດກໍ່ໃຫ້ເກີດພະຍາດຕໍ່ ຄົນ, ສັດ ແລະ ພືດ”

 

ຄຳສັບທີ່ມີຄວາມໝາຍກຽ່ວຂ້ອງ

 

Fungi (ເຊື້ອເຫັດ)

ຄຳນາມ. ແມ່ນຄຳນາມຈຳນວນຫຼາຍຂອງເຊື້ອເຫັດ

 

Fungal

ຄຳຄຸນນາມ. ທີ່ມີສາເຫດມາຈາກເຊື້ອເຫັດ

 

Learning point

ຢາຕ້ານເຊື້ອຈຸລິນຊີມີຜົນຕໍ່ເຊື້ອເຫັດໄດ້ແນວໃດ?

 

ການຕິດເຊື້ອຈາກເຊື້ອເຫັດທີ່ພົບເຫັນເລື້ອຍໆແມ່ນພະຍາດຕິດເຊື້ອເຫັດຢູ່ຕີນ, ພະຍາດເກື້ອນ ແລະ ການຕິດເຊື້ອເຫັດໃນຊ່ອງຄອດ. ເຊື້ອເຫັດເປັນສິ່ງທີ່ມີຊີວິດດັ້ງເດີມ ເຊື້ອເຫັດອາໄສຢູ່ໃນອາກາດ, ດິນ, ພືດ ແລະ ນ້ຳ. ເຊື້ອເຫັດບາງຊະນິດສາມາດແຜ່ຂະຫຍາຍ ໂດຍການສ້າງເມັດສະ ປໍນ້ອຍໆ ແລະ ກະຈາຍໄປໃນອາກາດ ທ່ານສາມາດຫາຍໃຈເອົາສະປໍເຂົ້າໄປໃນລະບົບຫາຍໃຈ ຫຼື ສະປໍສາມາດຕົກລົງໃສ່ໂຕເຮົາໄດ້.

 

ທ່ານອາດມີທ່າອຽ່ງທີ່ຈະຕິດເຊື້ອເຫັດຮູບແບບຮຸນໄດ້ ຖ້າທ່ານມີລະບົບພູມຄຸ້ມກັນທີ່ບົກພ່ອງເຊັ່ນ: ການຕິດເຊື້ອ HIV ຫຼື ຜູ້ທີ່ກໍາລັງໃຊ້ຢາຕ້ານເຊື້ອຈຸລິນຊີ. ຢາຕ້ານເຊື້ອຈຸລິນຊີບໍ່ສາມາດຂ້າເຊື້ອເຫັດໄດ້ແຕ່ທຳລາຍເຊື້ອຈຸລິນຊີໄດ້ ໂດຍການຂ້າເຊື້ອຈຸລິນຊີ, ທີ່ເປັນເຊື້ອປະຈຳຖີ່ນຕາມທຳມະຊາດເຊັ່ນຢູ່ໃນຊ່ອງຄອດ ເຊິ່ງພວກມັນປ້ອງກັນເຮົາຈາກການຕິດເຊື້ອທີ່ປົນເປື້ອນມາກັບມື ແລະ ສາມາດກໍ່ໃຫ້ເກີດການຕິດເຊື້ອ.

 

ການຕິດເຊື້ອເຫັດໃນຊ່ອງຄອດເປັນຜົນຂ້າງຄຽງທີ່ພົບໄດ້ເລື້ອຍໆຈາກການນຳໃຊ້ຢາຕ້ານເຊື້ອຈຸລິນຊີເປັນເວລາດົນ.  ການຕິດເຊື້ອເຫັດໃນຊ່ອງຄອດອາດຈະເກີດຂຶ້ນໃນໄລຍະທີ່ມີການໃຊ້ ຫຼື ຫຼັງການໃຊ້ຢາຕ້ານເຊື້ອຈຸລິນຊີ ເພື່ອໃຊ້ປິ່ນປົວພະຍາດຕ່າງໆເຊັ່ນການອັກເສບຮູຄໍຈາກເຊື້ອ Streptococcus. ດັ່ງນັ້ນພວກເຮົາຄວນໃຊ້ຢາຕ້ານເຊື້ອຈຸລິນຊີໃນຍາມຈຳເປັນ, ນອກຈາກນີ້ພວກເຮົາຄວນຢຸດການນຳໃຊ້ຢາຕ້ານເຊື້ຶອຈຸລິນຊີທີ່ຫຼາຍເກີນຄວາມຈຳເປັນ ຫຼືໃຊ້ບໍ່ຖືກວິທີ [1].

 

ການຕິດເຊື້ອເຫັດໃນປອດອາດມີອາການຮຸນແຮງ ແລະ ມັກມີອາການຄ້າຍກັບການເຈັບເປັນຂອງພະຍາດອື່ນໆໄດ້ເຊັ່ນ: ໄຂ້ຫວັດໃຫຍ່ ຫຼື ວັນນະໂລກ. ທ່ານໝໍຄວນພິຈາລະນາເຖິງຄວາມເປັນໄປໄດ້ຂອງການຕິດເຊື້ອເຫັດ ເມື່ອຄົນເຈັບມີອາການຂອງພະຍາດປອດອັກເສບ ເຊີ່ງອາການດັ່ງກ່າວບໍ່ດີຂຶ້ນ ເຖິງວ່າຈະມີການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນການປິ່ນປົວ. ດັ່ງນັ້ນຄວນຈະໄດ້ຮັບການກວດວິເຄາະຫາສາເຫດ ຍ້ອນການຕິດເຊື້ອເຫັດແຕ່ຫົວທີ ເຊິ່ງຊ່ວຍຫຼຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ບໍ່ຈຳເປັນ ແລະ ຊ່ວຍໃຫ້ຄົນເຈັບໄດ້ຮັບຢາຕ້ານເຊື້ອເຫັດໄດ້ຢ່າງທັນທ່ວງທີ, ຖ້າມີຄວາມຈຳເປັນ.

 

Reference: 

1 CDC (2017). “Fungal Infections- 10 Questions to protect your health.” Cdc.gov

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້