ການຊຶມເຊື້ອໃນຊຸມຊົນ
  
Translated

ຄຳນາມ. ແມ່ນການຊຶມເຊື້ອທີ່ເກີດຂຶ້ນຢູ່ນອກໂຮງໝໍ ຫຼື ສະຖານທີ່ປິ່ນປົວ. ໃນອີກຄວາມໝາຍໜື່ງກໍ່ຄືການຊຶມເຊື້ອ ທີ່ເກີດຂຶ້ນໃນຊຸມຊົນ ຫຼື ໃນປະຊາກອນທົ່ວໄປ.

 

"ການຕິດເຊື້ອສາມາດແບ່ງໄດ້ເປັນການຕິດເຊື້ອໃນຊຸມຊົນ ແລະ ການຕິດເຊື້ອໃນໂຮງໝໍ. ການຈັດໝວດໝູ່ນີ້ເພື່ອຊ່ວຍໃຫ້ຮູ້ ວ່າພະຍາດນັ້ນເກີດຈາກບ່ອນໃດ ແລະ ຊ່ວຍໃນການວາງແຜນປ້ອງກັນການຕິດເຊື້ອໄດ້.”

 

"ການຕິດເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ ແມ່ນສາເຫດໜຶ່ງທີ່ເຮັດໃຫ້ການຕິດເຊື້ອໃນຊຸມຊົນເພີ່ມຂື້ນ"

 

"ຖ້າທ່ານເຂົ້າມາໂຮງໝໍເນື່ອງຈາກມີການຊຶມເຊື້ອເຊັ່ນ: ພະຍາດປອດອັກເສບ, ອັກເສບລະບົບຖ່າຍເທ ແລະ ພາວະຊຶມເຊື້ອໃນກະແສເລືອດ ແລະ ຖ້າທ່ານບໍ່ໄດ້ຮັບການປິ່ນປົວໃນໂຮງໝໍພາຍໃນໄລຍະເວລາ 30 ມື້ທີ່ຜ່ານມາ. ພະຍາດນີ້ອາດຖືໄດ້ວ່າເປັນການຊຶມເຊື້ອໃນຊຸມຊົນ.”

 

Learning point

ດ້ວຍເຫດໃດເຮົາຈຶ່ງຕ້ອງແຍກວ່າການຊຶມເຊື້ອໃດໜຶ່ງ ແມ່ນການຊຶມໃນຊຸມຊົນ ຫຼື ການຊຶມເຊື້ອໃນໂຮງໝໍ?

 

ເຮົາຈຳເປັນຕ້ອງແຍກການຊຶມເຊື້ອອອກເປັນ ການຊຶມເຊື້ອໃນຊຸມຊົນ ແລະ ການຊຶມເຊື້ອໃນໂຮງໝໍ. ເນື່ອງຈາກ ການປ້ອງກັນ ແລະ ເເກ້ ໄຂບັນຫາເພື່ອຫຼຸດຜ່ອນຜົນກະທົບຂອງເຊື້ອຕ້ານຕໍ່ຢາຕ້ານເຊື້ອໃນຊຸມຊົນ ແລະ ໃນໂຮງໝໍນັ້ນມີວິທີທີ່ແຕກຕ່າງກັນ ຫຼາຍ. ນອກຈາກນີ້ຍັງ ມີຄວາມສຳຄັນຢ່າງຍິ່ງຕໍ່ການຕັດສິນໃຈໃນການຈັດສັນຊັບພະຍາກອນສຳລັບການຄວບຄຸມແກ້ໄຂ ແລະ ການກວດສອບປະສິດທິພາບຂອງ ການຫຼຸດຜ່ອນການຕິດເຊື້ອຕ້ານຕໍ່ຢາຕ້ານເຊື້ອທັງໃນຊຸມຊົນ ແລະ ໃນໂຮງໝໍ.

 

ຕົວຢ່າງເຊັ່ນ ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍເກີນໄປ ແລະ ນໍາໃຊ້ຢ່າງບໍ່ຖືກຕ້ອງໃນຊຸມຊົນໄດ້ສ້າງເງື່ອນໄຂໃຫ້ເກີດເຊື້ອຕ້ານຕໍ່ຢາຕ້ານເຊື້ອ ໃນຊຸມຊົນ ຫຼາຍກວ່າເຊື້ອຕ້ານຕໍ່ຢາຕ້ານເຊື້ອ ໃນໂຮງໝໍ. ນອກຈາກນີ້, ອາດເປັນໄປໄດ້ວ່າຜູ້ທີ່ໄດ້ສຳພັດ ກັບສະພາບແວດລ້ອມທີ່ເປັນບ່ອນ ສະສົມເຊື້ອຈຸລະຊີບຕ້ານຕໍ່ຢາ ຕ້ານເຊື້ອໃນຊຸມຊົນນັ້ນຈະມີຄວາມສ່ຽງສູງໃນການຕິດ ເຊື້ອຕ້ານຕໍ່ຢາຕ້ານເຊື້ອໃນຊຸມຊົນຫຼາຍຂື້ນ. ຕົວຢ່າງ ເຊັ່ນ: ການບໍ່ລ້າງມື, ການມີປະລິມານຢາຕ້ານເຊື້ອສູງໃນນ້ຳເສຍ ແລະ ການຈັດການນ້ຳເສຍທີ່ບໍ່ມີປະສິດທິພາບ ກໍເຮັດໃຫ້ຄົນໃນຊຸມຊົນມີການ ສຳພັດກັບຢາທີ່ມີຢູ່ໃນສະພາບແວລ້ອມຫຼາຍຂຶ້ນ, ເຮັດໃຫ້ເກີດຄວາມສ່ຽງສູງໃນການຕິດເຊື້ອຕ້ານຕໍ່ຢາຕ້ານເຊື້ອ.

 

ເຊັ່ນດຽວກັນກັບການນຳໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍເກີນໄປ ແລະ ໃຊ້ຢ່າງບໍ່ຖືກຕ້ອງໃນໂຮງໝໍໄດ້ສ້າງເງື່ອນໄຂເຮັດໃຫ້ ກີດມີ ເຊື້ອຕ້ານຕໍ່ຢາ ຕ້ານເຊື້ອໃນໂຮງໝໍຫຼາຍກວ່າໃນຊຸມຊົນ. ນອກຈາກນີ້ອາດເປັນໄປໄດ້ວ່າຜູ້ທີ່ໄດ້ສຳພັດກັບສະພາບແວດລ້ອມທີ່ ເປັນບ່ອນສະສົມຂອງຢ້ານຕ້ານ ເຊື້ອ ຫຼື ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາ ຢູ່ໃນໂຮງໝໍຈະເຮັດໃຫ້ມີຄວາມສ່ຽງສູງ ໃນການຕິດເຊື້ອຕ້ານຕໍ່ຢາຕ້ານເຊື້ອ ໃນໂຮງໝໍສູງຂຶ້ນ, ຕົວຢ່າງເຊັ່ນ: ການທີ່ບຸກຄະລາກອນດ້ານການແພດ, ຄົນເຈັບ ແລະ ຍາດຕິພີ່ນ້ອງບໍ່ລ້າງມືຢ່າງ ຖືກຕ້ອງກໍພາໃຫ້ເກີດຄວາມສ່ຽງຂອງການຕິດເຊື້ອຕ້ານຕໍ່ຢາ ຕ້ານເຊື້ອໃນໂຮງໝໍສູງຂຶ້ນ.

 

ເພື່ອຫຼຸດຜ່ອນຜົນກະທົບຂອງການຊຶມເຊື້ອຕ້ານຕໍ່ຢາຕ້ານເຊື້ອໃນຊຸມຊົນ, ການນຳໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງເມາະສົມ (antibiotic stewardship), ການປ້ອງກັນ ແລະ ການແກ້ໄຂຕ່າງໆ ຈະຕ້ອງເນັ້ນໜັກໄປທີ່ຊຸມຊົນ ແລະ ປະຊາກອນທົ່ວໄປ. ໃນທາງກົງກັນຂ້າມ, ຖ້າຕ້ອງ ການຫຼຸດຜ່ອນົນກະທົບຂອງການຊຶມເຊື້ອຕ້ານຕໍ່ຢາຕ້ານເຊື້ອໃນໂຮງໝໍຄື, ການກໍກັບດູເເລການນຳ ໃຊ້ຢາຕ້ານເຊື້ອຈຸລິນຊີ (antibiotic stewardship), ການປ້ອງກັນ ແລະ ການແກ້ໄຂຈະຕ້ອງເນັ້ນໜັກໄປທີ່ບຸກຄະລາກອນ ດ້ານການແພດ, ຄົນເຈັບ, ຍາດຕິພີ່ນ້ອງ ແລະ ສິ່ງແວດ ລ້ອມໃນໂຮງໝໍ.

 

ດັ່ງນັ້ນ ແພດສາມາດລະບຸວ່າຄົນເຈັບຜູ້ໃດມີການຊຶມເຊື້ອໃນຊຸມຊົນ ຫຼື ການຊຶມເຊື້ອໃນໂຮງໝໍ ໂດຍການຊັກປະຫວັດຢ່າງລະ ອຽດ ແລະ ພິຈາລະນາຄວາມເໝາະສົມໃນແຕ່ລະຄົນ. ເຖິງຢ່າງໃດກໍຕາມ, ຫຼັກການທົ່ວໄປທີ່ສາມາດໃຊ້ໄດ້ຄື ຖ້າກວດພົບ ເຊື້ອກໍ່ພະຍາດຈາກຕົວຢ່າງ ທາງຄລີນິກເຊັ່ນ: ເລືອດ ແລະ ນໍ້່າປັດສະວະ ທີ່ມາຈາກຄົນເຈັບພາຍໃນໄລຍະເວລາ 2 ມື້ທຳອິດ ທີ່ເຂົ້າມານອນໂຮງໝໍ. ການຕິດເຊື້ອເຫຼົ່ານີ້ ຄວນຈັດເປັນການຕິດເຊື້ອຈາກຊຸມຊົນ. 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້