ການຊຶມເຊື້ອໃນໂຮງໝໍ
  
Translated

ຄຳນາມ. ການຊຶມເຊື້ອທີ່ເກີດຂຶ້ນໃນໂຮງໝໍ ຫຼື ສະຖານທີ່ປິ່ນປົວ.

 

"ຫາກທ່ານເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກພະຍາດທີ່ບໍ່ແມ່ນພະຍາດຊຶມເຊື້ອເຊັ່ນ: ຫົວໃຈວາຍ, ມະເຮັງແລ້ວເກີດ ມີການຊຶມເຊື້ອຂຶ້ນພາຍຫຼັງເຂົ້ານອນໃນໂຮງໝໍໄດ້ຫຼາຍກວ່າ 2 ມື້ເຊັ່ນ: ມີອັກເສບປອດເພີ່ມຫຼັງຈາກນອນ ໂຮງໝໍໄດ້ຫຼາຍກວ່າ 2 ມື້, ພະຍາດແຊກຊ້ອນນັ້ນສາມາດຈັດໄດ້ວ່າເປັນການຊຶມເຊື້ອໃນໂຮງໝໍ”

 

"ອັດຕາການຕ້ານຕໍ່ຢາຂອງເຊື້ອຈຸລິນຊີທີ່ກໍ່ໃຫ້ເກີດການຊຶມເຊື້ອໃນໂຮງໝໍເພິ່ມຂື້ນຢ່າງຫຼວງຫຼາຍ. ຈາກສາເຫດດັ່ງກ່າວເຮັດ ໃຫ້ຄົນເຈັບທີ່ຊຶມເຊື້ອໃນໂຮງໝໍ ມີຄວາມສ່ຽງສູງທີ່ຈະມີອາການສົນ ແລະ ເສຍຊີວິດ”

 

ຄຳສັບທີ່ກ່ຽວຂ້ອງ:

 

Nosocomial infection

ຄຳນາມ. ແມ່ນອີກຄຳສັບໜື່ງສຳລັບການຊຶມເຊື້ອໃນໂຮງໝໍ

 

Learning point

ເຮົາສາມາດຫລີກຫລ່ຽງການຊຶມເຊື້ອໃນໂຮງໝໍໄດ້ແນວໃດ?

 

ເມື່ອພວກເຮົາເຂົ້ານອນໂຮງໝໍ, ທັງໃນຖານະຄົນເຈັບເອງ ຫຼື ຜູ້ຢ້ຽມຢາມຄົນເຈັບກໍຕາມ, ເຮົາກໍມີຄວາມສ່ຽງໃນການຊຶມເຊື້ອຕ້ານຕໍ່ຢາຕ້ານ ເຊື້ອຈາກໂຮງໝໍ ເນື່ອງຈາກໂຮງໝໍມີການໃຊ້ຢາຕ້ານເຊື້ອຈຳນວນຫຼາຍ, ເຮັດໃຫ້ເຊື້ອຈຸລິນຊີໃນສິ່ງແວດລ້ອມພາຍໃນໂຮງໝໍເປັນເຊື້ອຕ້ານ ຕໍ່ຢາຕ້ານເຊື້ອຫຼາຍກວ່າເຊື້ອຈຸລິນຊີໃນສິ່ງແວດລ້ອມໃນຊຸມຊົນ.

 

ຈາກການສຶກສາໃນສະຫະລັດອາເມລິກາ ພົບວ່າມີຜູ້ຊຶມເຊື້ອໃນໂຮງໝໍປະມານ 650,000 ຄົນໃນປີ 2011 ແລະ ເສຍຊີວິດ 75,000 ຄົນ. ນອກນັ້ນ, ຈາກຂໍ້ມູນຂອງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ ຄາດວ່າອັດຕາການຊຶມເຊື້ອໃນ ໂຮງໝໍໃນປະເທດກຳລັງພັດທະ ນາອາດຈະສູງກວ່າໃນປະເທດທີ່ພັດທະນາແລ້ວຍ້ອນເງື່ອນໄຂໃນຫຼາຍດ້ານຍັງຈຳກັດ [1].

 

ນອກນັ້ນ, ສີ່ງທີ່ເປັນປະໂຫຍດ ແລະ ສຳຄັນຄືການໃຫ້ຄຳແນະນຳ ສຳຫຼັບຄົນເຈັບ ແລະ ຄົນທົ່ວໄປເພື່ອໃຫ້ຫລີກຫລ່ຽງການຕິດເຊື້ອໃນໂຮງ ໝໍ [2] [3].

 

#1. ທ່ານຄວນຮູ້ວ່າມີຄວາມສ່ຽງຕໍ່ການຊຶມເຊື້ອໃນໂຮງໝໍ

ຫຼາຍຄົນບໍ່ຮູວ່າການເຂົ້ານອນເພື່ອປິ່ນປົວໃນໂຮງໝໍນັ້ນມີຄວາມສ່ຽງຕໍ່ການຊຶມເຊື້ອໃນໂຮງໝໍ, ຄິດວ່າໂຮງໝໍສະອາດ ແລະ ປາດສະຈາກເຊື້ອ ພະຍາດ. ໃນບາງປະເທດເຊັ່ນ: ອາເມລິກາ, ທ່ານສາມາດກວດສອບຄະແນນກ່ຽວກັບການຊຶມເຊື້ອໃນໂຮງ ໝໍຈາກເວັບໄຊຕ່າງໆໄດ້ໂດຍບໍ່ເສຍ ຄ່າໃຊ້ຈ່າຍ ເພື່ອໃຫ້ທ່ານສາມາດຮັບຮູ້ເຖິງສະຖິຕິຂອງການຊຶມເຊື້ອຂອງໂຮງໝໍທີ່ ທ່ານຈະເຂົ້າໄປຮັບການປິ່ນປົວ.

 

#2. ທ່ານຄວນອາບນ້ຳກ່ອນເຂົ້ານອນປິ່ນປົວ ຫຼື ກ່ອນການຜ່າຕັດ

ທ່ານຄວນສອບຖາມແພດຂອງທ່ານກ່ຽວກັບການປະຕິບັດຕົນກ່ອນທີ່ຈະເຂົ້າໂຮງໝໍເຊັ່ນ: ທ່ານຄວນອາບນ້ຳດ້ວຍສະບູຊະນິດ ພິເສດ ຫຼື ນ້ຳຢາຂ້າເຊື້ອກ່ອນເຂົ້າຮັບການປິ່ນປົວໃນໂຮງໝໍ.

 

#3. ທ່ານຄວນລ້າງມືເລື້ອຍໆ ແລະ ບອກເຕືອນຄົນອື່ນໃຫ້ລ້າງມື

ເລື່ອງນີ້ເປັນເລື່ອງທີ່ຍາກຫຼາຍ! ໃນສັງຄົມ ແລະ ວັດທະນະທຳຂອງເຮົາໃນປະຈຸບັນ ການບອກເຕືອນຄົນອື່ນໃຫ້ລ້າງມືອາດເປັນເລື່ອງທີ່ທ່ານ ບໍ່ຢາກເຮັດ ເພາະຄົນທີ່ຖືກບອກເຕືອນອາດຮູ້ສຶກວ່າຖືກດູໝິ່ນປະໝາດ, ຮູ້ສຶກວ່າຖືກກວດສອບ, ຮູ້ສຶກອຶດອັດ ຫຼື ອາດເຫັນວ່າເປັນເລື່ອງ ບໍ່ສຸພາບ ໂດຍສະເພາະຢ່າງຍິ່ງ ຖ້າທ່ານເປັນຄົນເຈັບ ແລະ ບຸກຄະລາກອນທາງການແພດ.

 

ເຖິງຢ່າງໃດກໍຕາມ ການລ້າງມືເປັນວິທີທີ່ສຳຄັນທີ່ສຸດວິທີໜຶ່ງໃນການຫຼຸດຜ່ອນການຊຶມເຊື້ອໃນໂຮງໝໍ, ແພດ ແລະ ບຸກຄະລາກອນດ້ານການ ແພດສ່ວນຫຼາຍຈະເປີດກວ້າງກ່ຽວກັບການລ້າງມື ແມ້ວ່າຈະຖືກບອກເຕືອນໃຫ້ລ້າງມືຕະຫຼອດເວລາກໍ່ຕາມ.

 

ໃນຄວາມເປັນຈິງແລ້ວ ທຸກຄົນລວມເຖິງຍາດຕິພີ່ນ້ອງ ແລະ ບຸກຄະລາກອນດ້ານການແພດທຸກໆຄົນ ຕ້ອງລ້າງມື (1) ກ່ອນທີ່ຈະສຳພັດຄົນ ເຈັບ, (2) ກ່ອນການເຮັດຫັດຖະການຕ່າງໆ, (3) ຫຼັງຈາກສຳພັດກັບຂອງແຫຼວໃນຮ່າງກາຍຄົນເຈັບ, (4) ຫຼັງ ຈາກສຳພັດຄົນເຈັບ ແລະ (5) ຫຼັງຈາກການສຳພັດກັບສະພາບແວດລ້ອມອ້ອມຂ້າງຄົນເຈັບ [4].

 

ຢ່າໄດ້ລັງເລທີ່ຈະບອກວ່າ: “ຂໍອະນຸຍາດ/ຂໍໂທດເດີ້, ຂ້ອຍຍັງບໍ່ທັນເຫັນວ່າເຈົ້າລ້າງມືແລ້ວເທື່ອ ກະລຸນາລ້າງມືຂອງເຈົ້າກ່ອນໄດ້ບໍ່? ”

 

#4. ທ່ານຄວນຮັກສາທຸກຢ່າງຕ້ອງສະອາດ

 

#5. ທ່ານຕ້ອງກ້າທີ່ຈະຖາມວ່າທ່ານຈຳເປັນບໍ່ ທີ່ທ່ານຕ້ອງໄດ້ຮັບຫານປີ່ນປົວຜ່ານທາງເສັ້ນເລືອດ ແລະ ໃຊ້ສາຍສວນປັດສະວະ

ທ່ານຕ້ອງຖາມບຸກຄະລາກອນດ້ານການແພດທຸກມື້ວ່າເມື່ອໃດຈຶ່ງຈະສາມາດຖອດສາຍນໍ້າທະເລ ຫຼື ສາຍສວນປັດສະວະ ຫລື ທໍ່ອື່ນໆອອກໄດ້. ເພາະຫາກປະໄວ້ດົນເທົ່າໃດກໍຍິ່ງເພີ່ມຄວາມສ່ຽງຕໍ່ການຊຶມເຊື້ອໃນໂຮງໝໍຫຼາຍຂຶ້ນເທົ່ານັ້ນ.

 

#6. ທ່ານຄວນສອບຖາມກ່ຽວກັບຢາຕ້ານເຊື້ອຈຸລິນຊີ

ສອບຖາມວ່າທ່ານຈຳເປັນຕ້ອງໄດ້ໃຊ້ຢາຕ້ານເຊື້ອ ຫຼື ບໍ່. ການໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ຖືກຕ້ອງ ຫຼື ຫຼາຍເກີນໄປຈະເພີ່ມຄວາມສ່ຽງຕໍ່ການ ຕິດເຊື້ອໃນໂຮງໝໍ.

 

#7. ທ່ານຄວນລະວັງພະຍາດຖອກທ້ອງ

ຖ້າຫາກທ່ານຖ່າຍແຫຼວໃນເວລາທີ່ທ່ານເຂົ້າຮັບການປິ່ນປົວໃນໂຮງໝໍ ທ່ານຄວນແຈ້ງແພດໃຫ້ຮູ້ ເພາະນັ້ນອາດເປັນສັນຍານຂອງການຊຶມ ເຊື້ອໃນໂຮງໝໍ.

 

#8. ທ່ານຄວນຢຸດສູບຢາ ແລະ ຢຸດດື່ມເຫຼົ້າ ເຖິງຈະເປັນການຢຸດຊົ່ວຄາວກໍຕາມ

ໂດຍປົກກະຕິ ທ່ານຈະບໍ່ໄດ້ຮັບອະນຸຍາດໃຫ້ສູບຢາ ຫຼື ດື່ມເຫຼົ້າໃນໂຮງໝໍ ແລະ ທ່ານຄວນປະຕິບັດຕາມຄຳແນະນຳນັ້ນຢ່າງ ເຄັ່ງຄັດ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ.

ເຖິງວ່າຜົນໄດ້ຮັບທີ່ເກີດຂຶ້ນຈະບໍ່ສາມາດຮັບປະກັນໄດ້ວ່າຄຳແນະນຳເຫຼົ່ານີ້ຈະເຮັດໃຫ້ທ່ານບໍ່ເກີດການຊຶມເຊື້ອໃນໂຮງໝໍ ແຕ່ ການປະຕິບັດຕາມຄຳແນະນຳນີ້ກໍຈະສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງລົງໄດ້.

 

References

1 WHO. (2016). Guidelines on core components of infection prevention and control programmes at the ... national and acute health care facility level. ISBN 978-92-4-154992-9

2 Consumer Reports. (2016). 15 Tips for Preventing Infections in the Hospital. Retrieved from https://www.consumerreports.org/hospital-acquired-infections/15-tips-for-preventing-infections-in-the-hospital/

3 Mitchell, E. (2015, May 13). 5 Things You Can Do To Avoid A Hospital-Acquired Infection. Retrieved from http://blog.eoscu.com/blog/5-things-you-can-do-to-avoid-a-hospital-acquired-infection

4 WHO. (2013, May 03). About SAVE LIVES: Clean Your Hands. Retrieved from http://www.who.int/gpsc/5may/background/5moments/en/

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້