ຢາຕ້ານວັນນະໂລກ
  
Translated

ຄຳຄຸນນາມ. ທີ່ມີຄວາມສາມາດໃນການຂ້າ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອວັນນະໂລກ (Tuberculosis - TB)

 

"ຄົນເຈັບທີ່ເປັນພະຍາດວັນນະໂລກຕ້ອງກິນຢາຕ້ານວັນນະໂລກໃຫ້ຄົບເປັນເວລາຢ່າງໜ້ອຍ 6 ເດືອນ”

 

“ພະຍາດວັນນະໂລກຕ້ານຕໍ່ຢາເປັນບັນຫາໃຫຍ່ທັງຂອງຄົນເຈັບເອງ ແລະ ຄົນອື່ນໆໃນສັງຄົມ ເນື່ອງຈາກຄົນເຈັບສາມາດແຜ່ເຊື້ອວັນນະໂລກຕ້ານຕໍ່ຢາໃຫ້ກັບຜູ້ອື່ນໄດ້”

 

“ການວິວັດຂອງເຊື້ອຕ້ານຕໍ່ຢາຕ້ານວັນນະໂລກ ເກີດຂື້ນຍ້ອນຄົນເຈັບນຳໃຊ້ຢາຕ້ານວັນນະໂລກບໍ່ຖືກຕ້ອງ ຫຼື ຢຸດການປີ່ນປົວ ກ່ອນກຳນົດ”

 

Learning point

ການຕໍ່ສູ້ກັບເຊື້ອວັນນະໂລກທີ່ຕ້ານຕໍ່ຢາ

 

ພະຍາດວັນນະໂລກ ເກີດຈາກເຊື້ອຈຸລິນຊີີ ທີ່ຊື່ວ່າ Mycobacterium tuberculosis . ເຊື້ອວັນນະໂລກສາມາດແຜ່ກະຈາຍຈາກຄົນສູ່ຄົນ ຜ່ານການໄອ, ການຈາມ, ການຖົ່ມນ້ຳລາຍ ແລະ ການເວົ້າຈາ. ຄົນເຈັບທີ່ມີລະບົບພູມຄຸ້ມ ກັນບົກພ່ອງ ເຊັ່ນ: HIV, ຂາດສານອາຫານ ຫຼື ພະ ຍາດເບົາຫວານ ຫຼື ຄົນທີ່ສູບຢາ ຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອວັນນະໂລກ [1]

 

ຄົນທີ່ມີອາການໄອຊຳເຮື້ອຫຼາຍກວ່າ 2 ຫຼື 3 ອາທິດ ຄວນພົບແພດ ເພື່ອກວດໃຫ້ແນ່ຊັດວ່າຕົນເອງບໍ່ໄດ້ເປັນວັນນະໂລກ, ເນື່ອງຈາກການ ໄອຊຳເຮື້ອເປັນອາການເບື້ອງຕົ້ນທີ່ພົບເລື້ອຍໆຂອງພະຍາດວັນນະໂລກ. ບາງຄັ້ງເຊື້ອວັນນະໂລກຕ້ານຕໍ່ຢາເກີດຂື້ນ ເມື່ຶອເຊື້ອຈຸລິນຊີຕ້ານຕໍ່ ຢາທີ່ໃຊ້ໃນການປິ່ນປົວວັນນະໂລກ. ເຊິ່ງໝາຍຄວາມວ່າຢາ ບໍ່ສາມາດຂ້າເຊື້ອວັນນະໂລກໄດ້ອີກຕໍ່ໄປ.

 

ວິທີທີ່ສຳຄັນທີ່ສຸດໃນການປ້ອງກັນການແຜ່ກະຈາຍຂອງເຊື້ອວັນນະໂລກຕ້ານຕໍ່ຢາຄື ຄົນເຈັບທີ່ເປັນພະຍາດວັນນະໂລກຕ້ອງ ກິນຢາຕ້ານວັນ ນະໂລກຕາມຄຳແນະນຳຂອງແພດໝໍໃຫ້ຄົບຕາມກຳນົດຢ່າງເຄັ່ງຄັດ. ບໍ່ຄວນລືມກິນຢາ ແລະ ບໍ່ຄວນຢຸດຢາເອງ. ຜູ້ທີ່ໄດ້ຮັບການປິ່ນປົວພະ ຍາດວັນນະໂລກຄວນແຈ້ງແພດຫາກຄົນເຈັບພົບບັນຫາໃນລະຫວ່າງການນຳໃຊ້ຢາ [2].

 

ສິ່ງສຳຄັນທີ່ສຸດຄືທຸກໆປະເທດຄວນເລີ່ມດຳເນີນການໃນຂະນະທີ່ຍັງສາມາດຄວບຄຸມການແຜ່ລະບາດຂອງເຊື້ອວັນນະໂລກທີ່ຕ້ານຕໍ່ຢາຫຼາຍ ຊະນິດບໍ່ໃຫ້ມີການພັດທະນາ ແລະ ສົ່ງຕໍ່ໄປໄດ້.

 

References

1 WHO. (2018, January 18). What is TB? How is it treated? Retrieved from http://www.who.int/features/qa/08/en/

2 WebMD. (n.d.). What are the symptoms of Tuberculosis?. Retrieved from https://www.webmd.com/lung/understanding-tuberculosis-symptoms

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້