ການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ
  
Translated

ຄຳນາມ. ການຕິດເຊື້ອທີ່ມາຈາກເຊື້ອພະຍາດທີ່ມີຄວາມສາມາດໃນການຢັບຢັ້ງລິດຂອງຢາຕ້ານຈຸລະຊີບ

 

“ການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ ເກີດມາຈາກຫຼາຍໆສາເຫດທີ່ເເຕກຕ່າງກັນເຊັ່ນ: ການໃຊ້ຢາຕ້ານເຊື້ອຈຸລິນຊີເກີນຂະໜາດ ແລະ ການນຳຢ່າງບໍ່ເມາະສົມ. ນອກຈາກນີ້ ກໍ່ຍັງເປັນໄປໄດ້ທີ່ຕິດເຊື້ອຕ້ານຕໍ່ຢາຈາກບຸກຄົນອື່ນ, ເນື່ອງຈາກວ່າເຊື້ອຕ້ານຕໍ່ຢາສາມາດສົ່ງຈາກຄົນໜຶ່ງໄປສູ່ອີກຄົນອື່ນໄດ້”.” [1]

 

“ການຊຶມເຊື້ອໃນໂຮງໝໍທີ່ເກີດຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ ເພີ່ມຂື້ນໃນຫຼາຍໆປະເທດທົ່ວໂລກ”

 

Learning point

ມັນແມ່ນເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ, ບໍ່ແມ່ນຮ່າງກາຍຂອງຄົນເຮົາທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ.

 

ສຳລັບການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີນັ້ນ, ບໍ່ແມ່ນຍ້ອນຮ່າງກາຍຂອງທ່ານເອງ ແຕ່ເກີດຂື້ນຍ້ອນເຊື້ອຈຸລິນຊີ ສາມາດພັດທະນາໂຕເອງໃຫ້ມີ ຄວາມສາມາດຕ້ານຕໍ່ຢາຕ້ານເຊື້ອໄດ້ໂດຍການປ່ຽນແປງທ່ານພັນທຸກຳຂອງພວກມັນ. ໂດຍທົ່ວໄປແລ້ວຢາຕ້ານເຊື້ອຈຸລິນຊີແມ່ນມີຈຸດປະສົງ ເພື່ອຂ້າເຊື້ອຈຸລິນຊີ ຫຼື ເຮັດໃຫ້ເຊື້ອອ່ອນແອລົງ ເພື່ອໃຫ້ຮ່າງກາຍເຮົາສາມາດຕໍ່ສູ້ກັບເຊື້ອຈຸລິນຊີນັ້ນໄດ້.

 

ຖ້າຫາກທ່ານເກີດມີການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີ, ຢາຕ້ານເຊື້ອທົ່ວໄປຈະບໍ່ມີປະສິດທິພາບໃນການປິ່ນປົວ. ທາງເລືອກຂອງການນຳໃຊ້ຢາຕ້ານເຊື້ອທີ່ສາມາດກຳຈັດການຕິດເຊື້ອຈາກເຊື້ອຕ້ານຕໍ່ຢາກໍ່ມີໜ້ອຍລົງ ແລະ ໃນບາງກໍລະນີຢາດັ່ງກ່າວກໍ່ອາດຊອກຊື້ບໍ່ໄດ້. ນອກຈາກນີ້ ເຊື້ອຈຸລິນຊີທີ່ຕ້ານຕໍ່ຢານີ້ສາມາດ ແຜ່ກະຈາຍໄປສູ່ບຸກຄົນໄກ້ຄຽງ ແລະ ຄົນອື່ນໃນສັງຄົມອີກດ້ວຍ.

 

ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີເກີດຂື້ນຈາກຫຼາຍສາເຫດ ແຕ່ສ່ວນໃຫຍ່ແລ້ວເກີດຈາກການໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍເກີນໄປ ຫຼື ນຳໃຊ້ບໍ່ ຖືກວິທີ. ຄົນເຈັບມັກຈະໄດ້ຮັບຢາຕ້ານເຊື້ອຈາກແພດ ຫຼື ຮ້ານຂາຍຢາ ຫຼືໃຊ້ຢາໂດຍບໍ່ຖືກຕ້ອງ (ເຊັ່ນ ໃຊ້ຢາຕ້ານເຊື້ອຈຸລິນຊີເມື່ອມີການຕິດເຊື້ອຈຸລະໂລກ). ຢາຕ້ານເຊື້ອຈຸລິນຊີຍັງຖືກນຳໃຊ້ຫຼາຍໃນການກະເສດ ແລະ ແຜ່ຂະຫຍາຍເຂົ້າສູ່ສິ່ງແວດລ້ອມ. ການຄວບຄຸມການໃຊ້ຢາຕ້ານເຊື້ອຈຸລິນຊີທີ່ບໍ່ໄດ້ມາດພະຖານ ແລະ ການພັດທະນາຂອງການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ ອາດຈະເຮັດໃຫ້ເຮົາບໍ່ສາມາດປິ່ນປົວພະຍາດທີ່ເກີດຈາກການຕິດເຊື້ອຈຸລິນຊີໄດ້ໃນອະນາຄົດ [1]

 

ຖ້າຫາກທ່ານສົນໃຈເປັນສ່ວນໜຶ່ງໃນການແກ້ໄຂບັນຫາເຊື້ອຕ້ານຕໍ່ຢາຕ້ານເຊື້ອ ທ່ານສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ click here.

 

References: 

1 WHO (2015). “Worldwide country situation analysis: response to antimicrobial resistance.” WHO

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້