ຕ້ານຕໍ່ຢາຫຼາຍຊະນິດ
  
Translated

ຄໍາຄຸນນາມ. ເຊິ່ງສາມາດຢັບຢັ້ງການເຮັດວຽກຂອງຢາຕ້ານເຊື້ອຫລາຍຊະນິດ ລວມທັງຢາຕ້ານເຊື້ອຈຸລິນຊີ, ຢາຕ້ານເຊື້ອຈຸລະໂລກ, ຢາຕ້ານເຊື້ອເຫັດ ແລະ ຢາຕ້ານເຊື້ອແມ່ກາຝາກ ທີ່ເຮັດວຽກສະກັດກັ້ນ ຫລືທໍາລາຍພວກມັນ.

 

“ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຫຼາຍຊະນິດເປັນອັນຕະລາຍ ແລະ ເປັນໄພຄຸກຄາມດ້ານສາທາລະນະສຸກ. ເຊິ່ງພວກເຂົາອາດ ຈະຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດ”

 

“ຢາລະບອບໃໝ່ທີ່ໃຊ້ໃນການປິ່ນປົວພະຍາດວັນນະໂລກທີ່ຕ້ານຕໍ່ຢາຫຼາຍຊະນິດ, ຈະຕ້ອງໃຊ້ເວລາໃນການປິ່ນປົວພະຍາດດົນ ເຖິງ 9 ຫາ 11 ເດືອນ”

 

ຄຳໃກ້ຄຽງ

 

ຕ້ານຕໍ່ຢາຫລາຍຊະນິດ

ຄໍານາມ. ມິຄວາມສາມາດໃນການຢັບຢັ້ງການເຮັດວຽກຂອງຢາຕ້ານເຊື້ອຫຼາຍຊະນິດ ທີ່ເຮັດວຽກສະກັດກັ້ນ ຫລືທໍາລາຍເຊື້ອຈຸລະຊີບທີ່ຕ້ານຕໍ່ຢາເລົ່ານັ້ນ

 

“ເຊື້ອແມ່ກາຝາກມາລາເຣຍ ສາມາດພັດທະນາໂຕເອງເປັນເຊື້ອຕ້ານຕໍ່ຢາຫຼາຍຊະນິດ ຕໍ່ການປິ່ນປົວລະບອບທຳອິດໄດ້ຢ່າງໄວວາ ໂດຍສະເພາະຄົນເຈັບທີ່ໄດ້ຮັບການປິ່ນປົວບໍ່ຄົບຕາມກຳນົດ”.”

 

“ການສົມທົບກັນລະຫວ່າງຄວາມຮຸນແຮງທີ່ເພີ່ມຂຶ້ນ ແລະ ການຕ້ານຕໍ່ຢາຫຼາຍຊະນິດສາມາດນຳໄປສູ່ ສະຖານະການຮຸນແຮງຂື້ນ”

 

ການຕ້ານຕໍ່ຢາຢ່າງກວ້າງຂວາງ

ຄຳນາມ. ຄວາມສາມາດເຊື້ອພະຍາດທີ່ຢັບຢັ້ງການເຮັດວຽກຂອງຢາຕ້ານເຊື້ອເກືອບທຸກຊະນິດ. ເຮັດໃຫ້ຢາທີ່ນຳໃຊ້ໄດ້ເຫຼືອພຽງ ຢາຕ້ານເຊື້ອແຕ່ໜຶ່ງ ຫຼື ສອງຊະນິດເທົ່ານັ້ນທີ່ສາມາດຕໍ່ຕ້ານກັບເຊື້ອພະຍາດເລົ່ານີ້ໄດ້.

 

ການຕ້ານຕໍ່ຢາທຸກຊະນິດ

ຄຳນາມ. ຄວາມສາມາດເຊື້ອພະຍາດທີ່ຢັບຢັ້ງການເຮັດວຽກຂອງຢາຕ້ານເຊື້ອທຸກຊະນິດ ເຊິ່ງເຮັດໃຫ້ເຊື້ອພະຍາດດັ່ງກ່າວຕ້ານຕໍ່ຢາຕ້ານເຊື້ອ ທຸກຊະນິດ

Learning point

ການຕ້ານຕໍ່ຢາຫຼາຍຊະນິດແມ່ນບັນຫາທີ່ຄົນເຮົາສ້າງຂື້ນ

 

ສ່ວນໃຫຍ່ແລ້ວການຕ້ານຕໍ່ຢາຕ້ານເຊື້ອຫຼາຍຊະນິດແມ່ນບັນຫາທີ່ຄົນເຮົາສ້າງຂື້ນ ຕົວຢ່າງເຊັ່ນ: ພະຍາດວັນນະໂລກທີ່ຕ້ານຕໍ່ຢາຫຼາຍຊະນິດ (Multidrug Resistant Tuberculosis - MDR TB) ແມ່ນເກີດຈາກການທີ່ໃຊ້ຢາປິ່ນປົວວັນນະໂລກທີ່ບໍ່ເໝາະສົມ [1], ເນື່ອງຈາກໄລຍະການປິ່ນປົວທີ່ຍາວນານ, ຜົນຂ້າງຄຽງຂອງຢາ ແລະ ການໃຊ້ຢາຢ່າງບໍ່ເໝາະສົມເປັນເປັນສິ່ງທີ່ພົບເຫັນໄດ້ທົ່ວໄປ, ເມື່ອຄົນເຈັບເລີ່ມມີ ອາການດີຂື້ນ ແລະ ພວກເຂົາມັກຈະຢຸດໃຊ້ຢາດ້ວຍໂຕເອງ ແຕ່ວ່າເຊື້ອວັນນະໂລກຍັງບໍ່ທັນຖືກກຳຈັດໄປຈາກຮ່າງກາຍເທຶ່ອ, ເຮັດໃຫ້ເຊື້ອຈຸລິນຊີດັ່ງກ່າວພັດທະນາໂຕເອງໃຫ້ຕ້ານຕໍ່ຢາຕ້ານເຊື້ອວັນນະໂລກລະບອບທໍາອິດ.  ເມື່ອໃດທີ່ຄົນເຈັບມີອາການເຈັບປ່ວຍອີກຄັ້ງຈາກເຊື້ອວັນນະໂລກ, ເຊື້ອດັ່ງກ່າວນອກຈາກບໍ່ຕອບສະໜອງຕໍ່ການປິ່ນປົວດ້ວຍຢາຕ້ານເຊື້ອວັນນະໂລກລະບອບທໍາອິດ ແຕ່ຍັງເພີ່ມຄວາມຮຸນແຮງໃນການແຜ່ກະຈາຍຈົນເຖິງຂັ້ນເສຍຊີວິດ.

 

CRE (Carbapenem-resistant Enterobacteriaceae) ແມ່ນເຊື້ອຈຸລິນຊີໃນຄອບຄົວເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອຫຼາຍຊະນິດ. ເຊື້ອ ດັ່ງກ່າວມິວິວັດທະນາການເພື່ອເຮັດໃຫ້ຢາຕ້ານເຊື້ອສ່ວນໃຫຍ່ບໍ່ສາມາດກຳຈັດມັນໄດ້, ໂດຍຮູ້ຈັກມັນໃນນາມ: “superbugs”. ຢາ Colistin ເປັນຢາຕົວສຸດທ້າຍທີ່ໃຊ້ໃນການປິ່ນປົວການຕິດເຊື້ອ CRE ແລະ ການຊຶມເຊື້ຶອຈາກຈຸລິນຊີກຣາມລົບໂຕອື່ນໆທີ່ຕ້ານຕໍ່ຢາຕ້ານເຊື້ອຫຼາຍຊະ ນິດ. ການໃຊ້ຢາຕ້ານເຊື້ອທີ່ຫຼາຍເກີນໄປທັງໃນໂຮງໝໍ ແລະ ຊຸມຊົນຈະສົ່ງເສີມໃຫ້ມີການຂະຫຍາຍໂຕຢ່າງກວ້າງຂວາງຂອງເຊື້ອຈຸລິນຊີທີ່ຕ້ານ ຕໍ່ຢາຕ້ານເຊື້ອຫຼາຍຊະນິດ ເຊັ່ນ CRE. ເຊື້ອຕ້ານຕໍ່ຢາເຫຼົ່ານີ້ ລວມທັງເຊື້ອ CRE ສາມາດແຜ່ກະຈາຍ ແລະ ກໍ່ໃຫ້ເກີດການຕິດເຊື້ອໃນຄົນ ເຈັບຈຳນວນຫຼາຍ. ທ່ານກໍ່ມີຄວາມສ່ຽງສູງໃນການຕິດເຊື້ອ CRE ເຊັ່ນກັນ ຖ້າທ່ານໄດ້ເຂົ້ານອນປິ່ນປົວໃນໂຮງໝໍ ຫຼື ໄດ້ຮັບຢາຕ້ານເຊື້ອເປັນ ເວລາດົນ. ການຊຶມເຊື້ອທີ່ມີສາເຫດມາຈາກເຊື້ອ CRE ສ່ວນຫລາຍແມ່ນນໍາໄປສູ່ການເສຍຊີວິດ.

 

ເຊື້ອ Acinetobacter ທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫລາຍຊະນິດ ກາຍເປັນເຊື້ອພະຍາດທີ່ສຳຄັນທາງດ້ານສາທາລະນະສຸກ. ໃນເມື່ອກ່ອນ, ຢາໃນກຸ່ມ carbapenem ທີ່ມີຜົນໃນການປິ່ນປົວການຕິດເຊື້ອຈາກເຊື້ອ Acinetobacter ທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫລາຍຊະນິດ ໄດ້ດີທີ່ສຸດ. ແຕ່ວ່າ,  ການນໍາໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດທີ່ຫລາຍເກີນໄປ ແລະ ການນໍາໃຊ້ທີ່ບໍ່ຖືກຕ້ອງ, ລວມທັງຢາການນໍາໃຊ້ຢາ carbapenems ທີ່ບໍ່ ສົມເຫດສົມຜົນ, ມັນໄດ້ສົ່ງຜົນສະທ້ອນໃຫ້ມີການພັດທະນາ ແລະ ແຜ່ກະຈາຍຂອງເຊື້ອ Acinetobacter ທີ່ຕ້ານຕໍ່ຢາ ຕ້ານເຊື້ອຈຸລິນຊີໃນໝວດ Carbapenem. ເຊື້ອ Acinetobacter ທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫລາຍຊະນິດສາມາດເຮັດໃຫ້ເກີດການຕິດ ເຊື້ອທີ່ຮຸນແຮງ ແລະ ຫຍຸ້ງຍາກໃນ ການປິ່ນປົວ.

 

ເພື່ອທີ່ຈະແກ້ໄຂບັນຫາເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີຫລາຍຊະນິດ, ໂຮງໝໍຈຳເປັນຕ້ອງເພີ່ມຂັ້ນຕອນການທຳຄວາມສະອາດ ເພື່ອ ໃຫ້ໝັ້ນໃຈວ່າທຸກຄົນລ້າງມືກ່ອນ ແລະ ຫຼັງສຳພັດກັບຄົນເຈັບ, ສະພາບເເວດລ້ອມອ້ອມຂ້າງຄົນເຈັບ, ພ້ອມທັງສະນັບສະໜຸນ “ໂຄງການການການນຳໃຊ້ຢາຕ້ານເຊື້ອຢ່າງເມາະສົມ (Antimicrobial stewardship)”. ນອກຈາກນີ້ ທຸກຄົນໃນຊຸມຊົນກໍຄວນລ້າງມື, ຮັກສາສຸຂະອະນາ ໄມ ແລະ ຢຸດການນຳໃຊ້ຢາຕ້ານເຊື້ອຢ່າງບໍ່ຖືກຕ້ອງ ຫລື ຫລາຍເກີນໄປເຊັ່ນກັນ.

 

ຖ້າທ່ານຕ້ອງການທີ່ຈະຮຽນຮູ້ຂໍ້ມູນເພີ່ມເຕີມກ່ຽວກັບການແກ້ໄຂບັນຫາເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອຫລາຍຊະນິດ ຫລື superbugs ທ່ານສາມາດອ່ານເພີ່ມເຕີມໄດ້ທີ່ ““misuse of antibiotics”, “antibiotic literacy”, “antibiotic footprint” ແລະ “antibiotic stewardship”

 

References: 

1 Huber C. (2014). “The causes of multi-drug resistant tuberculosis.” The Borgen Project

 

 

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້