ພາວະຊຶມເຊື້ອເລືອດ
  
Translated

ຄຳນາມ. ແມ່ນກຸ່ມອາການທີ່ອະໄວຍະວະຕ່າງໆໃນຮ່າງກາຍເຮັດວຽກຜິດປົກກະຕິ ແລະ ແມ່ນພາວະທີ່ມີຄວາມຮຸນແຮງເຖິງຊີວິດໄດ້ ໂດຍມີສາເຫດມາຈາກການຕິດເຊື້ອພະຍາດໃນກະແສເລືອດ

 

"ເກີດຂຶ້ນຈາກພູມຄຸ້ມກັນຂອງຮ່າງກາຍທີ່ພະຍາຍາມຕໍ່ສູ້ກັບເຊື້ອພະຍາດ ໂດຍການປ່ອຍສານເຄມີອອກມາໃນກະແສເລຶອດ ເພື່ອອອກມາຕໍ່ສູ້ກັບເຊື້ອພະຍາດທີ່ເຂົ້າມາຮຸກຮານ. ກິດຈະກໍາດັ່ງກ່າວສາມາດເຮັດໃຫ້ຄວາມດັນເລືອດຕົກລົງຢ່າງຮຸນແຮງ, ມີຜົນກະທົບກັບອະໄວຍະວະທີ່ສຳຄັນຕ່າງໆ ເຮັດວຽກຜິດປົກກະຕິ ຫຼື ໃນກໍລະນີຮຸນແຮງ ເຖິງຂັ້ນລົ້ມເຫຼວ ແລະ ອາດເຖິງແກ່ຊີວິດໄດ້”

 

"ສູນຄວບຄຸມ ແລະ ປ້ອງກັນພະຍາດຊຶມເຊື້ອ ປະເທດສະຫະລັດອາເມລິກາ ຄາດວ່າໃນແຕ່ລະປີ ຢ່າງໜ້ອຍ 1.5 ລ້ານຄົນມີພາວະ ຊຶມເຊື້ອເລືອດ ໃນສະຫະລັດອາເມລິກາ ແລະ 250,000 ຄົນເສຍຊີວິດ.”

 

"ພາວະຊຶມເຊື້ອເລືອດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ລ້ານຄົນທຸກປີໃນທົ່ວໂລກ, ໃນຫຼາຍໆປະເທດ, ຢ່າງໜ້ອຍ 50% ຂອງປະຊາຊົນຮູ້ກ່ຽວກັບພາວະຊຶມເຊື້ອເລືອດ, ການບົ່ງມະຕິ ແລະ ການປ້ອງກັນ”

 

Learning point

ຍົກສູງຄວາມຕື່ນຕົວກຽ່ວກັບພາວະຊຶມເຊື້ອເລຶອດ

 

ພາວະຊຶມເຊື້ອເລືອດ ເກີດຂຶ້ນເມື່ອຮ່າງກາຍຂອງທ່ານມີປະຕິກິລິຍາຮຸນແຮງເພື່ອຕອບສະໜອງການຊຶມເຊື້ອຈາກເຊື້ອຈຸລະຊີບຕ່າງໆ, ການ ຕອບສະໜອງຮຸນແຮງຈົນເຮັດໃຫ້ເກີດມີການເຮັດວຽກຂອງອະໄວຍະວະສໍາຄັນຕ່າງໆຜິດປົກກະຕິ ຫຼື ລົ້ມເຫຼວ. ພາວະຊຶມເຊື້ອເລຶອດຖືເປັນ ກໍລະນີສຸກເສີນດ້ານການແພດ ແລະ ຈຳເປັນຕ້ອງໄດຮັບການປິ່ນປົວຢ່າງຮີບດ່ວນ ເນື່ອງ ຈາກພາວະຊຶມເຊື້ອນັ້ນອັນຕະລາຍເຖິງແກ່ຊີວິດ.

 

ຈາການສຶກສາຄາດຄະເນວ່າ ພາວະຊຶມເຊື້ອເລືອດສົ່ງຜົນກະທົບຕໍ່ປະຊາກອນປະມານ 30 ລ້ານຄົນຕໍ່ປີ ແລະ ເຮັດໃຫ້ເກີດການເສຍຊີວິດລະ ຫວ່າງ 6 ເຖິງ 9 ລ້ານຄົນທົ່ວໂລກ ເຊິ່ງໃນຈຳນວນນີ້ສ່ວນໃຫຍ່ສາມາດປ້ອງກັນໄດ້ [1].

 

ການຊຶມເຊື້ອສ່ວນໃຫຍ່ສາມາດເຮັດໃຫ້ເກີດພາວະຊຶມເຊື້ອເລືອດໄດ້. ພາວະຊຶມເຊື້ອເລືອດສ່ວນໃຫຍ່ເກີດຈາກການຊຶມເຊື້ອ ທີ່ເຮົາພົບເຫັນໄດ້ ເລື້ອຍໆເຊັ່ນ: ອັກເສບປອດ (ຫຼືທີ່ເອີ້ນວ່າ “ປອດບວມ”), ການຕິດເຊື້ອລະບົບຖ່າຍເທ, ການຕິດເຊື້ອໃນຜົ້ງ ທ້ອງ, ການຕິດເຊື້ອທີ່ຜິວໜັງ, ບາດແຜຕິດເຊື້ອ ຫຼື ເຍື່ອຫຸ້ມສະໝອງອັກເສບ, ໄຂ້ຫວັດໃຫຍ່ຕາມລະດູການ, ໄຂ້ມາລາເຣຍ, ໄຂ້ຍຸງ, ໄຂ້ເຫຼືອງ ແລະ ອີໂບລາ ເຊີ່ງພະຍາດ ເຫຼົ່ານີ້ແມ່ນອາດພາໃຫ້ມີພາວະຊຶມເຊື້ອເລືອດໄດ້ [2].

 

ຫຼາຍກວ່າ 80% ຂອງການຊຶມເຊື້ອທີ່ນຳໄປສູ່ພາວະຊຶມເຊື້ອເລືອດແມ່ນເກີດຂຶ້ນນອກໂຮງໝໍ. ດັ່ງນັ້ນ, ພາວະນີ້ສາມາດເກີດ ຂຶ້ນໄດ້ກັບທຸກຄົນ. ດັ່ງທີ່ໄດ້ກ່າວໄປແລ້ວ, ພາວະຊຶມເຊື້ອເລຶອດຖືເປັນກໍລະນີສຸກເສີນດ້ານການແພດ ແລະ ຈຳເປັນຕ້ອງໄດ້ ຮັບການປິ່ນປົວຢ່າງຮີບດ່ວນ ແລະ ເໝາະສົມເພື່ອຮັກສາຊີວິດຂອງຄົນເຈັບ.

 

ເຖິງຢ່າງໃດກໍຕາມ, ພາວະຊຶມເຊື້ອເລືອດບໍ່ແມ່ນເລື່ອງທີ່ຄົນທົ່ວໄປຄຸ້ນເຄີຍ ຫຼື ເປັນທີ່ກ່າວເຖິງເລື້ອຍໆ, ບາງຄັ້ງຄົນທົ່ວໄປມັກຈະເອີ້ນ ກັນຢ່າງສັບສົນວ່າ “”ພາວະເລືອດເປັນພິດ” ”[3]. ເຮົາມັກຈະໄດ້ຍິນວ່າ, ຄົນເຈັບຕາຍຈາກການຊຶມເຊື້ອ, ແຕ່ໃນຄວາມເປັນຈິງແລ້ວແມ່ນ ພາວະຊຶມເຊື້ອເລືອດ. ສາເຫດທີ່ຄົນທົ່ວໄປບໍ່ເຄີຍໄດ້ຍີນກຽ່ວກັບພະຍາດນີ້ ຍ້ອນຄຳສັບນີ້ບໍ່ໄດ້ຖືກນຳໃຊ້ ໃນຊີວິດປະຈຳວັນ.

 

ເຮົາສາມາດປ້ອງກັນພາວະຊຶມເຊື້ອເລືອດໄດ້, ວິທີທີ່ງ່າຍທີ່ສຸດຄືການປ້ອງກັນການຊຶມເຊື້ອບໍ່ໃຫ້ເກີດແຕ່ຫົວທີ ເຊິ່ງເຮົາສາມາດເຮັດໄດ້ໂດຍ ການສັກຢາປ້ອງກັນພະຍາດ ແລະ ການຮັກສາສຸຂະອະນາໄມຂັ້ນພື້ນຖານຢ່າງສະໝ່ຳສະເໝີ.

 

ຖ້າການຊຶມເຊື້ອເປັນສາເຫດເຮັດໃຫ້ເກີດພາວະຊຶມເຊື້ອເລືອດ, ເຮົາຕ້ອງສາມາດຈຳແນກໄດ້ທັນທີ ເພື່ອໃຫ້ຄົນເຈັບໄດ້ຮັບການປິ່ນປົວຢ່າງຖືກ ຕ້ອງ ແລະ ໄວວາ. ໃນກໍລະນີທີ່ສາເຫດຂອງການຊຶມເຊື້ອນັ້ນເກີດມາຈາເຊື້ອຈຸລິນຊີ, ເຮົາກໍ່ຄວນປິ່ນ ປົວດ້ວຍຢາຕ້ານເຊື້ອຈຸລິນຊີ. ເຊິ່ງການ ປິ່ນປົວການຕິດເຊື້ອ ແລະ ການຈຳແນກພາວະຊຶມເຊື້ອເລຶອດແຕ່ຫົວທີສາມາດຊ່ວຍ ຮັກສາຊີວິດຄົນເຈັບໄດ້.

 

ອີງຕາມຄຳແນະນຳຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC), ປະເທດສະຫະລັດອາເມລິກາ [4] ບັນດາສັນຍານ ແລະ ອາການຂອງ ພາວະຊຶມເຊື້ອເລືອດແມ່ນມີອາການສົມທົບໃດໜຶ່ງດັ່ງລຸ່ມນີ້:

- ສັບສົນ ຫຼື ມືນງົງ

- ຫາຍໃຈຝືດ

- ຊີບພະຈອນເຕັ້ນໄວ

- ມີໄຂ້ສູງ ຫຼື ໜາວສັ່ນ ຫຼື ຮູ້ສຶກໜາວ

- ປວດຢ່າງຮຸນແຮງ ຫຼື ຮູ້ສຶກບໍ່ສະບາຍ

- ເຫື່ອອອກຫຼາຍຜິດປົກະຕິ

 

ຖ້າຫາກບໍ່ໄດ້ຮັບການປິ່ນປົວ, ອາການເຫຼົ່ານີ້ຈະຮຸນແຮງຂຶ້ນ ແລະ ເຮັດໃຫ້ເກີດພາວະຊັອກຈາກພາວະຊຶມເຊື້ອເລືອດໄດ້. ຫາກທ່ານ ຫຼື ຄົນ ອ້ອມໂຕທ່ານມີອາການເຫຼົ່ານີ້ ຄວນຮີບໄປພົບແພດທັນທີ.

ຜູ້ທີ່ມີຊີວິດລອດຈາກພາວະຊຶມເຊື້ອເລືອດອາດມີຜົນກະທົບຕໍ່ຄຸນນະພາບຊີວິດໃນໄລຍະຍາວ. ທ່ານສາມາດອ່ານເພີ່ມຕື່ມ ກ່ຽວກັບເລື່ອງ ການມີຊີວິດລອດຂອງຄົນເຈັບທີ່ມີພາວະຊຶມເຊື້ອເລືອດ click here.

 

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພາວະຊຶມເຊື້ອ ທ່ານສາມາດອ່ານເພີ່ມຕື່ມໄດ້ທີ່:

World Sepsis Day

Global Sepsis Alliance

Sepsis Alliance

 

References

1 World Sepsis Day. (n.d.). Sepsis. Retrieved from https://www.world-sepsis-day.org/sepsis

2 Technology Networks. (n.d.). What is Sepsis? (Sepsis Explained in 3 Minutes). Retrieved from https://www.technologynetworks.com/diagnostics/videos/what-is-sepsis-sepsis-explained-in-3-minutes-308278

3 Sepsis Alliance. (n.d.). Frequently Asked Questions About Sepsis and Sepsis Alliance. Retrieved from https://www.sepsis.org/faq/

4 CDC. (2017, August 31). CDC urges early recognition, prompt treatment of sepsis. Retrieved from https://www.cdc.gov/media/releases/2017/p0831-sepsis-recognition-treatment.html .

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້