ການຊຶມເຊື້ອ
  
Translated

ຄຳນາມ. ແມ່ນພະຍາດທີ່ເກີດຈາກການຮຸກຮານຂອງເຊື້ອຈຸລະຊີບເຊັ່ນ: ຈຸລິນຊີ, ຈຸລະໂລກ, ແມ່ກາຝາກ ແລະ ເຊື້ອເຫັດ ເຂົ້າສູ່ ຮ່າງກາຍຂອງຄົນເຮົາ ແລ້ວ ກໍ່ໃຫ້ເກີດຄວາມຜິດປົກກະຕິໃນຮ່າງກາຍຂອງຄົນເຮົາ.

 

"ໄຂ້ຫວັດທຳມະດາເປັນຕົວຢ່າງຂອງການຕິດເຊື້ອຈຸລະໂລກ, ຄົນເຈັບມັກມີອາການເຈັບຄໍ, ໄອ, ຈາມ ແລະ ມີໄຂ້ຕ່ຳໆ"

 

"ການປ້ອງກັນການຊຶມເຊື້ອເປັນຄວາມຮັບຜິດຊອບຂອງທຸກໆຄົນ. ຄົນເຈັບ ແລະ ຄອບຄົວ ສາມາດຮັກສາສຸຂະພາບໃຫ້ ແຂງແຮງໄດ້ ໃນເວລາທີ່ມາຮັບການປີ່ນປົວ”

 

ຄຳສັບທີ່ກ່ຽວຂ້ອງ:

 

Infectious (ການຊຶມເຊື້ອ)

ຄຳຄຸນນາມ. ກ່ຽວຂ້ອງກັບການຮຸກຮານຂອງເຊື້ອຈຸລະຊີບ

 

Learning point

ທ່ານສາມາດ ປ້ອງກັນຕົວທ່ານເອງ ແລະ ຄົນທີ່ທ່ານຮັກຈາກການຊຶມເຊື້ອໄດ້ແນວໃດ?

 

ການຊຶມເຊື້ອເກີດຂຶ້ນເມື່ອເຊື້ອພະຍາດເຊັ່ນ: ຈຸລິນຊີ, ຈຸລະໂລກ ຫຼື ເຊື້ອເຫັດ ທີ່ພາໃຫ້ເກີດພະຍາດເຂົ້າສູ່ຮ່າງກາຍຂອງຄົນເຮົາ ແລະ ເຊື້ອເລີ່ມ ເພີ່ມຈຳນວນຂຶ້ນ ເຮັດໃຫ້ຮ່າງກາຍຂອງຄົນເຮົາຜິດປົກະຕິ. ເຖິງຢ່າງໃດກໍຕາມ ການຊຶມເຊື້ອສາມາດປ້ອງກັນ ໄດ້ໂດຍຫລີກຫລ່ຽງການສຳພັດ ກັບເຊື້ອກໍ່ພະຍາດ ແລະ ການຮັບຢາປ້ອງກັນພະຍາດ [1].

 

ຄຳແນະນຳເພື່ອຫຼີກລ້ຽງພະຍາດຊຶມເຊື້ອຈາກຊຸມຊົນດັ່ງນີ້:

#1. ທຳຄວາມເຂົ້າໃຈກ່ຽວກັບການແຜ່ເຊື້ອ

ທຸກຄົນຮັບຮູ້ແລ້ວວ່າເຊື້ອພະຍາດສາມາດເຂົ້າສູ່ຮ່າງກາຍຂອງຄົນເຮົາຜ່ານທຸກຊ່ອງທາງໃນຮ່າງກາຍເຮົາເຊັ່ນ:  ຫູ, ດັງ, ປາກ, ຮູທະວານ ແລະ ອະໄວຍະວະສືບພັນ. ນອກນັ້ນ, ເຊື້ອພະຍາດກໍ່ສາມາດຜ່ານເຂົ້າທາງຜິວໜັງຂອງຄົນເຮົາຈາກການກັັດຂອງ ແມງໄມ້ ຫຼື ສັດກັດ ລວມໄປເຖິງການສຳພັດເຊັ່ນ: ການຈັບລູກບິດປະຕູ. ນອກຈາກນີ້ ມັນຍັງສາມາດຜ່ານ ທາງອາກາດທີ່ເຮົາ ຫາຍໃຈເຂົ້າສູ່ທາງເດີນຫາຍໃຈຂອງຄົນເຮົາ. ສະນັ້ນ, ວິທີການທີ່ດີທີ່ສຸດໃນການປ້ອງ ກັນການຕິດເຊື້ອຄືການສະກັດກັ້ນບໍ່ ໃຫ້ເຊື້ອຈຸລະຊິບເຫຼົ່ານັ້ນເຂົ້າສູ່ຮ່າງກາຍຂອງຄົນເຮົາ.

 

#2. ລ້າງມືເລື້ອຍໆ

ການລ້າງມືເປັນສິ່ງສຳຄັນຫຼາຍ ທັງກ່ອນ ແລະ ຫຼັງການປຸງແຕ່ງອາຫານ, ກ່ອນຮັບປະທານອາຫານ ແລະ ຫຼັງຈາກໃຊ້ຫ້ອງ ນ້ຳແລ້ວ.

 

#3. ການຮັບຢາປ້ອງກັນພະຍາດຕາມຄຳແນະນຳ

ການສ້າງພູມຄຸ້ມກັນດ້ວຍການສັກຢາປ້ອງກັນພະຍາດສາມາດຫຼຸດຜ່ອນໂອກາດໃນການເປັນພະຍາດໄດ້ຢ່າງຫຼວງຫຼາຍ. ການຮັບຢາປ້ອງກັນພະ ຍາດຕາມຄຳແນະນຳທີ່ເໝາະສົມຕາມເວລາ ແລະ ສະຖານະການເປັນສິ່ງຈຳເປັນ.

 

#4. ໃຊ້ຢາຕ້ານເຊື້ອຈຸລິນຊີໃນຍາມຈຳເປັນເທົ່ານັ້ນ

ໃຊ້ຢາຕ້ານເຊື້ອຈຸລິນຊີຕາມຄຳສັ່ງຂອງແພດເທົ່ານັ້ນ. ຢ່າກົດດັນ ຫຼື ຮ້ອງຂໍໃຫ້ແພດຈ່າຍຢາຕ້ານເຊື້ອ [2] ຫາກແພດຈ່າຍຢາຕ້ານເຊື້ອຈຸລິນຊີ ໃຫ້ ທ່ານຄວນຖາມວ່າ: “ ຂ້ອຍຈຳເປັນຕ້ອງໃຊ້ຢາຕ້ານເຊື້ອແທ້ບໍ? ” ເພື່ອໃຫ້ທ່ານສາມາດໝັ້ນໃຈຢ່າງແທ້ ຈິງວ່າການນໍາໃຊ້ຢາຕ້ານເຊື້ອນັ້ນ ແມ່ນສົມເຫດສົມຜົນແລ້ວບໍ່ [3].

ຫາກທ່ານຈຳເປັນຕ້ອງໃຊ້ຢາຕ້ານເຊື້ອຈຸລິນຊີ ໃຫ້ທ່ານໃຊ້ຢາຕາມທີ່ແພດແນະນຳຈົນຄົບຕາມກຳນົດ ທ່ານບໍ່ຄວນຢຸດຢາເອງເຖິງແມ່ນວ່າອາ ການຂອງທ່ານຈະດີຂຶ້ນ ຫຼື ຫາຍຂາດເປັນປົກະຕິແລ້ວກໍຕາມ, ຍົກເວັ້ນກໍລະນີທີ່ທ່ານເກີດອາການແພ້ຢາ ເຊິ່ງທ່ານຄວນກັບໄປປຶກສາແພດ ອີກຄັ້ງກ່ຽວກັບອາການແພ້ຢາ ແລະ ການປິ່ນປົວຕໍ່ເນື່ອງຫາກຈຳເປັນ.

 

#5. ພັກຜ່ອນຢູ່ເຮືອນຖ້າທ່ານມີອາການ ແລະ ສັນຍານຂອງການຊຶມເຊື້ອແບບບໍ່ຮຸນແຮງ

ຖ້າທ່ານເປັນຫວັດ ຫຼື ມີອາການຖອກທ້ອງທີ່ບໍ່ຮຸນແຮງ ທ່ານບໍ່ຄວນໄປການ ຫຼື ໄປໂຮງຮຽນ ເພາະທ່ານອາດແຜ່ເຊື້ອໃຫ້ຜູ້ ອື່ນໄດ້. ຖ້າຫາກ ມີອາການຫວັດ ຫຼື ຖອກທ້ອງຮຸນແຮງ ທ່ານຄວນໄປພົບແພດ.

 

#6. ໃສ່ຜ້າອັດປາກເມື່ອທ່ານເຈັບເປັນ ແລະ ໄອ, ຖ້າບໍ່ສາມາດເຮັດໄດ້ກໍ່ຄວນອັດປາກທຸກໆຄັ້ງທີ່ໄອ

ເມື່ອທ່ານບໍ່ສະບາຍ ແລະ ມີອາການໄອ ຫຼື ຈາມ ຈະມີການຫຼັ່ງຂອງນ້ຳລາຍ, ນ້ຳມູກ ເຊີ່ງຈະມີເຊື້ອຈຸລະໂລກປະປົນຢູ່ນລາ ແລະ ເຊື້ອເລົ່ນນີ້ກໍ່ ກະຈາຍເຂົ້າສູ່ອາກາດ. ເຊື້ອເຫຼົ່ານີ້ ສາມາດແຜ່ກະຈາຍໄປຍັງຜູ້ອື່ນທີ່ຢູ່ອ້ອມຂ້າງທ່ານ ແລະ ເຮັດໃຫ້ພວກ ເຂົາເຈັບເປັນໄດ້. ເມື່ອທ່ານບໍ່ສະ ບາຍ, ການໃສ່ຜ້າອັດປາກກໍ່ເປັນໜຶ່ງວິທີທີ່ດີທີ່ສຸດໃນການປ້ອງກັນບໍ່ໃຫ້ທ່ານແຜ່ກະຈາຍເຊື້ອ ພະຍາດໄປຍັງຜູ້ອື່ນ.ໃນຫຼາຍປະເທດ, ວັດທະ ນະທຳຂອງການໃສ່ຜ້າອັດປາກໃນຍາມເຈັບເປັນ ຍັງບໍ່ເປັນທີ່ຍອມຮັບ. ເນື່ອງ ຈາກຂາດການເຝິກຝົນ ແລະ ຂາດຄວາມເຂົ້າໃຈວ່າການໃສ່ຜ້າ ອັດປາກເປັນເລື່ອງທຳມະດາທີ່ຄວນປະຕິບັດ. ທ່ານອາດຮູ້ສຶກບໍ່ ສະບາຍໃນຂະນະທີ່ສວມໃສ່, ແຕ່ທ່ານຄວນສວມໃສ່ຜ້າອັດປາກເມື່ອເຈັບເປັນ ຫາກປະຕິບັດບໍ່ໄດ້ຢ່າງໜ້ອຍທ່ານກໍຄວນອັດ ປາກ ແລະ ດັງດ້ວຍເຈ້ຍອະນາໄມເມື່ອທ່ານຈາມ ຫຼື ໄອ ແລ້ວນຳໄປຖິ້ມ.

ຫາກບໍ່ມີເຈ້ຍອະນາໄມ, ໃຫ້ໃຊ້ແຂນສອກອັດດັງ ແລະ ປາກແທນມື ໃນຂະນະໄອ ຫຼື ຈາມ. ທ່ານບໍ່ຄວນໄອ ຫຼື ຈາມໃສ່ມື ຂອງທ່ານ ເພາະທ່ານຈະໃຊ້ມືນັ້ນຈັບລູກບິດປະຕູ, ຈັບຮາວບັນໄດ ແລະ ແຜ່ເຊື້ອຕໍ່ໄປໃຫ້ຜູ້ອື່ນທີ່ສຳພັດສິ່ງຕ່າງໆເຫຼົ່ານັ້ນຕໍ່ ຈາກທ່ານ

 

#7. ການປຸງແຕ່ງອາຫານຢ່າງຖືກສຸຂະລັກສະນະ

ເມື່ອປຸງແຕ່ງອາຫານ ທ່ານຕ້ອງຮັກສາຄວາມສະອາດຂອງບໍລິເວນທີ່ໃຊ້ກະກຽມອາຫານ ລວມທັງພື້ນເຮືອນຄົວ ແລະ ສ່ວນອື່ນໆໃຫ້ສະ ອາດຢູ່ສະເໝີ. ນອກຈາກນີ້ທ່ານຄວນເກັບອາຫານທີ່ເຫຼືອໄວ້ໃນຕູ້ເຢັນທັນທີ ບໍ່ຄວນປະໄວ້ໃນອຸນຫະພູມຫ້ອງເປັນ ເວລາດົນເກີນໄປ.

 

#8. ກິນອາຫານທີ່ປຸງແຕ່ງສຸກ ແລະ ດື່ມນ້ຳດື່ມທີ່ສະອາດເທົ່ານັ້ນ

ການຮັບປະທານອາຫານດິບ ຫຼື ຜັກສົດທີ່ບໍ່ສະອາດ ອາດເພີ່ມຄວາມສ່ຽງຕໍ່ການຕິດເຊື້ອ ແລະ ຖອກທ້ອງໄດ້. ໃນຫຼາຍປະ ເທດ, ນ້ຳປະປາ ອາດປົນເປື້ອນເຊື້ອຂຸລິນຊີຕາມທໍ່ນ້ຳໄດ້, ນ້ຳທີ່ກອງແຕ່ບໍ່ຜ່ານເຄື່ອງຕອງທີ່ມີການບຳລຸງຮັກສາຢ່າງສະໝ່ຳສະເໝີ ກໍມັກມີການປົນເປື້ອນຂອງ ເຊື້ອຈຸລິນຊີເຊັ່ນກັນ. ດັ່ງນັ້ນ, ທ່ານຈຶ່ງຄວນຕົ້ມນ້ຳກ່ອນດື່ມ.

 

#9. ການຫຼີກລ່ຽງ ຍຸງ ແລະ ແມງໄມ້ກັດຕອດ

ທັງ ຍຸງ ແລະ ແມງໄມ້ລ້ວນແຕ່ເປັນແຫຼ່ງລວມຂອງເຊື້ອຈຸລະໂລກ, ຈຸລິນຊີ ແລະ ແມ່ກາຝາກ. ທ່ານຄວນໃຊ້ຢາກັນຍຸງ ແລະ ຢາກັນແມງໄມ້ ທາຜິວໜັງໃນລະຫວ່າງເຮັດກິດຈະກຳກາງແຈ້ງໃນບໍລິເວນທີ່ມີຄວາມສ່ຽງ, ທ່ານຄວນລະບາຍແຫຼ່ງນ້ຳຖ້ວມຂັງ ຢູ່ໃນບໍລິເວນເຮືອນຊານຂອງ ທ່ານເພື່ອປ້ອງກັນບໍ່ໃຫ້ຍຸງແຜ່ພັນ ແລະ ກຳຈັດໜູອອກຈາກບໍລິເວນເຮືອນຊານຂອງທ່ານ.

 

#10. ການປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ

ພະຍາດຕິດຕໍ່ທາງເພດສຳພັນສາມາດປ້ອງກັນໄດ້ຫາກຮູ້ຈັກຢັບຢັ້ງຈິດໃຈ ແລະ ປ້ອງກັນໃຫ້ຖືກວິທີ. ການສວມໃສ່ຖົງຢາງ ອະນາໄມທຸກຄັ້ງ ເມື່ອມີເພດສຳພັນຊ່ວຍປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້. ຫາກທ່ານບໍ່ໄດ້ໃສ່ຖົງຢາງອະນາໄມ ທ່ານ ແລະ ຄູ່ຂອງທ່ານຄວນໄດ້ຮັບ ການກວດຫາເຊື້ອ HIV ແລະ ພະຍາດຕິດຕໍ່ທາງເພດສຳພັນອື່ນໆ.

 

References

1 Mayo Clinic. (2017, March 08). Germs: Protect against bacteria, viruses and infection. Retrieved from https://www.mayoclinic.org/diseases-conditions/infectious-diseases/in-depth/germs/art-20045289

2 Knapton, S. (2015, August 18). 'Soft touch' doctors should be disciplined for over-prescribing antibiotics. Retrieved from https://www.telegraph.co.uk/news/science/science-news/11808015/Soft-touch-doctors-should-be-disciplined-for-over-prescribing-antibiotics.html

3 Laliberte, M. (n.d.). 12 Essential Questions to Ask Your Doctor Before Taking Antibiotics. Retrieved from https://www.rd.com/health/conditions/antibiotics-side-effects-questions/#card-1/

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້