ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ
  
Translated

ຄໍານາມ.  ແມ່ນຄວາມສາມາດຂອງເຊື້ອຈຸລະຊີບ ຫລື ເຊື້ອພະຍາດ (ເຊັ່ນ: ເຊື້ອຈຸລິນຊີ (bacteria), ເຊື້ອຈຸລະໂລກ (virus), ເຊື້ອເຫັດ (fungi) ເເລະ ແມ່ກາຝາກ (parasites))  ທີ່ສາດມາດຢັບຢັ້ງການເຮັດວຽກຂອງຢາຕ້ານເຊື້ອ (ເຊິ່ງລວມເຖິງຢາຕ້ານເຊື້ອຈຸລະໂລກ, ຢາຕ້ານຊື້ອເຫັດ ແລະ ຢາຕ້ານແມ່ກາຝາກ)

 

“ເຊື້ອຈຸລິນຊີທີ່ພັດທະນາໂຕເອງໃຫ້ຕ້ານຕໍ່ຢາຕ້ານເຊື້ອຫລາຍໆຊະນິດທີ່ຖືກນໍາໃຊ້ໃນປະຈູບັນນີ້, ບາງຄັ້ງກໍ່ຖືກເອີ້ນວ່າ ‘superbugs’.”

 

” ການຕ້ານຕໍ່ຢາຕ້ານເຊື້ອ ສົ່ງຜົນໃຫ້ການປ້ອງກັນ ແລະ ການປິ່ນປົວການຊຶມເຊື້ອ (ເຊື້ອຈຸລິນຊີ, ເຊື້ອຈຸລະໂລກ, ເຊື້ອເຫັດ ເເລະ ແມ່ກາຝາກ) ບໍ່ມີປະສິທິພາບ  [1]

 

ຄຳສັບທີ່ກ່ຽວຂ້ອງ:

 

ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ

ຄຳຄຸນນາມ: ທີ່ສາມາດຍັບຍັ້ງການເຮັດວຽກຂອງຢາຕ້ານເຊື້ອ

 

“ເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອແມ່ນສິ່ງທີ່ມີຊີວິດທີ່ມີຄວາມສາມາດໃນການຍັບຍັ້ງການເຮັດວຽກຂອງຢາຕ້ານເຊື້ອ”

 

” ການຕິດເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອແມ່ນ ການຕິດເຊື້ອທີ່ມີສາເຫດມາຈາກເຊື້ອພະຍາດທີ່ສາມາດຕ້ານທານ ຕໍ່ຢາຕ້ານເຊື້ອ”

 

“ໃນແຕ່ລະປີມີປະຊາກອນຫຼາຍກວ່າ 700,000 ຄົນໃນທົ່ວໂລກທີ່ເສຍຊີວິດເນື່ອງມາຈາກການຕິດເຊື້ອພະຍາດທີ່ຕ້ານຕໍ່ຢາຕ້ານເຊື້ອ”

Learning point

ການຕ້ານຕໍ່ຢາແມ່ນສິ່ງທີ່ໜ້າເປັນຫ່ວງໃນທົ່ວໂລກ ຫຼືບໍ່?

 

ຢາທີ່ໃຊ້ໃນການປິ່ນປົວພະຍາດຊຶມເຊື້ອຈຳນວນຫຼວງຫຼາຍກຳລັງສູນເສຍປະສິດທິພາບຂອງມັນຢ່າງໄວວາໃນການຕໍ່ສູ້ກັບເຊື້ອພະຍາດ, ເນື່ອງ ຈາກວ່າ ເຊື້ອຈຸລິນຊີ ແລະ ເຊື້ອພະຍາດຕ່າງໆພັດທະນາໂຕເອງໃຫ້ຕ້ານຕໍ່ຢາຕ້ານເຊື້ອ [1] [2], ເຊິ່ງບັນຫາດັ່ງກ່າວ ສົ່ງຜົນໃຫ້ມີການເເກ່ຍາວ ໄລຍະເວລາຂອງການເຈັບປ່ວຍຂອງຄົນເຈັບ, ສູນເສຍໜ້າທີ່ການ ແລະ ເສຍຊີວິດ. ປາດສະຈາກການແກ້ໄຂ, ການຕິດເຊື້ອທີ່ບໍ່ຮຸນແຮງກໍ່ອາດພັດທະນາກາຍເປັນບັນຫາຄຸກຄາມເຖິງຊີວິດໄດ້ ເຊິ່ງບໍ່ຕ່າງຫຍັງກັບໃນສະໄໝທີ່ຍັງບໍ່ທັນຄົ້ນພົບຢາຕ້ານເຊື້ອ.

 

ຖ້າຫາກທຸກຄົນບໍ່ມີການປ່ຽນແປງພຶດຕິກຳ, ແມ້ນແຕ່ການຜ່າຕັດນ້ອຍ ແລະ ການເກີດລູກທຳມະດາອາດ ຈະກາຍເປັນເລື່ອງທີ່ມີຄວາມສ່ຽງສູງ. ຄົນເຈັບຫລາຍໆຄົນ, ເດັກນ້ອຍ ແລະ ແມ່ ຈຳນວນຫຼວງຫຼາຍອາດຈະເສຍຊີວິດເນື່ອງຈາກການຊຶມເຊື້ອທີ່ສາມາດປ້ອງກັນ ຫຼື ປິ່ນປົວໄດ້ [1].

 

ເຊື້້ອພະຍາດມີການປັບຕົວໂດຍທໍາມະຊາດເພື່ອການມີຊີວິດລອດຈາກຢາຕ້ານເຊື້ອຕ່າງໆທີ່ພົບເຫັນໃນທຳມະຊາດ. ເມື່ອໃດທີ່ມີການນຳໃຊ້ຢາ ຕ້ານເຊື້ອຈຸລິນຊີທີ່ບໍ່ຖືກວິທີ ຫຼື ມີການນຳໃຊ້ຫຼາຍເກີນໄປ ມັນກໍ່ຈະສົ່ງຜົນເຮັດໃຫ້ຂະບວນການຕ້ານຕໍ່ຢາຕ້ານເຊື້ອຂອງເຊື້ອພະຍາດພັດທະນາໄວຂື້ນ, ເຊື້ອຕ້ານຕໍ່ຢາກໍ່ຈະຖືກພົບເຫັນຫລາຍຂື້ນ  ແລະ ການປິ່ນປົວພະຍາດຊຶມເຊື້ອກໍ່ຈະມີຄວາມຫຍຸ້ງຍາກຂື້ນເຊັ່ນກັນ.

 

ການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ຫລາຍເກີນໄປ ຫລື ບໍ່ຖືກຕ້ອງນັ້ນພົບເຫັນໄດ້ທັງໃນຄົນ ແລະ ສັດ. ພະຍາດທີ່ພົບເຫັນໄດ້ທົ່ວໄປໃນຄົນ ເຊັ່ນ ພະຍາດໄຂ້ຫວັດທຳມະດາ ແລະ ໄຂ້ຫວັດໃຫຍ່ທີ່ເກີດຈາກເຊື້ອຈຸລະໂລກ ເຊິ່ງບໍ່ຈຳເປັນຕ້ອງນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນການປິ່ນປົວ, ແຕ່ວ່າຍັງມີຄົນທົ່ວໂລກຈຳນວນຫຼວງຫຼາຍທີ່ໃຊ້ຢາຕ້ານເຊື້ອຈຸລິນຊີເຂົ້າໃນການປິ່ນປົວພະຍາດໄຂ້ຫວັດທໍາມະດາ ແລະ ໄຂ້ຫວັດໃຫຍ່. ຢາຕ້ານເຊື້ອຈຸລິນຊີຍັງໄດ້ຖືກນຳໃຊ້ຢ່າງແຜ່ຫຼາຍໃນອຸດສາຫະກຳການລ້ຽງສັດໃນທົ່ວໂລກ. ພ້ອມກັນນັ້ນ, ຢາຕ້ານເຊື້ອຈຸລິນຊີຈຳນວນຫຼາຍໄດ້ຖືກນຳໃຊ້ຢ່າງບໍ່ເໝາະສົມເພື່ອຊ່ວຍໃຫ້ມີການຈະເລີນເຕີບໂຕໄດ້ດີຂອງສັດ ຫຼື ການປ້ອງກັນພະຍາດຕ່າງໆ.

 

ໃນແຕ່ລະປີ ມີຫຼາຍກວ່າ 700,000 ຄົນໃນທົ່ວໂລກທີ່ເສຍຊີວິດຍ້ອນການຊຶມເຊື້ອຈາກເຊື້ອຕ້ານຕໍ່ຢາຕ້ານເຊື້ອ, ຖ້າຫາກບັນຫານີ້ບໍ່ໄດ້ຮັບການແກ້ໄຂ, ຄາດຄະເນວ່າໃນປີ ຄ.ສ. 2050 ອາດຈະມີຜູ້ເສຍຊີວິດສູງຂື້ນເຖິງ 10,000,000 ຄົນ ຕໍ່ປີ. ເຊິ່ງພວກເຮົາສາມາດລຸດຜ່ອນຄວາມສ່ຽງຂອງເຊື້ອຈຸລິນຊີພັດທະນາໄປເປັນເຊື້ອຕ້ານຕໍ່ຢາຕ້ານເຊື້ອໄດ້ ໂດຍການລຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລິນຊີທີ່ຫລາຍເກີນໄປ ແລະ ລຸດຜ່ອນການນຳໃຊ້ຢາ ຕ້ານເຊື້ອຈຸລິນຊີ ທີ່ບໍ່ຖືກວິທີ ແລະ ການປ້ອງກັນການຕິດເຊື້ອພະຍາດ [3]

 

References: 

WHO (2018). “Antimicrobial resistance”. WHO

2 CDC (2018). “About Antimicrobial Resistance- Antibiotic/Antimicrobial resistance- CDC”. CDC.gov

3 O’Niell J. (2016). “Tackling Drug-Resistant Infections Globally: Final Report and Recommendations.- The review on Antimicrobial Resistance.” amr-review.org

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້