ເຊື້ອຈຸລະຊີບ
  
Translated

ຄຳນາມ. ສິ່ງ​ທີ່​ມີ​ຊີ​ວິດ​ຂະ​ໜາດ​ນ້​ອຍ​ທີ່ບໍ່​ສາ​ມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ ແລະ ຕ້ອງ​​ໃຊ້​ກ້ອງ​ຈຸ​ລະ​ທັດ​ຈິ່ງ​ຈະ​ສາ​ມາດ​ເບິ່ງ​ເຫັນ​ໄດ້.

 

“ເຊື້ອຈຸລະຊິບຖືກພົບເຫັນ ແລະ ອາໃສຢູ່ອ້ອມໂຕເຮົາ, ທັງຢູ່ເທິງຜິວໜັງ ແລະ ແມ້ນແຕ່ຢູ່ທາງດ້ານໃນຮ່າງກາຍຂອງເຮົາ.”

 

”ເຊື້ອຈຸລະຊິບ ທີ່ເປັນສາເຫດຂອງການຊຶມເຊື້ອ ແລະ ພະຍາດຕ່າງໆເອີ້ນວ່າ ເຊື້ອພະຍາດ. ແຕ່ບໍ່ໝາຍວ່າ ເຊື້ອຈຸລະຊິບທຸກໂຕແມ່ນກໍ່ໃຫ້ເກີດພະຍາດທັງໝົດ, ຍັງມີເຊື້ອຈຸລະຊີບບາງປະເພດທີ່ເປັນປະໂຫຍດແຕ່ຮ່າງກາຍເຮົາເຊັ່ນກັນ”

 

ຄຳ​ສັບທີ່ກ່ຽວຂ້ອງ:

 

ເຊື້ອຈຸ​ລະ​ຊີບ

ຄຳນາມ. ເຊື້ອພະຍາດ (Microbe) ຄວາມໝາຍຄື​ກັນ​ກັບ​ຄຳ​ວ່າ ເຊື້ອຈຸລະຊິບ (microorganism) ແຕ່ຖືກໃຊ້ເປັນຄໍາຫຍໍ້.

 

ເຊື້ອ​ພະ​ຍາດ

ຄຳນາມ. ເຊື້ອຈຸ​ລະ​ຊີບ​ທີ່ສາມາດເປັນສາເຫດຂອງການຊຶມເຊື້ອ ແລະ ກໍ່​ໃຫ້​ເກີດ​ພະ​ຍາດ

Learning point

ຊະນິດ ແລະ ຄວາມສາມາດຂອງເຊື້ອຈຸລະຊີບ

 

​ເຊື້ອຈຸ​ລະ​ຊີບ​ແບ່ງ​ອອກ​ເປັນ 4 ຊະ​ນິດ​ຄື: ເຊື້ອຈຸລິນຊີ (bacteria), ເຊື້ອຈຸລະໂລກ (virus), ເຊື້ອເຫັດ (fungi) ເເລະ ແມ່ກາຝາກ (parasites). ໂດຍທົ່ວໄປເເລ້ວ ເຊື້ອເຫັດ ແມ່ນ microbe ທີ່​ໃຫຍ່​ທີ່​ສຸດ. ຖ້າມີ ເຊື້ອເຫັດພຽງໂຕດຽວ, ເຮົາເອີ້ນວ່າ fungus. ເຊື້ອຈຸລິນຊີ ແມ່ນນ້ອຍກວ່າ ເຊື້ອເຫັດ ແລະ ບໍ່ມີແກ່ນຈຸລັງ (cell nucleus). ຖ້າມີ ເຊື້ອຈຸລິນຊີພຽງໂຕດຽວ, ເຮົາເອີ້ນວ່າ bacterium. ເຊື້ອຈຸລະໂລກ ນ້ອຍທີ່ສຸດໃນຈໍານວນ ເຊື້ອຈຸ​ລະ​ຊີບທັງໝົດ ແລະ ບໍ່ມີແກ່ນຈຸລັງ (cell nucleus) ແລະ ຝາຜະໜັງຈຸລັງ (cell wall). ເຊື້ອຈຸລະໂລກ ສາ​ມາດ​ແບ່ງ​ຕົວ​ໄດ້​ໃນ​ຮ່າງ​ກາຍ ຫຼື ຈຸ​ລັງ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ອື່ນເທົ່ານັ້ນ.

 

ເຊື້ອແມ່ກາຝາກ ທີ່​ສາ​ມາດ​ເບິ່ງ​ເຫັນ​ໄດ້​ດ້ວຍການສ່ອງກ້ອງຈຸລະທັດ​ ແລະ ມັກ​ກໍ່​ໃຫ້ເກີດ​ພະ​ຍາດເລື້ອຍໆ​ແມ່ນ: ເຊື້ອແມ່ກາຝາກ​ມາ​ລາ​ເຣຍ (malaria parasites). ເຫັດ ແລະ ເຫັດເບື່ອ ​ກໍ​ຈັດ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຊື້ອ​ເຫັດ, ໜອນບາງຊະນິດກໍ່ເເມ່ນເຊື້ອແມ່ກາຝາກ. ເຖິງຢ່າງ​ໃດ​ກໍ​ຕາມ, ພວກມັນປະກອບດ້ວຍຈຸລັງຈໍານວນຫລາຍ ດັ່ງນັ້ນ​ຈິ່ງບໍ່ຖືກ​ເອີ້ນ​ວ່າ​ຈຸ​ລະ​ຊີບ.

 

ເຊື້ອຈຸ​ລະ​ຊີບມີຢູ່ທຸກຫົນແຫ່ງ, ເຊິ່ງມັນຖືກຄາດຄະເນວ່າ ອາດຈະມີຫລາຍເຖິງ 10 ພັນລ້ານ​ໂຕ (10,000,000,000 ຫຼື 1010) ໃນ​ດິນປະລິມານ 1 ກ​ຣາມ [1]. ໃນ​ຮ່າງ​ກາຍ​ຄົນເຮົາ ​ຄາດ​ວ່າ​ມີ​ເຊື້ອຈຸລິນຊີ (bacteria) ອາ​ໄສ​ຢູ່​ປະ​ມານ 39 ລ້ານໆ​ໂຕ (39,000,000,000,000,000) [2].

 

ເຊື້ອແມ່ກາຝາກມາ​ລາ​ເຣຍ ສາມາດລີ້ຊ້ອນໃນຮ່າງກາຍຂອງຄົນໄດ້ ເຊິ່ງພວກມັນແບ່ງ​ໂຕ​ໃນ​ຈຸ​ລັງ​ເມັດ​ເລືອດ​ແດງ ແລະ ສາ​ມາດ​ແຜ່​ເຊື້ອ​ຈາກ​ຄົນ​ສູ່​ຄົນ​ໄດ້​ໂດຍ​ມີ​ຍຸງ​ເປັນ​ພາ​ຫະ.   

 

ເຊື້ອຈຸ​ລະ​ຊີບທຸກຊະນິດມີຄວາມສາ​ມາດຕ້ານຕໍ່​ຢາ​ຕ້ານເຊື້ອ​ທີ່ຄັ້ງໜຶ່ງເຄີຍມີປະສິທິພາບຢ່າງສົມບູນໃນການຕໍ່ສູ້ກັບເຊື້ອຈຸ​ລະ​ຊີບ. ຄວາມສາ ມາດດັ່ງກ່າວນີ້ ເອີ້ນວ່າການຕ້ານຕໍ່ຢາ​ຕ້ານ​ເຊື້ອ [3].

 

ຕົວຢ່າງ, ມີການ​ໃຊ້​ຢາ​ຕ້ານ​ເຊື້ອຈຸລິຊີ​ (antibiotics) ທີ່ບໍ່ເມາະສົມທັງໃນຄົນ ແລະ ສັດລ້ຽງ, ແລະ ຢາ​ຕ້ານ​ເຊື້ອຈຸລິຊີ​ເລົ່ານີ້ກໍ່ມີການປົນເປື້ອນ ເພີ່ມຂື້ນໃນສະພາບແວດລ້ອມ. ການທີ່​ເຊື້ອຈຸລິຊີ​ໄດ້ສຳພັດກັບຢາຕ້ານເຊື້ອມັນເປັນການກະຕຸ້ນໃຫ້ເຊື້ອຈຸລິຊີ​ໃນຮ່າງກາຍຂອງຄົນ, ສັດ ແລະ ສະພາບເເວດລ້ອມພັດທະນາໄປເປັນເຊື້ອທີ່ຕ້ານຕໍ່ຢາຕ້ານເຊື້ອ. ເຊື້ອຈຸລິນຊີທີ່ຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີເລົ່ານີ້ສາມາດເເຜ່ຂະຫຍາຍອອກໄປ ເເລະ ເຮັດ​ໃຫ້​ເກີດ​ການ​ຕິດ​ເຊື້ອພະຍາດທີ່ຮ້າຍແຮງຂື້ນໄດ້.

 

References: 

1 Ingham E.R. (2018). “Soil Biology- Chapter 3: Bacteria”. extension.illinois.edu

2 Sender R., Milo R., and Fuchs S. (2016). “Revised estimates for the number of human and bacteria cells in the body.” PLOS Biology. 14(8): e1002533. doi: 10.1371/journal.pbio.1002533

3 WHO (2015). “Global Action Plan on Antimicrobial Resistance”.wpro.who.int

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້