ການລ້ຽງສັດໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອ
  
Translated

ຄຳນາມ. ອະທິບາຍເຖິງສັດລ້ຽງ ຫຼື ຊີ້ນຈາກສັດລ້ຽງ ທີ່ບໍ່ເຄີຍໄດ້ຮັບຢາຕ້ານເຊື້ອໃດໆຕະຫຼອດຊີວິດຂອງມັນ; ໂດຍສະເພາະສັດ ທີ່ຖືກນໍາມາເປັນອາຫານ.

 

“ຮ້ານອາຫານຈານດ່ວນ (fast food restaurants) ຫຼາຍແຫ່ງໃນປະເທດທີ່ພັດທະນາແລ້ວ ຈະປຸງແຕ່ງອາຫານ ຈາກຊີ້ນສັດທີ່ໄດ້ມາຈາກສັດທີ່ລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີເທົ່ານັ້ນ”

 

“ໃນປະເທດທີ່ກຳລັງພັດທະນາ ຊີ້ນສັດທີ່ລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີນັ້ນແມ່ນມີລາຄາສູງຫຼາຍ ແລະ ຍັງບໍ່ແນ່ໃຈວ່າຜູ້ ບໍລິໂພກຈະຍິນດີຈ່າຍເງິ່ນເພີ່ມຂື້ນ 20% ຫຼືບໍ່ ຖ້າຫາກລ້ຽງໂດຍບໍ່ໃຊ້ຢາຕ້ານເຊື້ອຈຸລິນຊີ”

 

ຄຳສັບທີ່ກ່ຽວຂ້ອງ

 

ບໍ່ເຄີຍໄດ້ຮັບຢາຕ້ານເຊື້ອຈຸລິນຊີໃດໆ

ຄຳຄຸນນາມ. ມີຄວາມໝາຍຄ້າຍຄືຂອງຄໍາວ່າ ‘ລ້ຽງໂດຍປາດສະຈາກຢາຕ້ານເຊື້ອຈຸລິນຊີ’

 

“ສັດທີ່ເຈັບປ່ວຍທີ່ຕ້ອງໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີ ຈະບໍ່ຈັດຢູ່ໃນກຸ່ມ ‘ບໍ່ເຄີຍໄດ້ຮັບຢາຕ້ານເຊື້ອຈຸລິນຊີໃດໆ’ ແລະ ແຕ່ແມ່ນຢູ່ໃນກຸ່ມ “ສັດທີ່ລ້ຽງຕາມປົກະຕິ”

 

Learning point

ການລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອ​ໃນອະດີດ, ປະຈຸບັນ ແລະ ອະນາຄົດ:

 

ໃນປີ 2007, ໂຮງລ້ຽງສັດປີກຫຼາຍແຫ່ງໃນປະເທດສະຫະລັດອາເມລິກາໄດ້ເລີ່ມເຮັດການຕະຫຼາດສຳລັບຜະລິດຕະພັນທີ່ ‘ລ້ຽງໂດຍບໍ່ໄດ້ໃຊ້ ຢາຕ້ານເຊື້ອຈຸລິນຊີ’[1] ເຖິງແມ່ນວ່າໂຮງລ້ຽງສັດເຫຼົ່ານີ້ຈະເສຍຄ່າໃຊ້ຈ່າຍຫຼາຍຂຶ້ນໃນການລ້ຽງສັດໂດຍບໍ່ໃຊ້ຢາຕ້ານເຊື້ອຈຸລິນຊີ ຕະຫຼອດຊີ ວິດຂອງພວກມັນ, ພວກເຂົາເຮັດເຊັ່ນນັ້ນກໍເນື່ອງຈາກຜູ້ບໍລິໂພກໃນປະເທດສະຫະລັດອາເມລິກາມີກຳລັງຊື້ສູງຂື້ນ ແລະ ຍິນດີທີ່ຈະຈ່າຍເງິນ ເພີມຂື້ນເພື່ອທີ່ຈະໄດ້ບໍລິໂພກຊີ້ນສັດທີ່ລ້ຽງດ້ວຍວິທີນີ້.

 

ໃນປີ 2015, ກຸ່ມຮ້ານອາຫານຈານດ່ວນ (fast food) ຫຼາຍແຫ່ງໃນປະເທດສະຫະລັດອາເມລິກາ ເລີ່ມປະກາດວ່າ ພວກເຂົາຈະໃຊ້ຊີ້ນສັດທີ່ ບໍ່ເຄີຍໄດ້ຮັບຢາຕ້ານເຊື້ອລິຈຸນຊີເທົ່ານັ້ນ ເຊິ່ງການປະກາດນີ້ເກີດຈາກກຸ່ມຜູ້ບໍລິໂພກ ແລະ ສາທາລະນະສຸກໃນປະເທດທີ່ຊຸກຍູ້ໃຫ້ກຸ່ມຮ້ານອາ ຫານຕາມສັ່ງຕ່າງໆຫຼຸດຜ່ອນການນຳໃຊ້ຢາຕ້ານເຊື້ອຈຸລິນຊີໃນການລ້ຽງສັດທີ່ໃຊ້ເປັນວັດຖຸດິບ [2].

 

ຢ່າງໃດກໍ່ຕາມ ການລ້ຽງສັດໂດຍບໍ່ໃຊ້ຢາຕ້ານເຊື້ອຈຸລິນຊີນັ້ນ ຈຳເປັນຕ້ອງມີລະບົບການຈັດການບໍລິຫານທີ່ດີ. ຊາວກະສິກອນຈໍາເປັນຕ້ອງ ປັບປຸງສຸຂະອະນາໄມ ແລະ ມີການຈັດການທີ່ສາມາດປ້ອງກັນການເຈັບເປັນ ແລະ ການຕາຍຂອງສັດໄດ້ຢ່າງມີປະສິດທິພາບ. ເຊິ່ງລວມເຖິງ ການປັບປຸງສະພາບບ່ອນຢູ່ອາໃສຂອງສັດ, ຫຼຸດຜ່ອນຄວາມໜາແໜ້ນຂອງປະຊາກອນສັດ ມີການໃຫ້ອາຫານທີ່ມີຈຸລິນຊີທີ່ເປັນປະໂຫຍດ ແລະ ສະໝຸນໄພໃນອາຫານສັດ. ເຖິງຢ່າງໃດກໍຕາມ ຫາກສັດມີການຕິດເຊື້ອຈຸລິນຊີ, ສັດເຫຼົ່ານັ້ນຄວນໄດ້ຮັບຢາຕ້ານເຊື້ອຈຸລິນຊີ ແລະ ຖືກຂາຍ ໃນລະບົບທີ່ເເຕກຕ່າງອອກໄປ.

 

ນອກຈາກນີ້, ຜະລິດຕະພັນຊີ້ນສັດທີ່ ‘ລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີ’ ຍັງມີລາຄາແພງຫຼາຍ ຫຼື ຍັງບໍ່ມີການຈໍາໜ່າຍໃນປະເທດທີ່ມີລາຍ ຮັບໜ້ອຍ ແລະ ປານກາງ. ການປ່ຽນແປງໄປສູ່ການ ‘ລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອຈຸລິນຊີ’ ໂດຍບໍ່ມີການຈັດການທີ່ຖືກຕ້ອງອາດນໍາໄປສູ່ການ ເສຍຊີວິດຂອງສັດທີ່ຫຼາຍຂຶ້ນ. ນອກຈາກນີ້ ຄວນຄຳນຶງເຖິງກຳລັງຊື້ຂອງຜູ້ບໍລິໂພກໃນປະເທດກຳລັງພັດທະນາອາດຍັງບໍ່ຫຼາຍພໍທີ່ຈະຊຸກຍູ້ໃຫ້ ເກີດການລົງທຶນໂດຍກະສິກອນເອງ ໃນການປັບປຸງດ້ານສຸຂະພິບານ ແລະ ການຈັດການໄດ້. ການສະໜັບສະໜູນຈາກລັດຖະບານອົງການ ສາກົນທີ່ບໍ່ຂື້ນກັບລົດຖະບານ ແລະ ຈາກສັງຄົມນັ້ນເປັນສິ່ງຈຳເປັນຢ່າງຍິ່ງສໍາລັບການປ່ຽນແປງໃນປະເທດກຳລັງທີ່ພັດທະນາ.

 

References: 

1 Ritchie H (2014). “Perdue Foods sets new standard for antibiotic-free chicken”. Sustainablebrands.com

2 Smith T.C. (2015). “What does ‘meat raised without antibiotics’ mean- and why is it important?” (Online ed.). Washingtonpost.co

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້