ປາສະຈາກຢາຕ້ານເຊື້ອຈຸລິນຊີ
  
Translated

ຄຳຄຸນນາມ.  ບໍ່ມີຢາຕ້ານເຊື້ອຈຸລິນຊີຕົກຄ້າງ ໂດຍສະເພາະຜະລິດຕະພັນຈາກຊີ້ນສັດ

 

“ຊີ້ນສັດ ສ່ວນໃຫຍ່ທີ່ເຮົາບໍລິໂພກແມ່ນມາຈາກສັດທີ່ໄດ້ຮັບຢາຕ້ານເຊື້ອຈຸລິນຊີໃນການລ້ຽງ. ຢ່າງໃດກໍ່ຕາມສັດເຫຼົ່ານີ້ຈະບໍ່ໄດ້ ຮັບຢາຕ້ານເຊື້ອຈຸລິນຊີໃນຊ່ວງສອງອາທິດກ່ອນຈະສົ່ງເຂົ້າໂຮງຂ້າສັດ ເພື່ອບໍ່ໃຫ້ມີຢາຕ້ານເຊື້ອຈຸລິນຊີຕົກຄ້າງ. ດັ່ງນັ້ນ ຊີ້ນສັດເລົ່າ ນີ້ຈຶ່ງເອີ້ນວ່າ “ປາສະຈາກຢາຕ້ານເຊື້ອຈຸລິນຊີ.”

 

““ຄໍາວ່າ: ປອດສານຜິດ ‘organic’, ປາສະຈາກຢາຕ້ານເຊື້ອຈຸລິນຊີ  ‘antibiotic free’, ‘No GMO’ ຕ້ອງໄດ້ຮັບການອະທິບາຍ ຄວາມໝາຍຢ່າງຊັດເຈນ”

 

“ປະຈຸບັນ ຍັງບໍ່ມີມາດຕະຖານສາກົນ ຫຼື ການຮັບຮອງຈາກສາກົນທີ່ລະບຸໃນຜະລິດຕະພັນວ່າ ປາດສະຈາກຢາຕ້ານເຊື້ອຈຸລິນຊີ”

 

Learning point

ຄຳວ່າ ຊີ້ນສັດທີ່ປາດສະຈາກຢາຕ້ານເຊື້ອຈຸລິນຊີ ເຮັດໃຫ້ເຂົ້າໃຈຜິດ

 

ຊີ້ນສັດ ແລະ ຜະລິດຕະພັນຈາກຊີ້ນສັດທີ່ມີຂໍ້ຄວາມລະບຸວ່າ “ປາດສະຈາກຢາຕ້ານເຊື້ອລິນຊີ” ໂດຍທົ່ວໄປເເລ້ວມັນໝາຍຄວາມວ່າ “ບໍ່ມີ”, “ມີຢ່າງໜ້ອຍ” ຫລື “ບໍ່ສາມາດກວດພົບ”, ຫລື “ຢາຕ້ານເຊື້ອລິນຊີທີ່ຍັງຄ້າງ”. ຜູ້ບໍລິໂພກສ່ວນຫລາຍແລ້ວເຂົ້າໃຈຜິດວ່າຊີ້ນສັດເຫຼົ່ານີ້ມາຈາກສັດທີ່ຖືກລ້ຽງໂດຍບໍ່ໄດ້ໃຊ້ຢາຕ້ານເຊື້ອລິນຊີເລີຍ.

 

ໃນປະເທດທີ່ພັດທະນາແລ້ວ ການໃຊ້ຢາຕ້ານເຊື້ອໃນໂຮງລ້ຽງສັດແມ່ນມີຂໍ້ບັງຄັບຢ່າງເຄັ່ງຄັດ ແລະ ມີຊ່ວງເວລາໃນການຢຸດຢາຢ່າງເໝາະສົມ ເພື່ອບໍ່ໃຫ້ມີຢາຕ້ານເຊື້ອຈຸລິນຊີຕົກຄ້າງໃນຜະລິດຕະພັນຈາກຊີ້ນສັດ ແລະ ນົມ.

 

ປະເທດສະຫະລັດອາເມລິກາ ບໍ່ອະນຸຍາດໃຫ້ໃຊ້ຄຳວ່າ ປາດສະຈາກຢາຕ້ານເຊື້ອລິນຊີ ‘antibiotic free’ ລະບຸໃນຜະລິດຕະພັນທີ່ເປັນຊີ້ນ ສັດໃຫຍ່ ແລະ ສັດປີກ [1]. ຢ່າງໃດກໍ່ຕາມຄໍາວ່າ ປາດສະຈາກຢາຕ້ານເຊື້ອ ‘antibiotic free’ ນີ້ໄດ້ຮັບອານຸຍາດໃຫ້ລະບຸໃນຜະລິດຕະພັນ ທີ່ມາຈາກນົມ ເຊັ່ນຢູ່ເທິງກ່ອງນົມ, ຊຶ່ງມີການຄວບຄຸມໂດຍສຳນັກງານຄະນະກຳມະການອາຫານ ແລະ ຢາ (Food and Drug Administration). ອົງການອາຫານ ແລະ ຢາ ບໍ່ໄດ້ກໍານົດນິຍາມຂອງຄໍາວ່າ  “ປາສະຈາກຢາຕ້ານເຊື້ອລິນຊີ ‘antibiotic free’” ແຕ່ອາດຈະ ໝາຍຄວາມວ່າບໍ່ມີການປົນເປື້ອນຂອງຢາຕ້ານເຊື້ອລິນຊີໃນຜະລິດຕະພັນ.

 

ເຊິ່ງໝາຍຄວາມວ່າອົງການອາຫານ ແລະ ຢາ ບໍ່ໄດ້ກວດສອບຄຳອ້າງທີ່ວ່າ ປາສະຈາກຢາຕ້ານເຊື້ອລິນຊີ  ‘antibiotic free’ ຫຼື ໃຫ້ໜ່ວຍງານ ໃດໜຶ່ງເຂົ້າມາການກວດສອບຜະລິດຕະພັນເຫຼົ່ານັ້ນ. ນອກຈາກນີ້ຄໍາທີ່ອ້າງວ່າ ປາສະຈາກຢາຕ້ານເຊື້ອລິນຊີ  ‘antibiotic free’ ບໍ່ໄດ້ຮັບປະ ກັນວ່າສັດລ້ຽງບໍ່ໄດ້ຮັບຢາຕ້ານເຊື້ອລິນຊີ ຫຼືຢາອື່ນໆ. ຍັງບໍ່ມີຄຳນິຍາມ ຫລື ມາດຕະການທີ່ເປັນມາດຕະຖານສາກົນ ຂອງຄຳວ່າ ປາສະຈາກຢາຕ້ານ ເຊື້ອລິນຊີ ‘antibiotic free’

 

ການເລືອກຜະລິດຕະພັນຈາກສັດທີ່ລ້ຽງໂດຍບໍ່ໃຊ້ຢາຕ້ານເຊື້ອລິນຊີ ເປັນຂັ້ນຕອນທີ່ສຳຄັນທີ່ຜູ້ບໍລິໂພກສາມາດນຳມາໃຊ້ເພື່ອແກ້ບັນຫາວິກິດ ທາງສຸຂະພາບຂອງປະຊາຊົນໃນການຕ້ານຕໍ່ຢາຕ້ານເຊື້ອລິນຊີ. ການລ້ຽງສັດໂດຍບໍ່ໃຊ້ຢາຕ້ານເຊື້ອລິນຊີນັ້ນເປັນໄປໄດ້ ຖ້າຫາກມີການປັບປຸງ ດ້ານສຸຂະອະນາໄມ ແລະ ມີການບໍລິຫານຈັດການເພື່ອປ້ອງກັນການເປັນພະຍາດ.

 

References: 

1 Greener Choices (2017). “Antibiotic Free- What this claim means”. Greenerchoice.org. https://6abc.com/health/consumer-reports-foods-that-claim-no-antibiotics/2203039/ 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້