ຢາຂ້າເຊື້ອຕາມຜິວໜັງ
  
Translated

ຄຳນາມ. ແມ່ນສານເຄມີທີ່ໃຊ້ຂ້າ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອຈຸລະຊີບ ແຕ່ບໍ່ເປັນອັນຕະລາຍຕໍ່ຈິວະຂອງຄົນ

 

"ນ້ໍາຢາຂ້າເຊື້ອທີ່ໃຊ້ກັນທົ່ວໄປໄດ້ແກ່: ເຫຼົ້າ, dettol ແລະ ໄອໂອດີນ (ຫຼື betadin)”

 

"ນ້ຳຢາຂ້າເຊື້ອທີ່ຢູ່ໃນຊຸດປະຖົມພະຍາບານ ໃຊ້ໃນເວລາມີບາດແຜ ທ່ານຄວນຈະທຳຄວາມສະອາດບາດດ້ວຍນ້ຳເກືອ ຫຼື ນ້ຳສະອາດ ແລ້ວທາບາດແຜດ້ວຍນ້ຳຢາຂ້າເຊື້ອເຊັ່ນ: ເຫຼົ້າ ຫຼື ໄອໂອດີນ.”

 

"ຄຳຄຸນນາມ ມີຄວາມສາມາດໃນການຂ້າ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອຈຸລະຊີບ ແຕ່ບໍ່ເປັນອັນຕະລາຍຕໍ່ຈິວະ ຂອງຄົນ"

 

"ຢາຂ້າເຊື້ອແບບທາ, ເປັນທີ່ຮູ້ຈັກກັນມາດົນໃນນາມຂອງຢາຕ້ານເຊື້ອຈຸລິນຊີ ຫຼື ຊຸດປະຖົມພະຍາບານຊະນິດທາ ເຊິ່ງສາມາດ ຫາຊື້ຕາມຮ້ານຂາຍຢາທົ່ວໄປ"

 

"ໃນໄລຍະທີ່ມີການລະບາດຂອງພະຍາດໄຂ້ຫວັດສັດປີກ, ທາງການ ຈຳເປັນຕ້ອງໄດ້ເຝົ້າລະວັງ ແລະ ຮັບປະກັນ ການນຳ ໃຊ້ນ້ຳຢາຂ້າເຊື້ອຊະນິດສິດພົ່ນໃນ ບໍລິເວນທີ່ມີການລະບາດ 2 ຫາ 3 ຄັ້ງຕໍ່ອາທິດ."

 

ຄຳສັບທີ່ກ່ຽວຂ້ອງ

 

ຢາຂ້າເຊື້ອສຳລັບວັດຖຸ

ຄໍານາມ. ແມ່ນຄຳສັບທີ່ຄວາມໝາຍໃກ້ຄຽງກັບ Antiseptic ແຕ່ໃຊ້ກັບສິ່ງທີ່ບໍ່ມີຊີວິດ ເຊັ່ນນ້ຳຢາຂ້າເຊື້ອສຳລັບເຊັດໂຕະ ແລະ ອຸປະກອນຕ່າງໆ

 

Learning point

ຄວາມແຕກຕ່າງລະຫວ່າງ ຢາຕ້ານເຊື້ອຈຸລິນຊີ ແລະ ຢາຂ້າເຊື້ອຕາມຜິວໜັງ

 

ຢາຂ້າເຊື້ອຕາມຜິວໜັງ ແຕກຕ່າງຈາກຢາຕ້ານເຊື້ອຈຸລິນຊີ, ເນື່ອງຈາກວ່າຢາຂ້າເຊື້ອຕາມຜິວໜັງຍັງສາມາດອອກລິດໄດ້ກັບເຊື້ອພະຍາດອື່ນໆ ເຊັ່ນເຊື້ອ ຈຸລະໂລກ ແລະ ເຊື້ອເຫັດນອກເໜືອໄປຈາກເຊື້ອຈຸລິນຊີ.  ແຕ່ຢາຕ້ານເຊື້ອຈຸລິນຊີ ສາມາດກິນ ແລະ ສັກເຂົ້າສູ່ຮ່າງກາຍໄດ້, ໃນຂະນະທີ່ຢາຂ້າເຊື້ອຕາມຜິວໜັງ ເປັນສານທີ່ໃຊ້ສະເພາະພາຍນອກຮ່າງກາຍ.

 

ຢາຂ້າເຊື້ອຕາມຜິວໜັງ (Antiseptic)

ຢາຕ້ານເຊື້ອຈຸລິນຊີ (Antibiotic)

ໃຊ້ພາຍນອກເທິງຜິວຫນັງ ເຊ້່ນ: ບາດແຜ, ຮອຍຂູດ, ຫຼື ຕັດ

ຢາຕ້ານເຊື້ອຈຸລິນຊີແບບກິນ ຫຼື ແບບສັກທີ່ສັກຢາເຂົ້າໄປໃນເສັ້ນເລືອດ ຫລື ກ້າມຊີ້ນ

ນໍ້າຢາຂ້າເຊື້ອບາງຊະນິດລວມມີ:

 

Alcohol- ເຫຼົ້າ - ມີປະສິດທິພາບກວ້າງເພື່ອຢັບຢັ້ັ້ງເຊື້ອ ຈຸລະຊີບ, ສາມາດເຈືອຈາງເພື່ອການ ຂ້າເຊື້ອຈຸລະຊີບໄດ້ດີທີ່ ສຸດ

 

Iodine- ຢາໄອໂອດີນ - ໃຊ້ສໍາລັບອະນາໄມຮ່າງກາຍກ່ອນການຜ່າ ຕັດ, ບາດແຜ ຫຼື ການຂັດຖູຕ່າງໆ (ຕົວຢ່າງ: Betadine)

 

Hydrogen peroxide - ສາມາດອະນາໄມ ແລະ ດັບກີ່ນບາດ ແຜເລິກ ແລະ ຕື້ນ ແລະ ທັງສາມາດນໍາໃຊ້ເປັນນ້ຳຢາ ຂັດຖູເອົາສີ່ງ ເປິເປື້ອນ ອອກໃນການປະຖົມພະຍາບານ

 

Boric acid- - ສາມາດຖືກນໍາໃຊ້ລ້າງຕາ ແລະສາມາດນໍາ ໃຊ້ທາສໍາລັບທາບາດແຜໄໝ້

ຢາຕ້ານເຊື້ອຈຸລິນຊີຫຼາຍຊະນິດທີ່ພົບເລື້ອຍໆ ປະກອບມີ:

 

Penicillin group - ເຊັ່ນ: amoxicillin ທີ່ໃຊ້ສໍາລັບການຕິດ ເຊື້ອຈຸລິນຊີທົ່ວໄປເຊັ່ນ: ປອດອັກເສບ ຫຼື ອັກເສບຄໍຈາກເຊື້ອ Streptococcus

Cephalosporins- ເຊັ່ນ: Cephalexin (Keflex), ທີ່ໃຊ້ສໍາລັບ ການຕິດເຊື້ອຜິວຫນັງ ແລະ ອັກເສບ.

 

Fluroquinolones- ເຊັ່ນ: norfloxacin ເຊິ່ງຖືກນໍາໃຊ້ສໍາລັບ ພະຍາດຖອກທ້ອງ ທີ່ເກີດຈາກການຕິດເຊື້ອ ຈຸລິນຊີ

ການຕ້ານຕໍ່ຢາຂ້າເຊື້ອແມ່ນພົບໄດ້ຍາກທີ່ສຸດ

 

ການຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີແມ່ນພົບເຫັນໄດ້ເລື້ອຍໆ

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້