ຢາຕ້ານເຊື້ອເຫັດ
  
Translated

ຄຳຄຸນນາມ. ທີ່ມີຄວາມສາມາດໃນການຂ້າ ຫຼື ຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອເຫັດ

 

“ຢາຕ້ານເຊື້ອເຫັດຖືກນຳໄປໃຊ້ເພື່ອປິ່ນປົວການຕິດເຊື້ອເຫັດເຊັ່ນ: ພະຍາດຂີ້ກາກ. ຢາຕ້ານເຊື້ອເຫັດບາງຊະນິດ ສາມາດຫາຊື້ໄດ້ໂດຍບໍ່ມີໃບສັ່ງຢາ”

 

“ຕີນຕິດເຊື້ອຈາກເຊື້ອເຫັດ (Athlete’s foot)  ສາມາດປິ່ນປົວໄດ້ດ້ວຍຢາຕ້ານເຊື້ອເຫັດຊະນິດທາ”

 

Learning point

ໄພຂົ່ມຂູ່ຈາກເຊື້ອເຫັດທີ່ຕ້ານຕໍ່ຢາ

 

ເປັນທີ່ຮູ້ກັນດີແລ້ວວ່າ ເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລິນຊີແມ່ນໄພຂົ່ມທາງດ້ານສາທາລະນະສຸກເຖິງຢ່າງໃດກໍຕາມ, ປັນຫາຕ້ານຕໍ່ຢາຂອງເຊື້ອເຫັດນັ້ນຍັງບໍ່ເປັນທີ່ຮັບຮູ້ເທົ່າທີ່ຄວນ.

 

ໜຶ່ງໃນການຕິດເຊື້ອເຫັດທີ່ພົບເຫັນເລື້ອຍໆ ແມ່ນ ເຊື້ອ Candida ເຊິ່ງອາດຕິດເຊື້ອໃນກະແສເລືອດ (Candidemia). ມີຢາ ຕ້ານເຊື້ອເຫັດ ຫຼາຍຊະນິດໄດ້ຮັບການພັດທະນາໃນຊ່ວງທີ່ຜ່ານມາ ແລະ ຊ່ວຍໃຫ້ແພດສາມາດປິ່ນປົວພະຍາດນີ້ໄດ້. ນອກຈາກນີ້, ເຊື້ອແຄນນິດາ (Candida) ທີ່ເຮັດໃຫ້ຕິດເຊື້ອໃນກະແສເລືອດ (Candidemia) ບາງສາຍພັນກໍຕ້ານຕໍ່ຢາຕ້ານເຊື້ອເຫັດທີ່ໃຊ້ໃນການປິ່ນປົວ [1].

 

ຕາມທຳມະຊາດແລ້ວ ເຊື້ອເຫັດກໍ່ສາມາດເກີດການຕ້ານຕໍ່ຢາໄດ້ ຖ້າມີການໃຊ້ຢາຕ້ານເຊື້ອເຫັດຫຼາຍຂຶ້ນ ແລະ ນຳໃຊ້ຢ່າງບໍ່ ເໝາະສົມເຊັ່ນ ດຽວກັນກັບເຊື້ອຈຸລິນຊີທີ່ເກີດການຕ້ານຕໍ່ຢາຢາຕ້ານເຊື້ອ. ຕົວຢ່າງຂອງການໃຊ້ຢາຕ້ານເຊື້ອເຫັດຢ່າງບໍ່ເໝາະສົມຄືການໃຊ້ຢາ ຕ້ານເຊື້ອເຫັດໃນປະລິມານທີ່ຕໍ່າ ຫຼື ໃຊ້ໃນໄລຍະເວລາທີ່ສັ້ນກວ່າທີ່ຄວນ.

 

ການເພີ່ມຂຶ້ນຂອງເຊື້ອເຫັດຕ້ານຕໍ່ຢານັ້ນ ຍັງອາດສາມາດກໍ່ໃຫ້ເກີດພະຍາດລະບາດ ອັນສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງອາຫານຂອງໂລກ [2]. ເຊື້ອເຫັດທີ່ທໍາລາຍພືດເປັນສາເຫດຂອງການສູນເສຍເຖິງ 20% ຂອງປະລິມານຜົນຜະລິດຂອງພືດເພື່ອການບໍລິໂພກທົ່ວໂລກໃນແຕ່ ລະປີ. ການໃຊ້ຢາຕ້ານເຊື້ອເຫັດທີ່ຫຼາຍເກີນໄປໃນດ້ານກະສິກຳເປັນອີກປັດໃຈໜຶ່ງທີ່ກະຕຸ້ນໃຫ້ເກີດການຕ້ານຕໍ່ຢາຕ້ານເຊື້ອເຫັດ. ເຊື້ອເຫັດທີ່ ຕ້ານຕໍ່ຢານີ້ອາດເພີ່ມຈຳນວນໄດ້ຢ່າງວ່ອງໄວ ແລະ ທຳລາຍສັກກະຍາພາບໃນ ການຜະລິດພືດເພື່ອການບໍລິໂພກຢ່າງເປັນວົງກວ້າງໃນທົ່ວໂລກ.

 

References:

1 CDC. (2018, September 27). Antifungal Resistance | Fungal Diseases | CDC. Retrieved from https://www.cdc.gov/fungal/antifungal-resistance.html

2 Fisher, M. C., Hawkins, N. J., Sanglard, D., & Gurr, S. J. (2018). Worldwide emergence of resistance to antifungal drugs challenges human health and food security. Science,360(6390), 739-742. doi:10.1126/science.aap7999

 

 

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້