ຢາປ້ອງກັນພະຍາດ
  
Translated

ຄຳນາມ. ແມ່ນສານທີ່ໃຊ້ເຂົ້າສູ່ຮ່າງກາຍມະນຸດເພື່ອກະຕຸ້ນໃຫ້ເກີດພູມຄຸ້ມກັນສະເພາະ, ທີ່ສາມາດປ້ອງກັນຈາກເຊື້ອພະຍາດ ຊະນິດນັ້ນໄດ້

 

"ບໍ່ພຽງແຕ່ເດັກນ້ອຍເທົ່ານັ້ນທີ່ຕ້ອງການຢາປ້ອງກັນພະຍາດ ຜູ້ໃຫຍ່ກໍຄວນຈະໄດ້ຮັບຢາປ້ອງກັນພະຍາດບາງຢ່າງເຊັ່ນ: ຢາປ້ອງກັນໄຂ້ຫວັດໃຫຍ່ ແລະ ພະຍາດໄອໄກ່”

 

"ຢາປ້ອງກັນພະຍາດມີບົດບາດສຳຄັນໃນການຕໍ່ສູ້ກັບເຊື້ອຕ້ານຕໍ່ຢາ. ນອກນັ້ນຢາປ້ອງກັນພະຍາດຍັງສາມາດຢຸດການແຜ່ ກະຈາຍຂອງພະຍາດຊຶມເຊື້ອຫຼາຍໆຊະນິດ ແລະ ຍັງຫຼຸດຜ່ອນການໃຊ້ຢາຕ້ານເຊື້ອຈຸລິນຊີຫຼາຍເກີນໄປ ແລະ ການນຳ ໃຊ້ຢາຕ້ານເຊື້ອຈຸລິນຊີຢ່າງບໍ່ຖືກຕ້ອງ”

 

ຄຳສັບທີ່ກ່ຽວຂ້ອງ

 

ການສັກຢາປ້ອງກັນພະຍາດ

ຄຳນາມ. ແມ່ນຂະບວການທີ່ເຮັດໃຫ້ຄົນ ແລະ ສັດທີ່ໄດ້ຮັບຢາປ້ອງກັນພະຍາດ ແລະ ມີພູມຄຸ້ມກັນເພື່ອປ້ອງກັນພະຍາດຕ່າງໆນັ້ນໄດ້

 

ການສັກຢາປ້ອງກັນພະຍາດແມ່ນການກະກຽມພູມຄຸ້ມກັນຂອງຮ່າງກາຍເພື່ອຕໍ່ສູ້ກັບພະຍາດ ສະເພາະໃດໜື່ງ ຕົວຢ່າງເຊັ່ນ ພະຍາດໄຂ້ຫວັດໃຫຍ່”

 

ການສັກຢາປ້ອງກັນພະຍາດຈະຊ່ວຍກະຕຸ້ນພູມຄຸ້ມກັນຂອງຮ່າງກາຍເພື່ອຈຳແນກ ແລະ ຈືື່ຈໍາເຊື້ອຈຸລະຊີບ, ດັ່ງນັ້ນ ເພື່ອວ່າໃນອະນາຄົດ ທ່ານໄດ້ສຳພັດກັບເຊື້ອພະຍາດດັ່ງກ່າວອີກ ທ່ານກໍ່ຈະບໍ່ມີການເຈັບເປັນ”

 

Learning point

ການຄົ້ນພົບຢາປ້ອງກັນພະຍາດ ແລະ ປະສິດທິພາບຂອງຢາປ້ອງກັນພະຍາດ

 

ການສັກຢາປ້ອງກັນພະຍາດແມ່ນເລີ່ມຂື້ນໃນຕົ້ນສະຕະວັດທີ 10 ໂດຍທ່ານໝໍຊາວຈີນ, ພວກເຂົາໄດ້ຕ້ວຍເອົາຕົວຢ່າງຂອງ ພະຍາດໝາກ ສຸກໃສ່ເທິງຜິວໜັງເພື່ອໃຫ້ເກີດມີພູມຄຸ້ມກັນ. ແນວຄິດນີ້ໄດ້ແຜ່ກະຈາຍໄປສູ່ທະວີບອາຟຣິກາ ແລະ ຕຣຸກີ ກ່ອນທີ່ຈະແຜ່ກະຈາຍໄປສູ່ທະ ວີບເອີຣົບ ແລະ ອາເມຣິກາ. ມາຮອດປີ 1796 ທ່ານ Edward Jenner ມີແນວຄິດໃນການນຳໃຊ້ ເຊື້ອພະຍາດໝາກສຸກໃນງົວທີ່ຜ່ານຂະ ບວນການຕ່າງໆ ສີດເຂົ້າໄປໃນຮ່າງກາຍຂອງຄົນເພື່ອຫວັງໃຫ້ສ້າງພູມຄຸ້ມກັນພະຍາດໝາກສຸກໃນຄົນ.[1] 

 

ໃນຕອນທຳອິດທີ່ ທ່ານ Edward Jenner ໄດ້ສັງເກດເຫັນວ່າ ມີພຽງເເຕ່ຄົນທີ່ມີສາວຮີດນົມງົວທີ່ອາໃສຢູ່ໃນຕົວເມືອງທີ່ບໍ່ເປັນພະຍາດ ໝາກສຸກ. ສິ່ງນີ້ໄດ້ເຮັດໃຫ້ລາວນໍາເອົາເຊື້ອຈູລະໂລກຈາກມືຂອງຄົນຮິດນົມງົວ ມາໃຫ້ເເກ່ James Phipps, ເຊິ່ງເປັນລູກ ຊາຍຂອງຄົນ ດູເເລສວນຂອງລາວ, ໂດຍການຂູດບໍລິເວນແຂນຂອງເດັກຊາຍຄົນນັ້ນດ້ວຍເຫລັກທີ່ປົນເປື້ອນພະຍາດໝາກສຸກ. ຈາກນັ້ນ Jenner ກໍ່ຄົນ ພົບວ່າ James ບໍເປັນພະຍາດໝາກສຸກເລີຍເຖິງເເມ່ນວ່າລາວມີການສໍາພັດກັບຄົນທີ່ເປັນພະຍາດ. Jenner ໄດ້ເອີ້ນການຄົ້ນພົບນີ້ວ່າ ‘vaccination’ ເຊິ່ງມາ ຈາກພາສາລາຕິນທີ່ວ່າ ‘vacca’ ເເປວ່າ ງົວ, ເເລະ ຄໍາວ່າ ‘vaccina’ ກໍ່ແປວ່າ ໝາກສຸກ ຫລື cowpox.

 

ກົນໄກຄວາມແຕກຕ່າງລະຫວ່າງການໃຫ້ຢາຕ້ານເຊື້ອຈຸລິນຊີ ກັບການໃຫ້ຢາປ້ອງກັນພະຍາດ ແມ່ນຢາຕ້ານເຊື້ອຈຸລິນຊີ ຖືກອອກແບບມາໃຫ້ ຂ້າເຊື້ອຈຸລິນຊີໃນຮ່າງກາຍຫຼັງຈາກທີ່ທ່ານຕິດເຊື້ອພະຍາດ ແຕ່ການໃຫ້ຢາປ້ອງກັນພະຍາດ ເປັນການກະຕຸ້ນ ໃຫ້ເກີດພູມຄຸ້ມກັນກ່ອນທີ່ຈະ ເກີດການຕິດເຊື້ອນັ້ນໆ. ຢາປ້ອງກັນພະຍາດເຮັດໃຫ້ຮ່າງກາຍຈື່ຈຳເຊື້ອພະຍາດ ເພື່ອທີ່ຈະສາ ມາດສູ້ກັບມັນໄດ້ຖ້າມີການໄດ້ຮັບເຊື້ອນັ້ນໃນ ອະນາຄົດ.[2] 

 

References

1 Riedel, S. (2005). Edward Jenner and the History of Smallpox and Vaccination. Baylor University Medical Center Proceedings,18(1), 21-25. doi:10.1080/08998280.2005.11928028

2 Bloom, D. E., Black, S., Salisbury, D., & Rappuoli, R. (2018). Antimicrobial resistance and the role of vaccines. Proceedings of the National Academy of Sciences,115(51), 12868-12871. doi:10.1073/pnas.1717157115

Related words.
Word of the month
New word
ດາວໂຫລດ

ດາວໂຫລດເອກສານ AMR ທັງຫມົດທີ່ນີ້